ນາຍົກລາວສັ່ງໃຫ້ປະຢັດ

ອຸ່ນແກ້ວ ສຸກສະຫວັນ
2016.10.25
f-thongloun ທ່ານ ທອງລຸນ ສິສຸລິດ ນາຍົກຣັຖມົນຕຣີ ສປປ ລາວ ກ່າວໃນວັນເປີດ ກອງປະຊຸມ ສະພາແຫ່ງຊາດ ຊຸດທີ 8
Screen captured from Vientiane Times Video

ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຼີ ໄດ້ອອກຄຳສັ່ງ ໃຫ້ແຕ່ລະ ຂະແໜງການ ແລະ ທ້ອງຖິ່ນ ໃນທົ່ວປະເທດ ຕ້ອງຈັດຕັ້ງ ປະຕິບັດ ການໃຊ້ ງົບປະມານ ແລະ ແຜນລາຍຈ່າຍ ໃຫ້ມີ ປະສິດທິຜົນ ແລະ ບໍ່ໃຫ້ໃຊ້ຈ່າຍ ແບບ ຟູມເຟືອຍ. ດັ່ງທ່ານກ່າວ ຕອນນຶ່ງ ໃນກອງ ປະຊຸມ ສະໄໝສາມັນ ເທື່ອທີ່ 2 ຂອງ ສະພາ ແຫ່ງຊາດ ຊຸດທີ 8 ໃນ ວັນທີ 24 ຕຸລາ ວ່າ:

"ຈັດຕັ້ງປະຕິບັດ ແຜນງົບປະມານ ແລະ ແຜນຣາຍຈ່າຍ ໃຫ້ມີ ປະສິດທິຜົນ ຈັດຕັ້ງ ປະຕິບັດ ຄຳສັ່ງຂອງ ນາຍົກ ຣັຖມົນຕຼີ ວ່າດ້ວຍ ການປະຢັດ ແລະ ຕ້ານການ ຟູມເຟືອຍ ສະບັບ ເລກທີ 78 ລບ ໃຫ້ປະກົດຜົນ ເປັນຈິງ ທົ່ວທຸກ ຂະແໜງການ ແລະ ທ້ອງຖິ່ນ".

ໃນວັນອາທິດ ທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ ໄດ້ອອກຄຳສັ່ງ ໃຫ້ບັນດາ ກະຊວງ, ອົງການ ແລະ ທ້ອງຖິ່ນຕ່າງໆ ຈັດຕັ້ງ ຄນະ ກັມມະການ ຕິດຕາມ ກວດກາ ຂັ້ນຕ່າງໆ ເພື່ອກວດກາ ຈັດຕັ້ງ ປະຕິບັດ ນິຕິກັມ ໃຫ້ໄດ້ຜົນ ໃນຕໍ່ໜ້າ.

ທີ່ຜ່ານມາເຖິງວ່າ ຣັຖບານ ຈະໄດ້ສັ່ງໃຫ້ ແຕ່ລະຂະແໜງການ ໃຊ້ຈ່າຍ ງົບປະມານ ຢ່າງປະຢັດ ແຕ່ກໍຍັງ ພົບວ່າ ບາງແຂວງ ຍັງເຮັດ ບໍ່ໄດ້ດີ. ເຈົ້າໜ້າທີ່ ລາວ ຜູ້ທີ່ບໍ່ປະສົງ ອອກຊື່ ທ່ານນຶ່ງ ໃຫ້ຄວາມເຫັນ ກ່ຽວກັບ ຄຳສັ່ງ ດັ່ງກ່າວ ວ່າ ການທີ່ຈະໃຫ້ ແຕ່ລະ ຂະແໜງການ ຍຸຕິ ການໃຊ້ ງົບປະມານ ຢ່າງຟູມເຟືອຍ ໃນທັນທີ ທັນໃດນັ້ນ ຈະຕ້ອງໃຊ້ ເວລາ. ດັ່ງ ທ່ານ ກ່າວວ່າ:

"ຈະເອົາລະຍະໃດ ລະຍະນຶ່ງ ໃຫ້ມັນໄດ້ ເວົ້າປຶບ ຈັດຕັ້ງປັບ ບາງເທື່ອກະຄາ ບາງເທື່ອ ກະຄາ ເນາະ ຍ້ອນຄວາມ ເຄີຍຊິນ ຂອງຄົນເຮົາ ເນາະ ຜູ້ເປັນ ຄນະພັກ ຄນະນຳ ແຕ່ລະຂັ້ນ ຕ້ອງໄດ້ເປັນ ແບບຢ່າງ ຫັ້ນແຫຼ ເປັນແບບຢ່າງ ໃນການ ຈັດຕັ້ງ ປະຕິບັດ ນີ້ແຫຼະ. ສຳຄັນ ທີ່ສຸດ ປະຢັດ ງົບປະມານ ປະຢັດ ໄຟຟ້າ ນ້ຳປະປາ ຄອມພິວເຕີ ຕ່າງໆ ແມ່ນ ດີທີ່ສຸດ".

ນອກຈາກນີ້ ຊາວລາວ ທ່ານນຶ່ງ ກໍໃຫ້ຂໍ້ ສັງເກດວ່າ ໃນການອອກຄຳສັ່ງ ໃຫ້ມີ ການປະຢັດ ງົບປະມານ ຄນະ ກັມມະການ ຕິດຕາມ ກວດກາ ອາດແກ້ບັນຫາ ບາງຈຸດບໍ່ໄດ້ ຍ້ອນວ່າ ເຈົ້າໜ້າທີ່ ຂັ້ນຕ່ຳ ອາດຈະບໍ່ກ້າ ກວດສອບ ການໃຊ້ ງົບປະມານ ຂອງ ເຈົ້າໜ້າທີ່ ຂັ້ນສູງກວ່າ ເພາະ ຢ້ານຣະບົບ ເສັ້ນສາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.