ທາງການລາວທົບທວນສັນຍາ ກັບ ນັກລົງທຶນ
2014.11.12

ນັກກົດໝາຍ ໃນລາວ ໃຫ້ ທັສນະ ວ່າ ທາງການ ລາວ ທົບທວນ ສັນຍາ ກ່ຽວກັບ ການສ້າງ ເຂດ ເສຖກິດ ພິເສດ ແລະ ຕລາດ ຫລັກຊັບ ຄືນໃໝ່ ແມ່ນ ເພື່ອແກ້ ຊ່ອງວ່າງ ທີ່ ຝ່າຍລາວ ເສັຽ ປຽບ ໃຫ້ ຄູ່ ສັນຍາ.
ໃນເດືອນ ຕຸລາ ຜ່ານມາ ທາງການ ລາວ ໄດ້ມີການ ທົບທວນ ສັນຍາ ວ່າດ້ວຍ ການສ້າງ ເຂດ ເສຖກິດ ພິເສດ ຢູ່ເຂດ ສາມ ຫລ່ຽມຄໍາ ເມືອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ ສປປ ລາວ. ຫລາຍຄົນ ຈຶ່ງ ສົງໄສ ວ່າ ເກີດຫຍັງ ຂຶ້ນ ກັບ ສັນຍາ ຣະຫວ່າງ ທາງການ ລາວ ກັບ ນັກລົງທຶນ.
ນັກວິເຄາະ ໃຫ້ ທັສນະ ວ່າ ການ ທົບທວນ ສັນຍາ ນັ້ນ ເປັນສາ ເຫດ ມາຈາກ ຄູ່ ກໍຣະນີ ທັງສອງ ເກີດມີ ການເສັຍປຽບ ຫລາຍ ຊຶ່ງ ກໍຣະນີ ດັ່ງກ່າວ ກໍສາມາດ ເບິ່ງໄດ້ ສອງແງ່ ຄື:
ອັນທີນຶ່ງ ແມ່ນ ນັກລົງທຶນ ເສັຽປຽບ ຫລາຍໂພດ ຈຶ່ງ ເກີດມີການ ຂໍທົບທວນ ສັນຍາ ຄືນ.
ອັນທີສອງ ແມ່ນ ທາງການລາວ ເສັຽປຽບ ໃຫ້ ນັກລົງທຶນ ຫລາຍໂພດ ຈຶ່ງ ມີການ ທົບທວນ ສັນຍາ ຄືນ ອີກຄັ້ງ ແລະ ນອກຈາກ ນີ້ ຍັງມີ ກໍຣະນີ ທີ່ ການເຮັດ ສັນຍາ ສ້າງເຂດ ເສຖກິດ ພິເສດ ໃນ ເວລາ ນັ້ນ ມີຊ່ອງວ່າງ ດ້ານ ກົດໝາຍ.
ດັ່ງ ນັກກົດໝາຍ ທ່ານນຶ່ງ ກ່າວວ່າ:
"ໂອ້ໂຕນີ້ ແທ້ ກະສິ ມັນກະສິ ເປັນໄປ ຕາມ ສະພາບ ທີ່ວ່າ ທາງເບື້ອງ ຜູ້ທີ່ ອະນຸມັດ ໄປ ກະອາດຊິ ບໍ່ມີ ເພີ່ນ ກະຊິ ເຫັນຊ່ອງວ່າງ ເຫັນ ໂອກາດ ລະກະຊິ ຮັບໄປເລີຍ ຈະບໍ່ໄດ້ ເບິ່ງວ່າ ຊ່ອງວ່າງ ມັນຊິມີ ຜົນກະທົບ ທີ່ ມັນເກີດຂຶ້ນ ມີອັນ ໃດແດ່".
ຣັຖບານ ລາວ ໄດ້ ໃຫ້ການ ສໍາປະທານ ເຂດ ເສຖກິດ ພິເສດ ສາມ ຫລ່ຽມຄໍາ ແກ່ ນັກລົງທຶນ ຈີນ ໃນປີ 2007 ໃນເນື້ອທີ່ ປະມານ 3,000 ເຮັກຕາ ເພື່ອສ້າງ ຄາຊິໂນ, ສະໜາມ ກ໊ອຟ, ສະຖານທີ່ ບັນເທີງ ຄົບວົງຈອນ ແລະ ສນາມບິນ. ໃນເວລາ ນັ້ນ ຍັງ ບໍ່ທັນມີ ກົດໝາຍ ຮອງຮັບ ເຣື້ອງການ ສ້າງເຂດ ເສຖກິດ ພິເສດ ແລະ ເຂດ ເສຖກິດ ສະເພາະ.
