ຄໍາສັ່ງກວດກາຣົດເຖື່ອນ
2017.06.28

ເມື່ອຕົ້ນປີນີ້ ສໍານັກງານ ນາຍົກຣັຖມົນຕຣີ ສປປລາວ ໄດ້ມີຄໍາສັ່ງໃຫ້ ກະຊວງການເງິນ ຕໍາຣວດ ແລະແຂວງ ກວດກາ ແກ້ໄຂບັນຫາ ການນໍາຣົດຍົນ ເຂົ້າມາ ແບບບໍ່ຖືກຕ້ອງ ຕາມກົດໝາຍ ໃນແຂວງຕ່າງໆ ທົ່ວປະເທດ ຊຶ່ງມີປະມານ 5600 ປາຍຄັນ. ເຈົ້າຂອງຣົດ ເຫລົ່ານັ້ນ ຊື້ຣົດມາດ້ວຍວິທີ ປອມແປງເອກສານ ບໍ່ເສັຽພາສີອາກອນ ໃຫ້ແກ່ຣັຖ. ດັ່ງເຈົ້າໜ້າທີ່ຂັ້ນສູງ ກົມພາສີ ກະຊວງ ການເງິນ ກ່າວໃນມື້ວັນທີ 28 ມີຖຸນາ 2017 ນີ້ວ່າ:
"ມັນປອມເຮັດເອກສານ ແຕ່ວ່າຣົດຫັ້ນບໍ່ມີຫຍັງເລີຍ ຣົດເປັນແບບທົ່ວໄປ ກັບລັກສນະນໍາເຂົ້າ ແບບຖືກຕ້ອງໝົດ ແຕ່ວ່າມີແຕ່ ມັນມາ ປອມແປງ ເຣື່ອງເອກສານ ພາສີ ບໍ່ໄດ້ ເສັຽພາສີ ເວົ້າຈັ່ງຊັ້ນສະ ເສັຽພາສີບັດ ຕື້ນຶ່ງພຸ້ນໃດ໊ ກະມີຫລາຍ ຍັງມີຫລາຍ".
ຜ່ານມາເຈົ້າໜ້າທີ່ ມີບັນຫາຫຍູ້ງຍາກຫຼາຍ ໃນການກວດກາ ເພາະເຈົ້າໜ້າທີ່ ບໍ່ຮູ້ວ່າຣົດຖືກລັກເຂົ້າມາ ຈາກໃສລັກມາແນວໃດ ບໍ່ຮູ້ວ່າ ແມ່ນໃຜຫຼືບໍຣິສັດໃດ ເປັນຜູ້ນໍາເຂົ້າມາ ແລະປອມແປງເອກສານ. ສິ່ງທີ່ຫຍູ້ງຍາກກວ່ານັ້ນ ແມ່ນການກວດກາ ສືບສວນ ສອບສວນ ເຈົ້າໜ້າທີ່ ທີ່ພົວພັນ ກັບການປອມແປງ ເອກສານ ຄ້າຣົດເຖື່ອນ.
ປັດຈຸບັນ ມີຣົດຈໍານວນຫຼາຍ ທີ່ຍັງບໍ່ທັນຖືກກວດກາ ໂດຍສະເພາະຣົດ ໃນນະຄອນຫຼວງວຽງຈັນ ແຂວງວຽງຈັນ ແຂວງຫຼວງພຣະບາງ ແລະໃນເຂດ ເສຖກິດພິເສດ ໃນ ທົ່ວປະເທດ. ຣົດຍົນຈໍານວນທີ່ຖືກກວດກາ ແລ້ວນັ້ນສ່ວນຫລາຍ ເປັນຣົດເຖື່ອນ ຖືກລັກເຂົ້າມາຈາກ ໄທແລະຈີນ. ແຕ່ອີກຈໍານວນນຶ່ງ ໂດຍສະເພາະ ຣົດຫຼູຫຼາແມ່ນມາ ຈາກເມືອງ Dubai ປະເທດ United Arab Emirate. ດັ່ງເຈົ້າ ໜ້າທີ່ກ່າວຕື່ມວ່າ:
"ກະສ່ວນຫລາຍແມ່ນເປັນຣົດ Lexus ເຂົາສິມາ ຕົ້ນກໍາເນີດມາທາງດູບາຍ ແຕ່ວ່າການເຄື່ອນຍ້າຍ ມັນຈັກເຂົາ ສິເຂົ້າທາງໃດ ຕົວນີ້ ພວກເຮົາບໍ່ທັນໄດ້ ສອບເຖິງ ມີແຕ່ສອບ ເຖິງແຕ່ວ່າການ ປອມແປງເອກສານ ກັບປະເທດຜລິດ".
ຄໍາສັ່ງຂອງສໍານັກງານ ນາຍົກຣັຖມົນຕຣີ ຣະບຸວ່າ ເຈົ້າໜ້າທີ່ ກະຊວງການເງິນ ຕໍາຣວດແລະແຂວງຕ່າງໆ ຈະກວດກາຣົດເຖື່ອນທັງໝົດ ໃນປະເທດ. ຖ້າກວດພົບຣົດຍົນ ຄັນໃດຖືກລັກມາ ຈາກປະເທດ ເພື່ອນບ້ານ ແລະ ບໍ່ມີເອກສານ, ເຈົ້າໜ້າທີ່ ກໍຈະສົ່ງຣົດຄັນນັ້ນ ຄືນໄປ ປະເທດທີ່ມາ. ຖ້າຣົດຄັນໃດ ມີເອກສານປອມ, ທາງການຈະຍຶດເອົາ ເປັນຂອງຣັດ ແຕ່ຖ້າເຈົ້າຂອງ ຍັງຢາກໄດ້ຣົດ ຄັນນັ້ນຢູ່ ກໍຕ້ອງເສັຽ ພາສີອາກອນ ເຮັດເອກສານ ຢ່າງຖືກຕ້ອງ ແລະ ເສັຽຄ່າປັບໃໝ.