ທົ່ງໃຫຫີນຍັງຕ້ອງການ ຂໍ້ມູນໃຫ້ UNESCO


2013.10.25
F-Jars ທົ່ງໃຫຫີນ ທີ່ແຂວງຊຽງຂວາງ
RFA

 

ປັດຈຸບັນແຜນການທີ່ຈະເຮັດໃຫ້ທົ່ງໃຫຫີນກາຍເປັນແຫລ່ງທ່ອງທ່ຽວ ທີ່ສຳຄັນໃນແຂວງຊຽງຂວາງ ດ້ວຍການເປັນພື້ນທີ່ ມໍຣະດົກໂລກ ນັ້ນ ຍັງຄ້າງຄາຢູ່ບ່ອນ ການປັບປຸງເອກສານ ເພື່ອໃຫ້ຄົບຂໍ້ມູນທີ່ສົມບູນກ່ອນຈະສເນີໄປຍັງອົງການ UNESCO ອີກໃຫມ່. ດັ່ງເຈົ້າຫນ້າທີ່ຫ້ອງ ການທ່ອງທ່ຽວ ທີ່ແຂວງຊຽງຂວາງ ເວົ້າວ່າ:

"ຄວາມຄືບຫນ້າດຽວນີ້ເພີ່ນກໍຍັງປັບປຸງເຣື້ອງ ເອກສານນັ້ນແຫລະເນາະ ເພີ່ນປັບປຸງຢູ່ຂັ້ນກະຊວງ ຢູ່ກົມມໍຣະດົກໂລກເພີ່ນກໍມີ ແຕ່ຖາມ ຂໍ້ ມູນວ່າໃຫຫີນມີຈັກແຫ່ງ ແລະກໍຖາມ ກ່ຽວກັບຂອບເຂດເນື້ອທີ່ ເຮົາຊີ່ ເອົາຢູ່ໃນຣະດັບ ກວ້າງແຄບ ຊໍ່າໃດ ເພີ່ນກະຖາມແນວນັ້ນ".

ທ່ານກ່າວຕື່ມວ່າ ຍັງບໍ່ມີຂໍ້ມູນ ທີ່ຫນັກແຫນ້ນເທື່ອ ວ່າຈະສເນີທົ່ງໃຫຫີນ ໄປໃຫ້ອົງການ UNESCO ອີກໃຫມ່ໄດ້ໃນປີໃດແທ້ ແຕ່ສ່ວນຕົວ ທ່ານ ເອງຄາດວ່າ ຢ່າງໄວທີ່ສຸດອາດເປັນປີ 2015 ແລະອາດຈະບໍ່ກາຍປີ 2017. ແຕ່ເຖິງຢ່າງໃດກໍ ຕາມຕ້ອງໃຫ້ຫ້ອງການ ມໍຣະດົກໂລກ ເປັນຜູ້ດຳເນີນການ ໃນເຣື້ອງນີ້ຕໍ່ໄປ ແລະແຂວງຊຽງຂວາງຈະເຮັດຫນ້າທີ່ ຕຣຽມພ້ອມສີ່ງທີ່ຕ້ອງການຕ່າງໆ ເຊັ່ນສ້າງສນາມບິນ ໂຮງແຮມ ບ້ານພັກ ເພື່ອຮອງຮັບການເປັນມໍຣະດົກໂລກ ຂອງທົ່ງໃຫຫີນ.

ຂໍ້ມູນຈາກເຈົ້າຫນ້າທີ່ແຂວງຊຽງຂວາງຣະບຸວ່າ ປັດຈຸບັນໃຫຫີນທີ່ໄດ້ຈົດທະບຽນໄປແລ້ວມີຢູ່ 73 ບ່ອນ ທີ່ມີໃຫ້ຫີນ 2 ພັນກວ່າຫນ່ວຍ ແລະ ຍັງອີກ 53 ບ່ອນຍັງບໍ່ໄດ້ສຳຣວດ ແລະຈົດທະບຽນເທື່ອ ຄາດວ່າຈະມີໃຫຫີນ ຫລາຍຮ້ອຍຫນ່ວຍ.

ເຖິງຢ່າງໃດກໍຕາມ ຍັງມີລາຍງານຈາກປະຊາຊົນຜູ້ທີ່ເຮັດໄຮ່ເຮັດນາ ວ່າພວກຂະເຈົ້າໄດ້ພົບເຫັນໃຫຫີນ ແບບກະຈັກກະຈາຍ ໃນຫລາຍພື້ນ ທີ່ ບາງບ່ອນມີ 20 ກວ່າຫນ່ວຍ ແລະບາງບ່ອນມີຮອດ 100 ຫນ່ວຍ ຊື່ງເຈົ້າຫນ້າທີ່ກຳລັງ ລົງໄປເກັບກຳຂໍ້ມູນ ຢູ່ເພື່ອໃຫ້ແລ້ວໃນທ້າຍປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.