ຈົນ ມາຮອດ ໃນປີ 2009 ຣັຖບານ ລາວ ຈຶ່ງ ອອກ ກົດໝາຍ ວ່າດ້ວຍ ການ ສົ່ງເສີມ ການ ລົງທຶນ ຊຶ່ງ ໃນນັ້ນ ມາດຕາ 33 ຂອງ ກົດໝາຍ ດັ່ງກ່າວ ໄດ້ ຣະບຸ ເຖີງ ເຂດ ເສຖກິດ ພິເສດ ແລະ ເຂດ ເສຖກິດ ສະເພາະ. ໝາຍຄວາມ ວ່າ ໃຫ້ ສໍາປະທານ ໄປກ່ອນ ແລ້ວ ຈຶ່ງສ້າງ ນິຕິກັມ ຫລື ກົດໝາຍ ຮອງຮັບ ຕາມ ພາຍຫລັງ.
ມີຄົນໃຫ້ ທັສນະ ວ່າ ການໃຫ້ ສໍາປະທານ ເຂດ ເສຖກິດ ພິເສດ ໃຫ້ແກ່ ນັກລົງທຶນ ເປັນ ເວລາ 99 ປີ ແລະ ຜູ້ລົງທຶນ ຍັງ ສາມາດ ຕໍ່ ສັນຍາ ໄດ້ ແລ້ວ ກໍບໍ່ຕ່າງ ຫຍັງກັບ ການເອົາ ປະເທດ ຊາດ ຂອງຕົນເອງ ວາງຂາຍ ໃຫ້ ຕ່າງ ປະເທດ. ໃນ ທາງບວກ ຂອງການ ໃຫ້ ສໍາປະທານ ແກ່ ນັກລົງທຶນ ເພື່ອສ້າງ ເຂດ ເສຖກິດ ພິເສດ ແລະ ເຂດ ເສຖກິດ ສະເພາະ ກໍຄື ການສ້າງ ວຽກເຮັດ ງານທໍາ ໃຫ້ ປະຊາຊົນ ທ້ອງຖິ່ນ. ແຕ່ ໃນເວລາ ດຽວກັນ ນັກຂ່າວ ເອເຊັຽ ເສຣີ ກໍໄດ້ ໄປຖາມ ຊາວບ້ານ ທີ່ໃກ້ຄຽງ ເຂດ ເສຖກິດ ພິເສດ ນັ້ນ ປະກົດ ວ່າ ບໍ່ມີ ຊາວບ້ານ ທ້ອງຖິ່ນ ໄດ້ເຂົ້າ ເຮັດວຽກນໍາ ບໍຣິສັດ ພໍ ເທົ່າໃດ ຄົນ, ແຕ່ ສ່ວນຫລາຍ ແລ້ວ ກັມມະກອນ ທີ່ ເຮັດວຽກ ຢູ່ເຂດ ດັ່ງກ່າວ ແມ່ນ ຄົນຈີນ ແລະ ຄົນ ພະມ້າ.
