ຊາວບ້ານຈາກເຂື່ອນນໍ້າທາ1 ໄດ້ຮັບ ເຂົ້າສານ
2017.10.26
ເຈົ້າໜ້າທີ່ທາງການ ແຂວງຫລວງນ້ຳທາ ອອກແຈກຢາຍເຂົ້າສານ ອາຫານແຫ້ງ ໃຫ້ປະຊາຊົນ 300 ຄອບຄົວ ທີ່ຖືກຍົກຍ້າຍ ມາຢູ່ບ້ານ ຈັດສັນທີ່ເຂື່ອນນ້ຳທາ 1 ທີ່ຕັ້ງຢູ່ເມືອງນາແລ ການແຈກຢາຍ ສະບຽງອາຫານໃຫ້ປະຊາຊົນ ເທື່ອນີ້ເປັນຄັງທີສອງ ຫລັງຈາກທີ່ບໍ່ໄດ້ ແຈກ ຢາຍສະບຽງອາຫານ ໃຫ້ປະຊາຊົນ, ດັ່ງປະຊາຊົນ ທ່ານນຶ່ງກ່າວວ່າ:
"ເອີ ເທື່ອທີສອງນີ້ ແຈກແລ້ວ ແຈກໄດ້ປະມານ 20 ປາຍມື້ນີ້ນະ ເພິ່ນມາແຈກຈ່າຍ ຢູ່ບ້ານນີ້ຫັ້ນ ໄດ້ອັນນ່າ 20 ປາຍມື້ນີ້ ອັນເຂົາມາຈ່າຍ ໃຫ້ໝົດ ອັນແຕ່ຢູ່ສະໜາມນຶ່ງ ສະໜາມສອງ ບ້ານຫາດເຕົ້າ ບ້ານຫ້ວຍລາວ ບ້ານຕະວັນ ບ້ານນ້ຳລິນ ນະ".
ເຈົ້າໜ້າທີ່ກ່າວວ່າ: ຊາວບ້ານໄດ້ເຂົ້າສານ 20 ກິໂລຕໍ່ຄົນ ສຳລັບຜູ້ໃຫຍ່ ສ່ວນວ່າ ເດັກນ້ອຍຈະໄດ້ 10 ກິໂລຕໍ່ຄົນ ຄື ກັບການແຈກຢາຍ ຄັ້ງທຳອິດໃນເດືອນ ຕຸລາ ປີ 2016 ນອກຈາກນີ້ ຍັງມີອາຫານ ແຫ້ງຈຳນວນນຶ່ງ ໃຫ້ທຸກຄອບຄົວ ເພື່ອໃຫ້ປະຊາຊົນໄດ້ມີ ອາຫານການກິນ ໃນຍາມຝົນ ທີ່ການເດີນທາງລະຫ່ວາງ ບ້ານໄປຫາຕົວເມືອງ ບໍ່ສະດວກ. ປະຊາຊົນປະສົບບັນຫາ ເລື້ອງການເດີນທາງ ໃນຍາມຝົນຍ້ອນວ່າ ເສັ້ນທາງບໍ່ດີ, ດັ່ງຊາວບ້ານ ກ່າວຕື່ມອີກວ່າ:
"ບ້ານເກົ່າຫັ້ນນ່າ ບໍ່ໄດ້ເລີຍນະດຽວນີ້ນິ ເຂົ້າໄປກໍຍາກສຸດ ຄັນຝົນຕົກນີ້ ຄືບໍ່ໄດ້ໄປ ໄລຍະຝົນນີ້ ຖືວ່າໄປບໍ່ໄດ້ແລ້ວ ດຽວນີ້ນະ ເສັ້ນທາງນີ້ ເພິ່ນກໍວ່າຈະແປງ ແຕ່ວ່າບໍ່ເຄື່ອນໄຫວ ອີ່ຫຍັງເລີຍ"
ເຈົ້າໜ້າທີ່ທາງການແຂວງ ເຄີຍເຂົ້າມາບຸກເບີກເສັ້ນທາງ ຢູ່ເຂດບ້ານຈັດສັນ ເຂື່ອນນ້ຳທາ1 ໄປຫາບ້ານເກົ່າ ຂອງເຂົາເຈົ້າໄລຍະທາງ 25 ກິໂລແມັດ ຂຶ້ນໄປທາງທິດເໜືອ ເມື່ອຫລາຍເດືອນກ່ອນ ແຕ່ວ່າ ເສັ້ນທາງທິດໃຕ້ ຍັງບໍ່ທັນມີການ ບຸກເບີກສ້ອມແປງ.