ຣະເບີດແກ້ງຫີນຊາວບ້ານ ໄດ້ຫຍັງ

ສິດນີ
2017.06.20
f-mk ແມ່ນໍ້າຂອງ ໃນເຂດນະຄອນຫຼວງວຽງຈັນ
RFA/SN

ກຸ່ມປົກປ້ອງສິ່ງແວດລ້ອມ ໃນຂົງເຂດ ເປັນຕົ້ນໃນປະເທດໄທ ແລະປະເທດ ຕາມລຳແມ່ນ້ຳຂອງ ທັງຫລາຍ ເປັນຫ່ວງກ່ຽວກັບ ການຣະເບີດ ແກ້ງຫີນ ຂອງຈີນ ຍ້ອນມັນຈະສົ່ງ ຜົລກະທົບ ຕໍ່ວິຖິຊີວິດ ຂອງປະຊາຊົນ ທ້ອງຖິ່ນ ຕາມລຳ ແມ່ນ້ຳຂອງ ໃນຣະຍະ ທາງຍາວ ປະມານ 180 ກິໂລແມັດ ຈາກ ເຫນືອຜ່ານ ແຂວງຊຽງຮາຍ ຂອງໄທ ໄປຮອດ ແຂວງຫຼວງພຣະບາງ.

ກຸ່ມດັ່ງກ່າວເວົ້າວ່າ ການຣະເບີດແກ້ງຫີນ ຕາມລຳ ແມ່ນ້ຳຂອງ ຈະທຳລາຍ ບ່ອນຢູ່ອາສັຍ ຂອງຝຸງປາ ຊຶ່ງເປັນໂປຣຕີນ ສຳລັບ ຊາວບ້ານ ມາເປັນເວລາ ດົນນານ ນອກຈາກນັ້ນ ກໍຈະສົ່ງ ຜົລກະທົບ ຕໍ່ການກະເສດ ຕາມແຄມຂອງ ການປະມົງ ແລະ ຣະບົບນິເວດ ຕາມລຳ ແມ່ນ້ຳຂອງ.

ຈີນມີແຜນການຣະເບີດ ແກ້ງຫີນ ຕາມລຳ ແມ່ນ້ຳຂອງ ມາແຕ່ປີ 2001 ເພື່ອເຮັດເປັນ ເສັ້ນທາງ ເດີນເຮືອ ສິນຄ້າ ຂນາດໃຫຍ່ ຕາມລຳ ແມ່ນ້ຳຂອງ ຂອງຈີນ ຈາກ ແຂວງຢູນນານ ລົງມາຮອດ ແຂວງຊຽງຮາຍ ຂອງໄທ ແລະຕໍ່ໄປຍັງ ແຂວງ ຫຼວງພຣະບາງ, ແຕ່ໄດ້ຢຸດສງັກ ຊົ່ວຣະຍະນຶ່ງ ຍ້ອນມີການ ປະທ້ວງຈາກ ປະຊາຊົນ ທ້ອງຖິ່ນ ເປັນຕົ້ນທີ່ ປະເທດໄທ ແລະ ໃນເວລານີ້ ຈີນ ກໍໄດ້ຮັບ ຄວາມເຫັນພ້ອມ ຈາກ ປະເທດ ດັ່ງກ່າວ ເປັນຕົ້ນໄທ ສປປລາວ ແລະ ພະມ້າ.

ໃນເດືອນທັນວາ ຜ່ານມາ ຣັຖບານໄທ ແລະລາວ ໄດ້ອະນຸມັດ ການຣະເບີດ ແກ້ງຫີນ ອີກໃຫມ່ ໃຫ້ເລິກ ແລະກວ້າງກວ່າເກົ່າ ເພື່ອໃຫ້ ເຮືອສິນຄ້າ ຂນາດ 5 ແສນ ກິໂລ ຂອງຈີນ ສາມາດ ຜ່ານໄດ້. ຕາມແຜນການ ຄວາມຮ່ວມມື ແມ່ນ້ຳຂອງ ແລະ ແມ່ນ້ຳ ລ້ານຊ້າງ ລາວ ໄທ ພະມ້າ ແລະຈີນ ໄດ້ຕົກລົງກັນ ຂຍາຍການຣະເບີດ ແກ້ງຫີນ ຕາມລຳ ແມ່ນ້ຳຂອງ ໃຫ້ຍາວເຖິງ 630 ກິໂລແມັດ ຈາກແຂວງຢູນນານ ເຖິງແຂວງ ຫລວງພຣະບາງ ພາຍໃນປີ 2025.

