ຜູ້ກໍ່ສ້າງບ້ານຈັດສັນ ນໍ້າທາ 1 ຕົກລົງ ຈ່າຍຄາແຮງ
2018.01.24

ບໍຣິສັດໂຊກໄຊ ຮ່ວມກັບ ບໍຣິສັດແສງເພັດ ຊຶ່ງເປັນບໍຣິສັດ ຜູ້ຮັບເໝົາກໍ່ສ້າງ ບ້ານຈັດສັນຈຳນວນ 400 ຫລັງຄາ ໃຫ້ແກ່ປະຊາຊົນ ທີ່ຖືກ ໂຍກຍ້າຍ ຈາກໂຄງການເຂື່ອນນໍ້າທາ 1 ເມືອງຜາອຸດົມ ແຂວງບໍ່ແກ້ວ ຮັບປາກກັບທາງການເມືອງຜາອຸດົມ ວ່າຈະຈ່າຍຄ່າແຮງງານ ໃຫ້ ແກ່ຄົນງານ 6 ຄົນຈຳນວນ 10 ລ້ານກີບ ພາຍໃນວັນອາທິດ ວັນທີ່ 28 ມົກຣາ ນີ້. ດັ່ງເຈົ້າໜ້າທີ່ ຫ້ອງການແຮງງານ ແລະສວັດດີການ ສັງຄົມ ເມືອງຜາອຸດົມ ກ່າວໃນວັນທີ 24 ມົກຣາ ນີ້ວ່າ:
“ເຮົາໄປນຳຢູ່ຄຳມ່ວນພຸ້ນມາແລ້ວ ມາຮອດຢູ່ບໍ່ແກ້ວນີ້ແລ້ວ ເພິ່ນກະຍອມຮັບວ່າ ຊິຈ່າຍວ່າຊັ້ນ ກຳນົດວັນທີ 28 ຫັ້ນມາຈ່າຍ ວ່າຊັ້ນເດ່ະ ເຂົາສລຸບສັງລວມທັງສອງ ບໍຣິສັດນິເນາະ ຍັງຄ້າງ 190 ແຕ່ບໍ່ໄດ້ແຍກວ່າ ບໍຣິສັດແສງເພັດ ເທົ່າໃດ ບໍຣິສັດໂຊກໄຊ ເທົ່າໃດ.”
ເຈົ້າໜ້າທີ່ກ່າວຕື່ມວ່າ ໃນເບື້ອງຕົ້ນ ທັງສອງບໍຣິສັດ ດັ່ງກ່າວເວົ້າວ່າ ກຳລັງຊອກຫາເງິນ ຈຳນວນ 190 ລ້ານກີບ ເພື່ອຈ່າຍໃຫ້ ຄົນງານ ໃນມື້ວັນທີ 28 ນີ້ ແຕ່ຫາກບໍຣິສັດ ບໍ່ສາມາດຊອກຫາເງິນໄດ້ພໍ ຕາມວັນເວລາ ທີ່ເວົ້າມານັ້ນ ທາງການກໍ່ຈະໃຫ້ຂະເຈົ້າ ຂາຍຊັພສິນ ຂອງ ບໍຣິສັດແລ້ວເອົາເງິນມາຈ່າຍໃຫ້ຄົນງານ ເພື່ອປັນຫານີ້ຈະຈົບໄປ.
ນາງກ່າວອີກວ່າ ຄົນງານທັງ 6 ຄົນ ສ່ວນນຶ່ງແມ່ນ ຊາວເມືອງຜາອຸດົມ ແລະອີກສ່ວນນຶ່ງແມ່ນຊາວແຂວງຫຼວງພຣະບາງ ແລະເຈົ້າໜ້າທີ່ ຈະເອີ້ນທັງ 6 ຄົນ ມາຫ້ອງການ ເມືອງຜາອຸດົມ ເພື່ອຮັບເງິນຄ່າຈ້າງ ທີ່ບໍຣິສັດຮັບເໝົາກໍ່ສ້າງ ຍັງຕິດຄ້າງນັ້ນ.
ໂຄງການສ້າງບ້ານຈັດສັນໃຫ້ປະຊາຊົນ ທີ່ໂຍກຍ້າຍມາຈາກໂຄງການ ເຂື່ອນນໍ້າທາ 1 ເຂດເມືອງຜາອຸດົມ ມີບໍຣິສັດໂຊກໄຊຈາກນະຄອນ ຫຼວງວຽງຈັນ ເປັນຜູ້ຮັບເໝົາ ຄວບຄຸມການກໍ່ສ້າງ ໂດຍມີບໍຣິສັດແສງເພັດ ເປັນບໍຣິສັດຮັບເໝົາຮ່ວມ ທັງສອງບໍຣິສັດ ໄດ້ຈ້າງຄົນງານ ຈຳນວນຫຼາຍ ມາກໍ່ສ້າງບ້ານຈັດສັນ ດັ່ງກ່າວຈົນສຳເລັດ ແຕ່ບໍ່ທັນໄດ້ຈ່າຍ ຄ່າແຮງງານ ໃຫ້ກັບຄົນງານ ເຈົ້າຂອງບໍຣິສັດ ກໍໜີປະເຮັດໃຫ້ ຄົນງານບໍ່ໄດ້ ຄ່າຈ້າງ ຈຶ່ງໄດ້ມາຮ້ອງຮຽນ ຕໍ່ທາງການ ໃຫ້ຊ່ວຍ ແກ້ໄຂບັນຫານີ້.