ຊາວບ້ານ ເລົ່າໃຫ້ ຟັງວ່າ ໃນ ເບື້ອງຕົ້ນ ບໍຣິສັດ ກໍຮັບເອົາ ຄົນລາວ ເຮັດວຽກ ນໍາ ແຕ່ຕໍ່ມາ ຄົນລາວ ເຫລົ່ານັ້ນ ກໍຖືກ ປົດອອກ ແລ້ວ ບໍຣິສັດ ຮັບເອົາຄົນ ຕ່າງ ປະເທດ ມາເຮັດ ແທນ. ຈົນໃນ ເດືອນ ມົກກະຣາ 2014 ຈຶ່ງເກີດມີ ບັນຫາ ຂັດແຍ່ງ ຣະຫວ່າງ ບໍຣິສັດ ກັບ ປະຊາຊົນ ທ້ອງຖິ່ນ ເພາະວ່າ ບໍຣິສັດ ຈະມາ ບຸກເບີກ ເນື້ອທີ່ ດິນນາ ຂອງ ປະຊາຊົນ ເພື່ອສ້າງ ສນາມບິນ ສາກົນ ຊຶ່ງ ມີຂໍ້ ຂັດແຍ່ງ ກັນ ກັບ ປະຊາຊົນ ເຂດ ເມືອງ ຕົ້ນເຜີ້ງ. ບັນຫາ ຂໍ້ ຂັດແຍ່ງ ຈຶ່ງ ເກີດ ຂຶ້ນ ຈົນເກີດ ມີການ ຈັບ ຊາວບ້ານ ຄົນນຶ່ງ ເພື່ອໃຫ້ ຊາວບ້ານ ຍິນຍອມ ເຊັນ ມອບດິນ ໃຫ້ ກັບ ບໍຣິສັດ.
ບັນຫາ ດັ່ງກ່າວ ຈຶ່ງ ເກີດຂຶ້ນ ແລະ ໃນເດືອນ ເມສາ ຕໍ່ມາ ຈຶ່ງ ມີການຕັ້ງ ຄນະ ກັມມະການ ທີ່ ຮັບຜິດຊອບ ເຂດ ເສຖກິດ ພິເສດ ທົບທວນ ສັນຍາ ຄືນ ກ່ຽວກັບ ການ ສໍາປະທານ ເຂດ ດັ່ງກ່າວ. ແລະ ຈົນມາຮອດ ເດືອນ ຕຸລາ ນີ້ ຈຶ່ງມີ ຂ່າວ ອອກມາ ວ່າ ຣັຖບານ ລາວ ມີການ ດັດແກ້ ສັນຍາ ກັບນັກ ລົງທຶນ ຈີນ ໂດຍ ສະເພາະ ເຂດ ເສຖກິດ ສາມ ຫລ່ຽມຄໍາ. ແຕ່ ຫລາຍຄົນ ກໍໃຫ້ ທັສນະ ວ່າ ສິ່ງທີ່ ເສັຽໄປ ບໍ່ສາມາດ ເອີ້ນຄືນ ມາໄດ້ ໂດຍສະເພາະ ດິນໄຮ່ ດິນນາ ຂອງ ປະຊາຊົນ ທີ່ ບໍຣິສັດ ມາເອົາ ໄປ.
ນອກຈາກ ນີ້ ຍັງມີ ເຣື້ອງການ ສໍາປະທານ ອະນຸມັດ ສ້າງ ຕລາດ ຫລັກຊັບ ຂອງ ບໍຣິສັດ ຈາກ ປະເທດ ເກົາຫລີ ໃຕ້. ແຫລ່ງຂ່າວ ທີ່ໃກ້ຊິດ ທ່ານນຶ່ງ ກ່າວວ່າ ຣັຖບານ ລາວ ໄດ້ທົບທວນ ສັນຍາ ຄືນ ກັບ ບໍຣິສັດ ທີ່ ຮັບຜິດຊອບ ຕລາດ ຫລັກຊັບ ຢູ່ໃນ ປະເທດ ລາວ.
ເອກສານ ນິຕິກັມ ຕ່າງໆ ກ່ຽວກັບ ຕລາດ ຫລັກຊັບ ແມ່ນ ມີການ ເຊັນຄືນ ເກືອບໝົດ ໂດຍ ແມ່ນ ທ່ານ ບຸນປອນ ບຸດຕະນະວົງ ຮອງ ນາຍົກ ຣັຖມົນຕຣີ ຄົນໃໝ່ ຜູ້ຮັບຜິດ ຊອບ ວຽກງານ ເສຖກິດ ເປັນ ຜູ້ເຊັນຄືນ. ໃນ ເບື້ອງຕົ້ນ ເອກສານ ກ່ຽວກັບ ຕລາດ ຫລັກຊັບ ແມ່ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກ ຣັຖມົນຕຣີ ເປັນ ຜູ້ເຊັນ.