ການຂຍາຍເຂດ ການຣະເບີດແກ້ງຫີນ ຍາວແລະເລິກ ປານໃດ ແຮ່ງສ້າງຄວາມ ສະດວກສະບາຍ ໃນການຂົນສົ່ງ ສິນຄ້າ ຂນາດໃຫຍ່ ຂອງຈີນ ແລະ ຂອງປະເທດ ໃນຂົງເຂດ ດີຂຶ້ນ ເຮັດໃຫ້ ການຄ້າ ທາງນ້ຳ ສະດວກສະບາຍ ຄ່າຂົນສົ່ງ ສິນຄ້າ ຕ່ຳກວ່າ ທາງບົກ ຫລາຍເທົ່າ ທັງຫມົດນີ້ ແມ່ນຄວາມເຫັນ ຂອງຈີນ ແລະ ຂອງບັນດາ ຜູ້ນຳ ໃນປະເທດ ແມ່ນ້ຳຂອງ. ແຕ່ກຸ່ມດັ່ງກ່າວ ບໍ່ຄຳນຶງເຖິງ ຜົລກະທົບ ຕໍ່ຊີວີດ ການເປັນຢູ່ ຂອງ ປະຊາຊົນ ທ້ອງຖິ່ນ ຫລາຍກວ່າ ລາຍໄດ້ ຂອງປະເທດ ຕົນເອງ ຈາກການ ຣະເບີດ ແກ້ງຫີນ.

ທ່ານ ນິວັດ ຣອຍແກ້ວ ຫົວຫນ້າ ກຸ່ມອະນຸຮັກ ຊຽງຂອງ ຕ້ານການ ຣະເບີດ ແກ້ງຫີນ ຂອງຈີນ, ທ່ານວ່າ ປະຊາຊົນ ທ້ອງຖິ່ນບໍ່ວ່າ ຈາກ ຝັ່ງລາວ ແລະໄທ ຈະບໍ່ໄດ້ ຜົລປະໂຍດ ຫຍັງຫມົດ ຈາກການຣະເບີດ ແກ້ງຫີນ ຕາມລຳ ແມ່ນ້ຳຂອງ ຂອງຈີນ, ຮ້າຍ ໄປກວ່ານັ້ນ ແຮ່ງຈະສ້າງ ຄວາມເສັຽຫາຍ ຕໍ່ລາຍໄດ້ ຂອງປະຊາຊົນ ທ້ອງຖິ່ນ ເປັນຕົ້ນ ຊາວປະມົງ ແລະ ການກະເສດ ຕາມລຳ ແມ່ນ້ຳຂອງ ຜູ້ທີ່ໄດ້ ຜົລປະໂຍດ ຫລາຍກວ່າຫມູ່ ແມ່ນພໍ່ຄ້າຈີນ ທີ່ຈະສົ່ງ ສິນຄ້າ ຣາຕຄາຖືກໆ ຈາກຈີນ ລົງມາ ຖ້ວມຕລາດ ປະເທດໄທ ລາວ ພະມ້າ ແລະວຽດນາມ ແລະ ບໍຣິສັດ ທ້ອງຖິ່ນ ກໍບໍ່ສາມາດ ແຂ່ງຂັນ ກັບຈີນໄດ້, ໃນທີ່ສຸດ ກໍລົ້ມລະລາຍ. ຣັຖບານ ປະເທດລຸ່ມ ແມ່ນ້ຳຂອງ ຄວນ ພິຈາຣະນາ ກ່ຽວກັບ ບັນຫາ ດັ່ງກ່າວນີ້ໃຫມ່ ດັ່ງທ່ານ ກ່າວໃນຕອນນື່ງວ່າ:

