ລາວ ອາຈພາດໂຄຕ້າສົ່ງເຂົ້າ ໄປຈີນ

0:00 / 0:00

ໃນປີ 2017 ນີ້ ທາງການ ສປປລາວ ຈະສາມາດ ສົ່ງເຂົ້າໄປຂາຍໃຫ້ຈີນ ໄດ້ຕາມຂໍ້ຕົກລົງ ກັບບໍຣິສັດຈີນ China’s Xuanye ຮວມທັງ ໂຄຕ້າເກົ່າ ທີ່ຍັງຄ້າງມາແຕ່ ປີກາຍ 4 ຕັນ ຮວມທັງໝົດ 11 ພັນຕັນ ນັ້ນໄດ້ຫລືບໍ່ ເພາະຍັງມີບັນຫາ ຢູ່ຫລາຍຢ່າງ ຊຶ່ງປັຈຈຸບັນ ກໍມີພຽງ ບໍຣິສັດນີ້ເທົ່ານັ້ນ ທີ່ໄດ້ຮັບ ອະນຸມັດຈາກ ຄະນະກັມການພັທນາ ແລະ ປະຕິຮູບ ແຫ່ງຊາດຂອງຈີນ ເປັນຜູ້ສົ່ງເຂົ້າ ອອກຈາກລາວ ໄປ ປະເທສຈີນ. ດັ່ງເຈົ້າໜ້າທີ່ ກົມນະໂຍບາຍ ການຄ້າຕ່າງປະເທສ ກະຊວງ ອຸດສາຫະກັມ ແລະການຄ້າ ສປປລາວ ເວົ້າໃນວັນທີ 6 ຕຸລາ ນີ້ວ່າ:

"ປີນີ້ກະແມ່ນວ່າໃຫ້ຕົວເລກ ແຕ່ວ່າໃຫ້ຄ້າຂາຍໂດຍກົງ ກັບບໍຣິສັດທີ່ເປັນ ຣັຖວິສາຫະກິດຂອງຈີນ ແລ້ວເຂົາເຈົ້າ ມີມາຕຖານຕ່າງໆ ອັນມາ ເຖິງປັດຈຸບັນນີ້ ທາງລາວເຮົາ ຄວາມພ້ອມ ກໍຍັງບໍ່ຫລາຍ ມີແຕ່ບໍຣິສັດດຽວ ທີ່ວ່າສາມາດ ລົງທະບຽນ ຢູ່ໃນຂອງຈີນ ນັ້ນໄດ້ ໝາຍຄວາມ ວ່າບໍ່ແນ່ໃຈວ່າ ໂຄຕ້າໃນປີນີ້ ຈະປະຕິບັດໄດ້ ຊ່ຳໃດ".

ທ່ານກ່າວຕື່ມວ່າ ປີ 2017 ນີ້ ສປປລາວ ມີໂຄຕາສົ່ງເຂົ້າໄປຈີນ ທັງໝົດ 11 ພັນຕັນ. ໃນນັ້ນຮວມທັງໂຄຕ້າ ເຂົ້າປີ 2015-16 ຈຳນວນ 4 ຕັນ ທີ່ຍັງຄ້າງ ແລະ ໂຄຕ້າ ຂອງປີນີ້ 7 ຕັນ. ເມື່ອຕົ້ນປີນີ້ ໄດ້ສົ່ງເຂົ້າໄປຈີນ ແລ້ວ 5 ພັນຕັນ.

ເມື່ອປີ 2015-16 ຕາມບົດບັນທຶກ ຊື້-ຂາຍ ເຂົ້າ ຣະຫວ່າງ ສປປລາວ ແລະຈີນ, ລາວຈະຂາຍເຂົ້າສານ ໃຫ້ຈີນ 8 ພັນຕັນ, ແຕ່ປະຕິບັດ ໄດ້ພຽງ 4 ພັນຕັນ ຍ້ອນການສີເຂົ້າ ຢູ່ ສປປລາວ ບໍ່ໄດ້ມາຕຖານ ການສົ່ງອອກ ຂອງບໍຣິສັດຈີນ.

ພື້ນທີ່ສຳລັບການປູກເຂົ້າຂາຍໃຫ້ຈີນ ທາງການ ສປປລາວ ກຳນົດເອົາ ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ແລະໃຫ້ໂຮງສີເຂົ້າ IDP Rice ໂຮງສີດຽວ ທີ່ເປັນຂອງບໍຣິສັດ ຣັຖວິສາຫະກິດຈີນ ເປັນຜູ້ສີ ຍ້ອນເປັນໂຮງສີ ທີ່ຈີນຖືວ່າ ສີເຂົ້າໄດ້ຕາມ ມາຕຖານຂອງຕົນ.