ທາງການລາວຫ້າມສົ່ງອອກ ໄມ້ທ່ອນ

ມະນີຈັນ
2015.09.17
F-Logs ການຕັດໄມ້ ເພື່ອສົ່ງອອກຂາຍ ໃຫ້ ວຽດນາມ ທີ່ ແຂວງ ອັດຕະປື. ຮູປຖ່າຍ ໃນເດືອນ ພືສພາ 2015
RFA/NY

ຫ້ອງການ ຣັຖບານ ລາວ ອອກ ແຈ້ງການ ຫ້າມ ບໍ່ໃຫ້ ສົ່ງ ໄມ້ທ່ອນ ອອກ ນອກ ປະເທດ, ຊຶ່ງ ໃນນັ້ນ ກຳນົດໄວ້ ວ່າ:

"ບໍ່ ອະນຸຍາດ ໃຫ້ສົ່ງ ໄມ້ທ່ອນ, ໄມ້ ຕີຕັບ ອອກໄປ ຕ່າງ ປະເທດ ຢ່າງ ເດັດຂາດ, ໃຫ້ ປຸງແຕ່ງ ສໍາເຣັດ ຮູບ ແລ້ວ ຈຶ່ງ ສົ່ງອອກ”.

ແຈ້ງການ ສະບັບໃໝ່ ຂອງ ຫ້ອງວ່າການ ຣັຖບານ ນີ້, ມີຂຶ້ນ ໃນ ວັນທີ 18 ສິງຫາ 2015 ຕາມ ການສເນີ ຂອງ ກົມນໍາເຂົ້າ ແລະ ສົ່ງອອກ ກະຊວງ ອຸດສາຫະກັມ ແລະ ການຄ້າ ແລະ ຕາມ ການຕົກລົງ ຂອງ ນາຍົກ ຣັຖມົຕຣີ, ຮອງນາຍົກ ຣັຖມົນຕຣີ ແລະ ຜູ້ຊີ້ນຳ ວຽການ ເສຖກິດ ຂົງເຂດ ການຜລິດ ແລະ ຈໍຣະຈອນ.ແຈ້ງການ ສະບັບນີ້ ປ່ຽນແທນ ແຈ້ງການ ສະບັບ ລົງ ວັນທີ 30 ເມສາ 2015.

ຣັຖບານ ລາວ ເວົ້າວ່າ ແຈ້ງການ ສະບັບກ່ອນ ກໍແມ່ນ ເພື່ອ ເພີ່ມມູລຄ່າ ແກ່ ຜລິຕພັນ ໄມ້ ດ້ວຍການ ແປຮູບໄມ້ ກ່ອນ ສົ່ງອອກ ຂນະທີ່ ສນອງ ໄມ້ທ່ອນ ເປັນ ວັຖຸດິບ ໃຫ້ ໂຮງເລື່ອຍ ທ້ອງຖິ່ນ ແລະ ໂຮງງານ ເຟີນິເຈີ້ ຕ່າງໆ ຫຼາຍຂຶ້ນ, ເພື່ອ ສນອງ ຄວາມຕ້ອງການ ທີ່ ເພີ່ມຂຶ້ນ. ຂນະນີ້ ທຸຣະກິດ ເຟີນິເຈີ້ ຈໍານວນ ນຶ່ງ ປະເຊີນ ກັບ ການຂາດເຂີນ ໄມ້ ທ່ອນ.

ທ່ານ ບຸນເພັງ ແພງສີສະຫວັດ ຈາກ ສະມາຄົມ ເຟີນິເຈີ້ ລາວ ກ່າວຕໍ່ ວຽງຈັນທາມສ ວ່າ, ຫຼາຍເດືອນ ມານີ້ ທຸຣະກິດ ເຟີນິເຈີ້ ຈໍານວນ ນຶ່ງ ໃນທົ່ວ ປະເທດ ຈໍາຕ້ອງ ຢຸດ ກິຈການ ໄປ ຍ້ອນ ບໍ່ສາມາດ ຫາ ໄມ້ທ່ອນ ມາຜລິດ ຕາມ ໃບສັ່ງໄດ້, ແລະ ທາງ ສະມາຄົມ ກໍໄດ້ ຮຽກຮ້ອງ ຂໍໂຄຕ້າ ໄມ້ທ່ອນ ຈາກ ຣັຖບານ ເພື່ອ ໃຫ້ ທຸຣະກິດ ຂອງ ພວກຕົນ ຍືນຍົງ, ແຕ່ ຍັງບໍ່ໄດ້ ຮັບ ອະນຸຍາດ ເທື່ອ.

ບໍຣິສິດ ເຟີນິເຈີ້ ສ່ວນໃຫຍ່ ທີ່ຍັງ ດໍາເນີນ ຢູ່ ໂດຍສະເພາະ ຢູ່ ນະຄອນຫຼວງ ວຽງຈັນ ຕ້ອງໄດ້ຊື້ ໄມ້ທ່ອນ ຈາກ ສນາມໄມ້ ແທນທີ່ ຈະໃຊ້ໄມ້ ທີ່ ສນອງ ໃຫ້ ຕາມ ໂຄຕາ ທີ່ ຣັຖບານ ໃຫ້.

ທ່ານ ເວົ້າວ່າ ການຂາດເຂີນ ໄມ້ທ່ອນ ສ້າງ ບັນຫາ ແກ່ທາງ ສະມາຄົມ ຂນະທີ່ ທາງ ສະມາຄົມ ພຍາຍາມ ຂຍາຍ ຕລາດ ທີ່ ມີຄວາມ ຕ້ອງການ ສູງ ທັງ ຢູ່ພາຍໃນ ລາວ ແລະ ຕລາດ ຕ່າງ ປະເທດ, ແຕ່ ການສນອງ ແມ່ນ ມີຈໍາກັດ. ຄວາມ ຕ້ອງການ ເຄື່ອງ ເຟີນິເຈີ້ ລາວ ຂອງ ຕລາດ ຈີນ ກໍຫຼາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.