"ນີ້ ເປັນການບົ່ງບອກ ຢ່າງຈະແຈ້ງ ແລ້ວວ່າ ສີ່ງທີ່ພີ່ນ້ອງ ເຂົາເວົ້ານັ້ນ ເຂົາບອກວ່າ ຖ້າເອົາເກະແກ້ງ ອອກໄປນັ້ນ ເຂົາຢ້ານວ່າ ນ້ຳຈະໄຫລ ແຮງຂຶ້ຶ້ນ ຕະຝັ່ງ ຈະເຈື່ອນ ຍາມແລ້ງ ນ້ຳຈະແຫ້ງ ທຸກຢ່າງ ທີ່ພວກເຂົາ ເວົ້າ ເປັນຄວມຈີງຫມົດ".

ທ່ານວ່າ ໃນປັດຈຸບັນ ການຣະເບີດ ແກ້ງຫີນ ຂອງຈີນ ໄດ້ດຳເນີນການ ແລ້ວໃນເຂດ ພາກເຫນືອ ຂອງ ແຂວງຊຽງຮາຍ ຊາຍແດນ ເຊື່ອມຕໍ່ ຣະຫວ່າງ ລາວກັບພະມ້າ ຊາວປະມົງ ເວົ້າວ່າ ພວກຂະເຈົ້າ ໄດ້ພົບເຫັນ ຜົລກະທົບ ຈາກ ການຣະເບີດ ແກ້ງຫີນ ແດ່ແລ້ວ ໃນການຫາປາ ຂອງ ພວກຂະເຈົ້າ ກະແສນ້ຳຂອງ ຈະໄຫລແຮງ ກວ່າເກົ່າ ແລະ ຝຸງປາ ກໍຍ້າຍຖິ່ນ ໄປຢູ່ບ່ອນອື່ນ ຫລື ກະຈ່າຍກັນຢູ່ ຍ້ອນວ່າ ບ່ອນຢູ່ ອາສັຍ ຫລື ວັງນ້ຳເລິກ ຖືກທຳລາຍ ຈາກການຣະເບີດ ແກ້ງຫີນ. ສະພາບຕະລິ່ງ ເຈື່ອນຕາມ ແຄມຂອງ ກໍເພີ້ມຂຶ້ນ ໃນຫລາຍເຂດ.

ໃນຂນະດຽວກັນ ເຈົ້າຫນ້າທີ່ໄທ ທ່ານນຶ່ງ ກໍເວົ້າວ່າ ການຂຍາຍເສັ້ນທາງເດີນ ເຮືອສີນຄ້າ ຕາມລຳ ແມ່ນ້ຳຂອງ ສ້າງ ຜົລປະໂຍດ ທາງດ້ານ ການຄ້າ ໃຫ້ແກ່ ຫຼາຍປະເທດ ໃນຂົງເຂດ.

ທ່ານ ວາຣະຢຸດ ໄວຈະເຣີນ ຫົວຫນ້າ ທ່າເຮືອສິນຄ້າ ທີ່ ເມືອງຊຽງແສນ ແຂວງຊຽງຮາຍ ເວົ້າວ່າ ການຂົນສົ່ງ ສິນຄ້າ ທາງນ້ຳ ຖືກກວ່າ ທາງບົກ ຫລາຍເທົ່າ ເຮັດໃຫ້ ສິນຄ້າ ມີຣາຄາ ຖືກລົງ. ການຂົນສົ່ງ ທາງບົກ ບົນເສັ້ນທາງຫລວງ R3A ຈາກ ແຂວງຢູນນານ ຜ່ານລາວ ມາໄທ ສະດວກສະບາຍ ແຕ່ຄ່າຂົນສົ່ງ ແພງກວ່າ ທາງນ້ຳ ແລະ ກໍຂົນບໍ່ໄດ້ ຫລາຍ ໃນແຕ່ລະຖ້ຽວ, ການຂົນສົ່ງ ສິນຄ້າ ທາງນ້ຳ ຕາມລຳ ແມ່ນ້ຳຂອງ ຣາຄາ ຈະຖືກກວ່າ ຫລາຍເທົ່າ ພ້ອມທັງ ສາມາດ ຂົນສົ່ງໄດ້ ຫລາຍຕັນ ໃນແຕ່ລະຖ້ຽວ. ທ່ານວ່າ ຣົດບັນທຸກ ສາມາດ ຂົນສົ່ງສິນຄ້າ ທາງບົກ ໄດ້ສອງ ຄອນແທນເນີ ໃນແຕ່ລະຖ້ຽວ ແຕ່ການຂົນສົ່ງ ສິນຄ້າ ທາງນ້ຳ ສາມາດ ຂົນສົ່ງ 5 ຄອນແທນເນີ ຕໍ່ຖ້ຽວ ແລະ ຣາຄາ ຖືກກວ່າ.

