ໂຄງການຣົດໄຟແກ່ຍາວ ຄ່າຊົດເຊີຍ
2018.11.20
ການຊົດເຊີຍຄ່າເສັຽຫາຍ ໃຫ້ແກ່ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ໃນເຂດນະຄອນຫຼວງວຽງຈັນ ຍັງຊັກຊ້າ ຫຼາຍ ເມື່ອທຽບໃສ່ແຂວງອື່ນໆ ທີ່ເລິ້ມຊົດເຊີຍໄປແດ່ແລ້ວ.
ຊາວບ້ານຜູ້ນຶ່ງໃນເຂດເມືອງໄຊທານີ, ນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົລກະທົບຈາກໂຄງການ ດັ່ງກ່າວ ກ່າວກັບຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ນີ້ວ່າ ຍັງບໍ່ທັນໄດ້ຮັບເງິນ ຄ່າຊົດເຊີຍຈັກກີບເລີຍ ນັບຕັ້ງແຕ່ໄດ້ມອບດິນໃຫ້ໂຄງການເປັນຕົ້ນມາ, ແຕ່ກໍຖືວ່າມີຄວາມຄືບໜ້າ ແດ່ແລ້ວ ເພາະໃນໄລຍະ 2 ສັປດາຜ່ານມາ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ມາແທກທີ່ດິນແລ້ວ, ດັ່ງຍານາງໄດ້ກ່າວວ່າ:
“ມື້ກ່ອນເພິ່ນກະມາແທກດິນຕອນ ທີ່ມັນຖືກຣາງຣົດໄຟຫັ້ນ. ເພິ່ນບອກວ່າເພິ່ນມາ ເພິ່ນກະຊິເອົາຂຶ້ນໄປພຸ້ນແຫຼະ ຄືຊິແມ່ນເອົາໄປກົມຕາດິນ ຄືຊິໄປຄິດໄລ່ເບິ່ງ, ເພິ່ນກະວ່າທໍ່ນັ້ນ ລະກະແລ້ວ. ເພິ່ນບອກວ່າ ຍັງມີຄນະຊິລົງມາອີກ ລະເພິ່ນຊິມາບອກ ຣາຄາ ລະກະບອກບັນຊີ ທະນາຄານມາເລີຍ ເພິ່ນຊິໂອນເງິນໃຫ້."
ສ່ວນຊາວບ້ານທີ່ໄດ້ຮັບຜົລກະທົບອີກທ່ານນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ດຽວກັນວ່າ ກໍພໍຮູ້ຂ່າວວ່າເພິ່ນຈະຈ່າຍເງິນຄ່າສູນເສັຽ ເຮືອນ ແລະ ທີ່ດິນໃຫ້ໃນມໍ່ໆນີ້, ແຕ່ຊາວບ້ານສ່ວນໃຫຍ່ ຍັງຢາກໃຫ້ທາງການຊົດເຊີຍ ເປັນທີ່ດິນຫລາຍກວ່າ.
“ຄັນມີດິນນິ່ ກະຢາກໄດ້ດິນພຸ້ນແຫຼະ ໃຈແທ້ກະບໍ່ຢາກໄດ້ແຫຼະອັນເງິນຫັ້ນນ່າ. ຢາກໄດ້ດິນຄັນບ່ອນມັນເໝາະສົມ ເພິ່ນເຮັດຫົນຖອກຫົນທາງ ໄປລະອຽດຫັ້ນນ່າ, ເວົ້າລວມລະກະດາຍ ໃນຈິຕໃຈຫັ້ນນ່າ. ດິນກະຈັກຊິໄປຊອກຊື້ມັນກະຍາກແດ່ຫັ້ນລະ, ມັນບໍ່ຖືກ. ຄັນເຮົາຊື້ໄດ້, ເຮົາກະຕ້ອງໄດ້ປົວແປງ ມີຫົນຖອກຫົນທາງຣົດຣາງອາງຮີ້ ໄປໄດ້ສະດວກສະບາຍ ເທື່ອເຈັບເປັນເອັນອຸ່ນ ໄປໂຮງໝອກໂຮງໝໍ ໂຕນີ້."
ວິທຍຸເອເຊັຽເສຣີ ໄດ້ໂທຣະສັບໄປຍັງຫ້ອງການ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ເມືອງໄຊທານີ ເພື່ອສອບຖາມ ຣາຍລະອຽດ ວ່າຈະມີການຊົດເຊີຍ ໃຫ້ແກ່ຊາວບ້ານ ເມື່ອໃດ, ແລະ ດ້ວຍຮູບແບບໃດແດ່, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ປະຕິເສດ ທີ່ຈະໃຫ້ຄວາມເຫັນ, ກ່າວພຽງສັ້ນໆວ່າ ຍັງເລັ່ງເຮັດວຽກຮິບໂຮມຂໍ້ມູນ ດ້ານທີ່ດິນຢູ່.
ເຖິງຢ່າງໃດກໍ່ຕາມ, ຫຼ້າສຸດນີ້, ຕາມການຣາຍງານຂ່າວຂອງໜັງສືພິມວຽງຈັນທາມສ, ທ່ານ ລັດຕະນະມະນີ ຄູນນີວົງ, ຮອງຣັຖມົນຕຣີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທັງເປັນປະທານຄນະກັມມະການ ບໍຣິຫານງານໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ໄດ້ຢືນຢັນ ໃນກອງປະຊຸມ ຄນະຮັບຜິດຊອບໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຄັ້ງທີ 4 ທີ່ນະຄອນຫຼວງວຽງຈັນ ເມື່ອວັນທີ 13 ພຶສຈິກາ ຜ່ານມານີ້ວ່າ “ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການນີ້ ຈະໄດ້ຮັບການຊົດເຊີຍ ຢ່າງໂປ່ງໃສ.” ແລະ ຈະເຣີ້ມຊົດເຊີຍໃຫ້ທຸກຄົນ ໃນປີ 2019 ນີ້ ຖ້າໄດ້ຮັບການອະນຸມັດ.
ກ່ອນໜ້ານີ້, ປະຊາຊົນທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົດໄຟ ລາວຈີນ ທີ່ເສັ້ນທາງຣົດໄຟຈະແລ່ນຜ່ານ ໃນແຂວງຫຼວງນ້ຳທາ, ອຸດົມໄຊ, ຫຼວງພຣະບາງ ແລະ ແຂວງວຽງຈັນ ໄດ້ຮັບເງິນຄ່າຊົດເຊີຍໄປແດ່ແລ້ວ ຍົກເວັ້ນນະຄອນຫຼວງວຽງຈັນ ທີ່ຍັງບໍ່ທັນມີໃຜໄດ້ຮັບ ເທື່ອ.