ຊາວບ້ານວ່າວຽກງານ 3 ສ້າງ ມີແຕ່ຊື່
ຣັຖບານລາວ ຣາຍງານ ເຖິງ ຜົນສຳເຣັດ ຂອງ ວຽກງານ 3 ສ້າງ, ແຕ່ ປະຊາຊົນ ເວົ້າວ່າ ບໍ່ໄດ້ ປະໂຫຍດ ຫຍັງ ເພາະ ໄດ້ແຕ່ເວົ້າ ປະຕິບັດ ບໍ່ໄດ້.
-
ອຸ່ນແກ້ວ ສຸກສະຫວັນ
2015-12-23 -
-
-
Your browser doesn’t support HTML5 audio
ຣັຖບານລາວ ຣາຍງານ ການຈັດຕັ້ງ ປະຕິບັດ ວຽກງານ 3 ສ້າງ ຄື ສ້າງແຂວງ ເປັນຫົວໜ່ວຍ ຍຸທສາດ ສ້າງເມືອງ ເປັນຫົວໜ່ວຍ ເຂັ້ມແຂວງ ຮອບດ້ານ ສ້າງບ້ານ ເປັນຫົວໜ່ວຍ ພັທນາ ນັ້ນວ່າ ປະສົບ ຜົລສຳເຣັດ ດີ ຫລັງຈາກ ທົດລອງ ປະຕິບັດ ມາໄດ້ 3 ປີ. ທ່ານຄຳຫມັ້ນ ສຸນວິເລີດ ຣັຖມົນຕຣີ ວ່າການ ກະຊວງພາຍໃນ ກ່າວຕໍ່ ກອງປະຊຸມ ສະພາ ແຫ່ງຊາດ ໃນ ວັນທີ 21 ທັນວາ ນີ້ວ່າ:
“ໃນຕລອດ ຣະຍະ ຂອງການ ຈັດຕັ້ງ ປະຕິບັດ ຄນະຮັບຜິດຊອບ ຊີ້ນຳ ເຮັດທົດລອງ 3 ສ້າງ ໄດ້ ເອົາໃຈໃສ່ ນຳພາ ຊີ້ນຳ ຕິດຕາມ ຊຸກຍູ້, ເບິ່ງລວມແລ້ວ ແມ່ນໄດ້ຮັບ ການຈັດຕັ້ງ ແລະ ຜັນຂຍາຍ ຢ່າງ ເປັນຣະບົບ ຄົບຊຸດ, ເຮັດໃຫ້ການ ຈັດຕັ້ງ ປະຕິບັດ ເປັນຕົ້ນແມ່ນ ການສ້າງ ບ້ານພັທນາ ອັນນີ້ ກໍເຫັນວ່າ ມີ ຜົລສຳເຣັດ”.
ຣັຖບານລາວ ໄດ້ທົດລອງ ຈັດຕັ້ງ ປະຕິບັດ ວຽກງານ 3 ສ້າງ ທັງໝົດ ຢູ່ 100 ກວ່າ ບ້ານ ພາຍໃນ 50 ເມືອງ ໃນ ທົ່ວ ປະເທດ.
ເຖິງຢ່າງໃດກໍຕາມ ປະຊາຊົນ ບ້ານ ຫາງສະດຳ ເມືອງໂຂງ ແຂວງ ຈຳປາສັກ ກໍໃຫ້ຄຳເຫັນ ວ່າ ວຽກງານນີ້ ມີແຕ່ແຜນ ແຕ່ ບໍ່ມີທຶນ ສົ່ງເສີມ ປະຊາຊົນ ໃນພາກ ປະຕິບັດ ຕົວຈິງ, ດັ່ງ ປະຊາຊົນ ກ່າວວ່າ:
“ມັນເປັນບ້ານ 3 ສ້າງ ແມ່ນບ້ານ ພັທນາ ມັນມີແຕ່ ແຜນຊື່ໆ ບໍ່ທັນໄດ້ ເຮັດຫຍັງ ດອກ. ຍົກຕົວຢ່າງ ສອນຄວາມຮູ້ ກ່ຽວກັບ ການ ເຮັດນາແຊງ ກໍ ບໍ່ມີນ້ຳ, ຮຽນນັ້ນ ປະຊາຊົນ ຮຽນໄດ້ ແຕ່ ບໍ່ມີທຶນ ຍູ້ ໃຫ້ເຂົາເຮັດ ເຂົາສ້າງ ເຂົາກໍຮຽນ ໄປຊື່ໆ”.
ນອກຈາກ ນີ້ ເຈົ້າຫນ້າທີ່ ອົງການ ຈັດຕັ້ງ ທາງສັງຄົມ ໃນລາວ ໃຫ້ ຄຳເຫັນວ່າ ວຽກງານ 3 ສ້າງ ເປັນ ນະໂຍບາຍ ທີ່ ດີຫລາຍ ແຕ່ ບໍ່ຫມັ້ນໃຈ ວ່າໃນທາງ ປະຕິບັດ ຣັຖບານ ເຮັດໄດ້ດີ ຊ່ຳໃດ ຈຶ່ງຢາກໃຫ້ ມີອົງການ ທີ່ເປັນກາງ ມາປະເມີນ ຜົນ, ດັ່ງ ທ່ານ ກ່າວ ຕອນນຶ່ງວ່າ:
“ຂ້ອຍ ອ່ານເນື້ອໃນ ຂອງ 3 ສ້າງ ດີຫລາຍ, ວິທີການ ນີ້ good, very good ແຕ່ມັນຕ້ອງ ປະເມີນຜົລ ອັນນັ້ນ ຕ້ອງໄດ້ອາສັຍ ຄົນກາງ ຄົນທີ່ບໍມີ ສ່ວນຮ່ວມ ມາປະເມີນ ຈຶ່ງຈະຮູ້ວ່າ ຜົລ ຂອງ 3 ສ້າງ ນັ້ນ ຮອດໃສ”.
ຣັຖບານລາວ ໄດ້ ເລີ້ມວຽກງານ 3 ສ້າງ ມາຕັ້ງແຕ່ ປີ 2012 ໂດຍ ອີງໃສ່ ຄໍາສັ່ງ ຂອງ ນາຍົກ ຣັຖມົນຕຼີ ເລກທີ 16, ຊຶ່ງ ຖືວ່າເປັນ ການປະຕິບັດ ມະຕິ ຂອງ ກອງປະຊຸມ ໃຫຍ່ຄັ້ງທີ 9 ຂອງ ພັກ.