ໃນຂນະດຽວກັນ ທ່ານ ອະນຸຣັດ ອີນທອນ ປະທານ ຫໍການຄ້າ ທີ່ແຂວງຊຽງຮາຍ ເວົ້າວ່າ ເມືອງຊຽງແສນ ຈະກາຍເປັນ ສູນກະຈ່າຍ ສິນຄ້າ ແລະ ກຸດັງ ເກັບສີນຄ້າ ໃນອະນາຄົດ ແທນທີ່ ຈະເປັນທາງ ຜ່ານລ້າໆ ພວກເຮົາ ຈະໄດ້ ຜົລປະໂຍດ ຈາກການ ຄ້າ ຕາມລຳ ແມ່ນ້ຳຂອງ ຈາກການຣະເບີດ ແກ້ງຫີນ ຊຶ່ງສິນຄ້າ ຈີນ ທີ່ຈະສົ່ງ ມາທາງເຮືອ ປະເພດ ຫມາກໄມ້ສົດ ເຄື່ອງຈັກ ແລະ ເຄື່ອງມື ທາງດ້ານ ການກະເສດ ຈະມາຈອດ ແລະ ກະຈ່າຍຈາກ ທີ່ນີ້ ແລະ ສີນຄ້າໄທ ປະເພດ ເຂົ້າສານ ເຄືື່ອງ ອຸປໂພກ ບໍຣິໂພກ ຊນິດຕ່າງໆ ຮ່ວມດ້ວຍ ນ້ຳມັນ ທີ່ຈີນ ສົ່ງຊື້ຶ້ ກໍຈະສົ່ງ ອອກຈາກ ທີ່ນີ້. ແຂວງຊຽງຮາຍ ຈະມີລາຍໄດ້ ຈາກ ການເຄື່ອນຍ້າຍ ສີນຄ້າ ແລະ ເປັນສູນ ກະຈ່າຍສີນຄ້າ ທາງນ້ຳ ໃນຂົງເຂດ ປະເທດ ແມ່ນ້ຳຂອງ.

ທ່ານວ່າ ຖ້າທຸກສີ່ງຢ່າງ ເປັນໄປຕາມແຜນ ພາຍໃນ ປີ 2025 ເຮືອຂົນສົ່ງ ສີນຄ້າ ຂນາດ 5 ແສນກິໂລ ຂອງຈີນ ກໍຈະສາມາດ ນຳສີນຄ້າ ໄປຮອດ ແຂວງ ຫລວງພຣະບາງ ຜ່ານແຂວງຊຽງຮາຍ ຂອງໄທ ແລະ ການຄ້າ ຕາມລຳ ແມ່ນ້ຳຂອງ ຈະກາຍເປັນ ແຫລ່ງການຄ້າ ທາງນ້່ຳ ຣະດັບໃຫຍ່ ໃນຂົງເຂດ.

ແຕ່ເຖິງຢ່າງໃດກໍຕາມ ນັກວິເຄາະ ເວົ້າວ່າ ຈີນ ຈະໄດ້ຜົລປະໂຍດ ຫລາຍກວ່າ ປະເທດຕ່າງໆ ຕາມລຳ ແມ່ນ້ຳຂອງ ຍ້ອນວ່າ ຈີນ ມີສັກກະພາບ ການຜລິດສິນຄ້າ ສູງ ແລະມີທ່າແຮງ ທາງດ້ານ ການເງີນ ນັກວິຊາການ ແລະ ຊັພຍາກອນ ມະນຸດ ໃນການ ແຂ່ງຂັນ.

