ເມືອງນາໝໍ້ຮຽກຮ້ອງໃຫ້ ຊົດເຊີຍ

ໄຊຍາ
2018.12.26
f-railway ປ້າຍໂຄສະນາ ໂຄງການທາງຣົດໄຟ ລາວ-ຈີນ
RFA/LX

ປະຊາຊົນປະມານ 60 ປາຍຄອບຄົວ ຢູ່ບ້ານນາທົ່ງ ເມືອງນາໝໍ້ແຂວງອຸດົມໄຊ ຮຽກຮ້ອງໃຫ້ໂຄງການສ້າງທາງຣົດໄຟ ລາວ-ຈີນ ຈ່າຍຄ່າ ຊົດເຊີຍເລັ່ງດ່ວນ ຍ້ອນວ່າຫລາຍຄອບຄົວຕ້ອງການເງິນໄປຊື້ດິນປູກຝັງບ່ອນໃໝ່ ເພາະດິນບ່ອນເກົ່າຖືກໂຄງການ ທາງຣົດໄຟ ລາວ-ຈີນ ສ້າງໃສ່ແລ້ວ; ດັ່ງເຈົ້າໜ້າທີ່ບ້ານ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 25 ທັນວາ ນີ້ວ່າ:

"ເຂົາລໍຖ້າຢູ່ຢາກໄດ້ເງິນຫລາຍລະຫວາ ເຂົາຢາກໄດ້ເງິນຫັ້ນນະຢ່າງວ່າເພິ່ນສິໃຫ້ເດືອນໃດ ບໍ່ທັນຮູ້ເພິ່ນເອົານີ່ເອົາດິນນາດິນສວນ ດີນເຮືອນ ເທົ່ານັ້ນແຫລະ ເຂົາເອົາໄປ."

ທ່ານກ່າວຕື່ມວ່າ ທາງເຈົ້າໜ້າທີ່ຮັບຜິດຊອບຄ່າຊົດເຊີຍ ຜົລກະທົບຂອງໂຄງການນີ້ ໄດ້ເອົາຂໍ້ມູນ ແລະເລກບັນຊີ ຂອງຜູ້ໄດ້ຮັບຜົລກະທົບ ໄປໝົດແລ້ວແຕ່ຮອດປັດຈຸບັນ ຍັງບໍ່ແຈ້ງຂ່າວວ່າຈະໂອນຄ່າຊົດເຊີຍ ໃສ່ບັນຊີໃຫ້ເມື່ອໃດກັນແທ້, ຫລາຍຄອບຄົວ ກັງວົນວ່າຄັນໄດ້ເງິນ ຄ່າຊົດເຊີຍລ່າຊ້າ ອາດເຮັດໃຫ້ພວກເຂົາເຈົ້າ ອຶດເຂົ້າໃນອະນາຄົດຍ້ອນ ບໍ່ມິດິນປູກຝັງ.

ທາງດ້ານເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງນາໝໍ້ ໄດ້ກ່າວກ່ຽວກັບຄ່າຊົດເຊີຍວ່າ ປັດຈຸບັນທາງເມືອງ ກໍຍັງບໍ່ຮູ້ກຳນົດການຊົດເຊີຍ ຢ່າງ ຣະອຽດ ເທື່ອຕ້ອງລໍຖ້າໃຫ້ທາງໂຄງການແຈ້ງ ກຳນົດແບບເປັນທາງການເທົ່ານັ້ນ.

ແນວໃດກໍຕາມ ທ່ານ ລັດຕະນະມະນີ ຄູນນີວົງ ຮອງຣັຖມົນຕຣີ ກະຊວງໂຍທາທິການ ແລະຂົນສົ່ງ ຫົວໜ້າຄຸ້ມຄອງໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ໄດ້ຣາຍງານໃນກອງປະຊຸມຣັຖບານ ເມື່ອເດືອນພຶສຈິກາ ຜ່ານມາວ່າ ໄດ້ກຽມຈ່າຍເງິນຄ່າຊົດເຊີຍ ໃຫ້ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ງວດທີ 4 ເປັນຈຳນວນເງີນ 134 ຕື້ກີບ ແຕ່ຍັງບໍ່ໄດ້ຣະບຸວ່າແຂວງໃດ ຈະໄດ້ຮັບ.

ໃນປີນີ້ໂຄງການສ້າງ ທາງຣົດໄຟ ລາວ-ຈີນ ໄດ້ຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບໄປແລ້ວ 3 ງວດ. ງວດທີ 1 ຈ່າຍໄປ 56,5 ຕື້ກີບ, ງວດທີ 2 ຈ່າຍໄປ 81,6 ຕື້ກີບ ແລະ ງວດທີ 3 ຈ່າຍໄປ 82,9 ຕື້ກີບ. ສ່ວນບັນດາແຂວງທີ່ໄດ້ຮັບໄປ ແລ້ວນັ້ນປະກອບມີ; ເມືອງໄຊ ແຂວງອຸດົມໄຊ 13 ຄອບຄົວ, ເມືອງຫີນເຫີບ ແຂວງວຽງຈັນ 13 ຄອບຄົວ ແລະ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ໄດ້ຮັບ 138 ຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.