ຕລາດ ຫລັກຊັບ ເລີ້ມ ດໍາເນີນການ ຕັ້ງແຕ່ ປີ 2011 ເປັນຕົ້ນມາ ໂດຍ ແມ່ນ ບໍຣິສັດ ຈາກ ປະເທດ ເກົາຫລີໃຕ້ ເປັນ ຜູ້ລົງທຶນ. ແຕ່ ກົດໝາຍ ວ່າດ້ວຍ ຫລັກຊັບ ທີ່ ໃຊ້ ຄຸ້ມຄອງ ວຽກງານ ຕລາດ ຫລັກຊັບ ຫາກໍ່ ປະກາດໃຊ້ ໃນເດືອນ ມົກກະຣາ ປີ 2013. ນັ້ນ ກໍໝາຍຄວາມ ວ່າ ໃຫ້ ສຳປະທານ ເຮັດ ຕລາດ ຫລັກຊັບ ໄປແລ້ວ ຈຶ່ງ ມີການ ສ້າງ ນິຕິກັມ ຮອງຮັບ ຕາມ ພາຍຫລັງ, ຊຶ່ງ ກໍຄ້າຍຄື ກັນກັບ ກໍຣະນີ ການໃຫ້ ສຳປະທານ ສ້າງເຂດ ເສຖກິດ ພິເສດ ສາມ ຫລ່ຽມຄຳ.
ທັງສອງ ເຫດການ ກ່ຽວກັບ ການ ທົບທວນ ສັນຍາ ເຂດ ເສຖກິດ ພິເສດ ແລະ ຕລາດ ຫລັກຊັບ ຈຶ່ງເຮັດໃຫ້ ຫລາຍຄົນ ຕັ້ງຂໍ້ ສົງໄສ ຂຶ້ນມາວ່າ ມີສິ່ງ ຜິດພາດ ໃນການ ໃຫ້ ສໍາປະທານ ຫລື ບໍ່. ມີຄົນໃຫ້ ທັສນະ ວ່າ ເຣື້ອງບາງ ເຣື້ອງ ສາມາດ ທົດລອງ ໄດ້ ເຊັ່ນ ການທົດລອງ ກິນ ອາຫານ ປະເພດ ນັ້ນ ປະເພດ ນີ້ ຖ້າບໍ່ຖືກ ປາກ ຫລື ບໍ່ແຊບ ໃນ ເທື່ອໜ້າ ກໍບໍ່ສັ່ງ ມາກິນ ກໍໄດ້.
ແຕ່ເຣື້ອງ ການໃຫ້ ສໍາປະທານ ທີ່ດິນ ຫລື ໃຫ້ ສໍາປະທານ ເຂດ ການຄ້າ ຫລື ຕລາດ ຫລັກຊັບ ເມື່ອໃຫ້ ສໍາປະທານ ໄປແລ້ວ ບໍ່ ສາມາດ ເອົາຄືນໄດ້ ເຊັ່ນ ຕົວຢ່າງ: ການໃຫ້ ສໍາປະທານ ທີ່ ດິນ ສ້າງເຂດ ເສຖກິດ ພິເສດ 99 ປີ. ຄວາມ ເສັຽຫາຍ ເກີດຂຶ້ນ ກັບ ປະຊາຊົນ ແລ້ວ ເປັນຕົ້ນວ່າ ເຂົາເຈົ້າ ບໍ່ມີ ທີ່ດິນ ທໍາມາ ຫາກິນ ແລະ ເຣື້ອງ ຕລາດ ຫລັກຊັບ ທີ່ມີການ ທົບທວນ ສັນຍາ ກັນ ຄືນນັ້ນ.