ທ່ານວ່າ ຜົລປະໂຍດ ທີ່ຈີນ ຈະໄດ້ຮັບ ຈາກການຣະເບີດ ແກ້ງຫີນ ແລະ ການຂຍາຍ ເສັ້ນທາງ ເດີນເຮືອ ສີນຄ້າ ຂອງຈີນ ບໍ່ແມ່ນແຕ່ ສະເພາະ ການຄ້າ ຢ່າງດຽວ ຮວ່ມທັງການ ເຊື່ອມອຳນາດ ທາງດ້ານ ການເມືອງ ແລະ ເສຖກິດ ຂອງຈີນ ມາໃນ ຂົງເຂດ ນຳອີກ ພ້ອມທັງ ການເສັຽ ອະທິປະຕັຍ ຂອງປະເທດ ລຸ່ມ ແມ່ນ້ຳຂອງ ໃນການ ເຂົ້າອອກ ປະເທດ ຂອງເຮືອ ຂົນສົ່ງສີນຄ້າ ຫລື ຂົນສົ່ງ ສີ່ງທີ່ຕ້ອງຫ້າມ ປະເພດຕ່າງໆ ເປັນຕົ້ນ ຢາເສບຕິດ ທີ່ຫລາຍ ປະເທດ ຂາດການ ກວດກາ ແລະ ຣະມັດ ຣະວັງ.

ທາງດ້ານທະຫານ ແລະດ້ານ ຮັກສາ ຄວາມປອດພັຍ ຕາມລຳ ແມ່ນ້່ຳຂອງ ຈີນ ກໍຈະໄດ້ ຜົລປະໂຍດ ຫລາຍກວ່າ ຍ້ອນຈີນ ມີເທກໂນໂລຈີ ທີ່ທັນສມັຍ ກວ່າປະເທດ ລຸ່ມ ແມ່ນ້ຳຂອງ. ທ່ານວ່າ ຜົລປະໂຍດ ທາງລົບ ທີ່ຫລາຍ ປະເທດ ຈະໄດ້ຮັບ ຈາກ ການຣະເບີດ ແກ້ງຫີນ ກໍແມ່ນວ່າ:

1-ວິຖີຊີວິດ ຂອງປະຊາຊົນ ທ້ອງຖິ່ນ ຈະຖືກປ່ຽນແປງ ເປັນຕົ້ນ ກຸ່ມຊາວປະມົງ ແລະ ການກະເສດ ຂອງກຸ່ມ ປະຊາຊົນ ທີ່ຫາລ້ຽງ ຄອບຄົວ ຕາມລຳ ແມ່ນ້ຳຂອງ ໃນບັນດາ 8 ແຂວງ ແຄມຂອງ ຂອງໄທ ແລະ ຫລາຍແຂວງ ຂອງລາວ ຮ່ວມທັງ ພະມ້າ ແລະ ວຽດນາມ.

2-ການໄຫລຂອງນ້ຳຂອງ ແລະ ແປວນ້ຳໄຫລ ຈະປ່ຽນ ທິດທາງ ການປ່ຽນທິດ ຂອງ ແປວນ້ຳເລີກ ຈະສົ່ງ ຜົລກະທົບ ຕໍ່ເສັ້ນເຂດແດນ ຣະຫວ່າງ ປະເທດ ລາວ-ໄທ ຮ່ວມທັງ ອະທິປະຕັຍ ຂອງສອງປະເທດ ດັ່ງກ່າວ.

3-ການຫລຸດລົງ ຂອງຝຸງປາ ທັມມະຊາດ ຍ້ອນວ່າ ການປ່ຽນ ແປວນ້ຳໄຫລ ແລະ ການທຳລາຍ ບ່ອນຢູ່ອາສັຍ ຂອງຝຸງປາ ຊາວບ້ານ ທ່ານນື່ງ ເວົ້າວ່າ-

"ຝັ່ງລາວນີ້ພວກເຮົາ ກໍຍັງບໍ່ໄດ້ຮັບ ຂໍ້ມູນຫຍັງເລີຍ ຍັງບໍ່ຮູ້ວ່າ ເມື່ອໃດເພີ່ນ ຈະໃຫ້ຂໍ້ມູນ ພວກເຮົາ ໄດ້ຮັບຮູ້".

