ທາງຣົດໄຟລາວເຮັດໃຫ້ນັກຂຸດ ແຮ່ ຕືືືື່ນເຕັ້ນ


2013.10.21
F-Lao-news ໂຄງການສ້າງທາງຣົດໄຟ ຄວາມໄວສູງ ລາວ-ຈີນ ເຮັດໃຫ້ ບໍຣິສັດ ຂຸດຄົ້ນແຮ່ທາດ Pan-Aust ຕື່ນເຕັ້ນ
RFA

 

ຄວາມສໍາເຣັດ ທາງດ້ານວິສວະກັມ ໃນໂຄງການສ້າງທາງຣົດໄຟ ຄວາມໄວສູງ ລາວ-ຈີນ ເຮັດໃຫ້ ບໍຣິສັດ ຂຸດຄົ້ນ ແຮ່ທາດ Pan-Aust ຄິດຢາກໃຊ້ບໍຣິການຂອງຣົດໄຟສາຍນີ້. ເພື່ອສົ່ງແຮ່ທາດຄໍາແລະທອງໄປປະເທດຈີນໂດຍກົງຖ້າ ວ່າຄ່າໃຊ້ຈ່າຍມັນຖືກ ກວ່າຂົນສົ່ງທາງຣົດ ໄປຜ່ານປະເທດໄທ. ຕາມລາຍງານໜັງສືພິມ Sydney Morning Herald ວັນທີ່ 19 ຕຸລາ ອີງຕາມຄໍາເວົ້າຂອງ ທ່ານ Garry Stafford ຜູ້ອໍານວຍການ ຄຸ້ມຄອງ ບໍຣິຫານບໍຣິສັດ PanAust. ທ່ານ Stafford ກ່າວຕໍ່ນັກຂ່າວໃນ Australia ວ່າແທນທີ່ຈະຂົນແຮ່ທາດ ເຂັ້ມຂົ້ນ ທີ່ຜລິດຈາກບໍ່ພູຄໍາ ແລະບ້ານຫ້ວຍຊາຍ ແຂວງວຽງຈັນ ໄປທາງທ່າເຮືອຂອງປະເທດໄທ ທາງບໍຣິສັດອາດຂົນສົ່ງ ໄປປະເທດຈີນ ກໍເປັນໄດ້.

ທ່ານກ່າວໃນຕອນນຶ່ງວ່າ ຖ້າຫາກວ່າຄ່າຂົນສົ່ງ ມັນມີປະສິດທິພາບ ກວ່າ ພວກທ່ານ ກໍຈະພິຈາຣະນາ ເບິ່ງມັນ. ໃນຂນະນີ້ ໂຄງການສ້າງ ທາງຣົດໄຟຄວາມໄວສູງ ລາວ-ຈີນ ຍັງຢູ່ໃນຂັ້ນ ເວົ້າຈາກັນເຣື້ອງເງິນທຶນກໍ່ສ້າງຢູ່. ຕາມໂຄງການນັ້ນ ຈະໃຊ້ຄົນງານຈາກ ປະເທດຈີນ ປະ ມານ 5,000 ຄົນ ແລະໃຊ້ເວລາ 5 ປີໃນການກໍ່ສ້າງ.

ກ່ຽວກັບການໃຊ້ບໍຣິການ ການຂົນສົ່ງແຮ່ທາດໄປທາງລົດໄຟນີ້ ທ່ານ Stafford ຍັງມີຄວາມລະມັດລະວັງຢູ່. ນອກຈາກບໍ່ຄໍາແລະທອງສອງ ແຫ່ງນີ້ແລ້ວ ບໍຣິສັດຂອງທ່ານ ມີຄວາມເຊື່ອໝັ້ນວ່າ ຈະຂະຫຍາຍການຂຸດຄົ້ນແຮ່ຢູ່ເຂດ ເມືອງ ໂພນສວັນ ແຂວງ ຊຽງຂວາງ ທີ່ມີໜ້າພຽງ 2,600 km2. ເວລານີ້ທາງບໍຣິສັດຍັງສຶກສາທາງເລືອກຫລາຍທາງ ໃນການຂົນສົ່ງແຮ່ທາດ ໄປປະເທດຈີນ.

ທາງເລືອກທີ່ນຶ່ງ ອາດລົງທຶນສ້າງໂຮງງານ ຜລິດທອງແລະຄໍາ ຢູ່ກັບທີ່ ກ່ອນຈະສົ່ງອອກ. ທາງເລືອກທີ່ສອງ ແມ່ນສ້າງໂຮງງານບົດແຮ່ຢູ່ທີ່ ໂພນສວັນ ແລະແລ້ວສ້າງຖນົນນ 100 ຫລັກກິໂລແມັດ ເພື່ອຂົນແຮ່ໄປຍັງບໍ່ພູຄໍາ. ການສຶກສາຄວາມເປັນໄປໄດ້ ຄາດວ່າຈະສໍາເຣັດພາຍ ໃນທ້າຍປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.