ນອກຈາກ ນີ້ ນັກ ກົດໝາຍ ຍັງກ່າວ ສັນຍາກັມ ຂຽນໄປ ໂດຍ ບໍ່ໄດ້ ສຶກສາ ເຖີງຄວາມ ເປັນຈິງ ຢ່າງຣະອຽດ ແລະ ບໍ່ໄດ້ ສຶກສາ ຄວາມ ເປັນຈິງ ຂອງ ທ້ອງຖິ່ນ ແລະ ເມື່ອເຮັດ ໄປແລ້ວ ມັນກໍເກີດ ຊ່ອງວ່າງ ແລະ ເກີດມີ ບັນຫາ ຕາມມາ. ຄື ດັ່ງທ່ານ ໄດ້ຕອບ ຄຳຖາມ ຂ້າພະເຈົ້າ ວ່າ:
ເອເຊັຽ ເສຣີ ຖາມ: ຄືຍົກຕົວ ຢ່າງວ່າ ເຂົາເຈົ້າ ມີການ ປັບປຸງ ສັນຍາ ກັບ ຕ່າງ ປະເທດ ທີ່ ວ່າເຄີຍ ເຊັນກັນ ໄປແລ້ວ ແຕ່ວ່າມາ ປັບປຸງ ກັນ ຕາມ ພາຍຫລັງ ໂຕນີ້ (ທ່ານ) ເຫັນວ່າ ຈັ່ງໃດ? ນັກ ກົດໝາຍ ຕອບ:
"ໃນ ກໍຣະນີ ນັ້ນ ຕາມຄວາມ ເຂົ້າໃຈ ມັນອາດ ຊິແມ່ນ ສັນຍາ ຫັ້ນມັນໄດ້ ກຳນົດ ໄປແລ້ວ ແຕ່ວ່າ ອາດຈະ ບໍ່ໄດ້ສຶກສາ ເຖິງຄວາມ ເປັນຈິງ ໃນເມື່ອວ່າ ຮ່າງ ສັນຍາ ທີ່ ປະຕິບັດ ໄປແລ້ວ ມັນຊິ ບໍ່ມີຜົນ ນຳໃຊ້ ແບບໃດ ແຕ່ວ່າ ໃນເມື່ອ ນຳໃຊ້ ໄປແລ້ວ ມັນ ບໍ່ຖືກຕາມ ຄວາມ ເປັນຈິງ ມັນ ກະຊິອາດ ຊິຕ້ອງ ມີການ ປັບປຸງ ຄືນ ຫລືວ່າ ກະອີງໃສ່ ເພາະວ່າ ເລື້ອງ ສັນຍາ ອັນນີ້ ມັນກະ ບາງເທື່ອ ໄດ້ຮ່າງ ໄປແລ້ວ ໄດ້ເຮັດ ໄປແລ້ວ ແຕ່ວ່າ ບໍ່ໄດ້ມີ ການສຶກສາ ສະພາບ ທ້ອງຖິ່ນ ຂອງ ຕົນເອງ ລະອຽດ ໃນເມື່ອ ເຮັດ ໄປແລ້ວ ມັນກະຊິ ເກີດມີ ຊ່ອງວ່າງ ຫລືວ່າ ມີຫາງສຽງ ຂອງ ສັງຄົມ ເກີດຂຶ້ນ ມັນກະເປັນ ແນວນຶ່ງ ທີ່ ຮຽກຮ້ອງ ໃຫ້ມີ ການ ປັບປຸງ".
ເພາະ ສະນັ້ນ ອີງຕາມ ການໃຫ້ ທັສນະ ຂອງ ນັກ ກົດໝາຍ ແລ້ວ ທຸກຄົນ ກໍເຂົ້າໃຈ ໃນທຳນອງ ດຽວກັນ ການທີ່ ທາງການ ລາວ ປັບປຸງ ສັນຍາ ກໍແມ່ນ ເພື່ອແກ້ ຊ່ອງວ່າງ ທີ່ ຝ່າຍລາວ ເສັຽປຽບ ໃຫ້ ຄູ່ສັນ ກໍຄື ນັກ ລົງທຶນ, ແຕ່ຖ້າ ເບິ່ງ ອີກ ດ້ານນຶ່ງ ກ່ຽວກັບ ການ ປັບປຸງ ສັນຍາ ນັ້ນ ກໍບໍ່ຕ່າງ ຫຍັງກັບ ເຮົາໄດ້ ກະທຳ ຜິດ ໄປແລ້ວ ພວກເຮົາ ມາແກ້ ຄຳຜິດ ຕາມ ພາຍຫລັງ. ເມື່ອເປັນ ແນວນັ້ນ ພວກເຮົາ ຈະໄດ້ ສິງທີ່ ເສັຽໄປແລ້ວ ກັບຄືນມາ ຫລືບໍ່ ຫລືວ່າ ມັນບໍ່ຊ້າ ເກີນໄປ ແລ້ວບໍ ທ່ານ ຜູ້ຟັງ. ສະບາຍດີ.