4-ຣະບົບນິເວດ ຕາມລຳ ແມ່ນ້່ຳຂອງ ຈະຖືກທຳລາຍ ເກາະດອນ ທັມມະຊາດ ຕ່າງໆ ຈະຖືກທຳລາຍ ໄປຫມົດ.

5-ຣະດັບນ້່ຳຂອງ ຈະຂຶ້ນລົງ ບໍ່ເປັນ ປົກກະຕິ ແລະ ບັນຫາອື່ນໆ ທີ່ຫລາຍປະເທດ ຄວນສຳຣວດ ອີກໃຫມ່

ສຳລັບຜົລກະທົບ ທາງບວກນັ້ນ ທ່ານເວົ້າວ່າ ຜົລກະທົບ ທາງບວກ ກໍມີຫລາຍຢູ່ ເປັນຕົ້ນ:

1-ການເດີນເຮືອສິນຄ້າ ສະດວກສະບາຍ ເຮັດໃຫ້ການຄ້າຂາຍ ຕາມລຳ ແມ່ນ້ຳຂອງ ສະດວກສະບາຍຂຶ້ນ.

2- ການຂົນສົ່ງສິນຄ້າ ໄດ້ຫລາຍ ໃນຣາຄາຖືກ ເຮັດໃຫ້ ຣາຄາ ສີນຄ້າ ຖືກລົງ ແລະເຮັດໃຫ້ ຫລາຍປະເທດ ສ້າງລາຍໄດ້ ຈາກການຄ້າ ຕາມລຳ ແມ່ນ້ຳຂອງ ເປັນຕົ້ນ ປະເທດ ທີ່ມີ ອຸດສາຫະກຳ ການຜລິດດັ່ງ ໄທແລະຈີນ ບໍ່ແມ່ນ ສປປລາວ ແລະພະມ້າ

3-ການຂຶ້ນລົງ ຂອງກະແສນ້່ຳ ໃນແມ່ນ້່ຳຂອງ ສາມາດ ຄວບຄຸມໄດ້ ຖ້າຣະດັບນ້ຳຂອງ ສາມາດຄວບຄຸມໄດ້ ພັຍພິບັດ ຈາກນ້ຳຖ້ວມ ໃນແຕ່ລະປີ ກໍສາມາດ ຄວບຄຸມໄດ້.

4-ການຊົລປະທານ ຈາກໃຊ້ນ້ຳ ໃນແມ່ນ້ຳຂອງ ກໍຈະທົ່ວເຖິງ ແລະສະດວກສະບາຍ ໃນປະເທດ ແມ່ນ້ຳຂອງ ຍ້ອນມີນ້ຳ ຫລາຍ

5-ການຮັກສາ ຄວາມປອດພັຍ ທາງນ້ຳ ກໍຈະສະດວກສະບາຍ ແລະວ່ອງໄວທັນການ ຍ້ອນບໍ່ມີ ເກາະດອນ ແກ້ງຫີນ ກີດກັ້ນ ໃນການ ລາດຕະເວນ ໃນແຕ່ລະ ປະເທດ. ແຕ່ຈີນ ຈະໄດ້ ຜົລປະໂຍດ ກວ່າ ປະເທດອື່ນໆ ໃນຂົງເຂດ.

ໃນທີ່ສຸດ ທ່ານວ່າ ການຣະເບີດ ແກ້ງຫີນ ຕາມລຳ ແມ່ນ້ຳຂອງ ຂອງຈີນ ເປັນແຜນການ ເສັ້ນທາງ ສາຍໄຫມ ທາງນ້ຳ ໃນຂົງເຂດ ສຳລັບ ການກະຈ່າຍ ສີນຄ້າ ຂອງຈີນ ມາເປັນເວລາ ຫລາຍປີແລ້ວ. ສຳລັບ ປະເທດລຸ່ມ ແມ່ນ້ຳຂອງ ແລ້ວ ອາດໄດ້ ຜົລປະໂຍດ ເຫມືອນກັນ ຖ້າມີການ ວາງແຜນ ທີ່ດີ ແລະ ພິຈາຣະນາ ຢ່າງຖີ່ຖ້ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.