ໝາກອຶຄ້າງສວນຂາດທຶນ ຢ່າງໜັກ

ຫມາກອຶ ທີ່ ຊາວສວນ ບ້ານນາສະຫວ່າງ ແລະ ບ້ານຂວາງ ເມືອງນາຫມໍ້ ແຂວງອຸດົມໄຊ ມີບັນຫາສົ່ງເຂົ້າໄປຈີນບໍ່ໄດ້ ຍ້ອນພຍາດ ໂຄວິດ-19
ຫມາກອຶ ທີ່ ຊາວສວນ ບ້ານນາສະຫວ່າງ ແລະ ບ້ານຂວາງ ເມືອງນາຫມໍ້ ແຂວງອຸດົມໄຊ ມີບັນຫາສົ່ງເຂົ້າໄປຈີນບໍ່ໄດ້ ຍ້ອນພຍາດ ໂຄວິດ-19 (ນັກຂ່າວພົລເມືອງ)

0:00 / 0:00

ຊາວສວນໝາກອຶ ຢູ່ບ້ານນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ ກຳລັງປະເຊີນບັນຫາໝາກອຶ ທີ່ເກັບກ່ຽວອອກມາຂາຍບໍ່ໄດ້ ຄ້າງຢູ່ ສວນປະມານ 30 ຕັນ ບໍ່ສາມາດຂົນສົ່ງເຂົ້າ ໄປຈີນໄດ້. ປະຈຸບັນນີ້ ໝາກອຶ ເນົ່າໄປແລ້ວ 10 ຕັນ ສ່ວນທີ່ເຫລືອຍັງລໍຖ້າ ຣົດຂົນສົ່ງ ຂອງພໍຄ້າ ຄົນຈີນ ທີ່ຮັບຊື້ຂົນເຂົ້າໄປຈີນ. ດັ່ງຊາວສວນໝາກອຶ ບ້ານນາສະຫວ່າງ ໄດ້ກ່າວຕໍ່ເອເຊັຽ ເສຣີ ໃນວັນທີ 20 ພືສພາ ວ່າບໍ່ ໄດ້ຂາຍ ໝາກອຶອອກດຽວນີ້ ລໍຖ້າຣົດຂົນສົ່ງແກ່ໄປຈີນຢູ່:

"ອຸກໃຈຢູ່ອັນບໍ່ໄດ້ເອົາໝາກອຶ ອອກດຽວນີ້ ມັນໂອ້ເນົ່າແລ້ວ ໂອ້ດຽວນີ້ ປະມານ 10 ຕັນ 20 ຕັນ ນີ້ບໍ່ມັນມີເສັຍຫາຍ ຢູ່ນີ້ໂອ້ຕົກຄ້າງຊິ ແມ່ນ 20-30 ຕັນນີ້ເດ ດຽວນີ້ລໍຖ້າຣົດ ຣົດບໍ່ລົງກໍບໍ່ມີຣົດໃສ່ ກໍລໍຖ້າ ປະຊາຊົນ ກໍວຸ້ນວາຍຢູ່ນີ້."

ຊາວສວນໝາກອຶຢູ່ ບ້ານຂວາງ ເມືອງນາໝໍ້ ກໍປະສົບບັນຫາດຽວກັນ ກໍຄືຍັງບໍ່ທັນມີຣົດ ຂົນສົ່ງຂອງພໍຄ້າຊາວຈີນ ທີ່ສັ່ງຊື້ໝາກອຶເຂົ້າມາ ຂົນໝາກອຶສົ່ງໄປຍັງຈີນ. ຕອນນີ້ໝາກອຶຍັງຄ້າງຢູ່ສວນ ປະມານ 200 ຕັນ ແລະ ສ່ວນນຶ່ງກໍໄດ້ເນົ່າໄປແລ້ວ. ດັ່ງຊາວສວນບ້ານຂວາງ ໄດ້ກ່າວວ່າ:

"ຊາວສວນນີ້ ຄັນນວ່າເຖົ້າແກ່ຈີນ ບໍ່ມາເອົາກໍ່ເສັຍໃຈເສັຍຜົລປະໂຫຍດ ກໍເສັຍຄ່າແຮງງານໂອ້ ແລ້ວປັດຈຸບັນນີ້ຂະເຈົ້າ ບໍ່ມາເບີ່ງພໍ່ແມ່ ປະຊາຊົນ ເກັບກູ້ປະບ່ອນໃດໄວ້ ບ່ອນໃດໄວ້ບ່ອນຮົ່ມ ບ່ອນຕາກແດດ ຕາກຝົນ ຂະເຈົ້າມາເບິ່ງຂະເຈົ້າບໍ່ມາໃກ້ຊິດ ເບິ່ງຫັ້ນນ່າ."

ຕໍ່ກໍຣະນີດັ່ງກ່າວເຈົ້າໜ້າທີ່ອຸດສາຫະກັມ ແລະການຄ້າ ແຂວງຫລວງນໍ້າທາ ໄດ້ຊີ້ແຈງວ່າ ສາເຫດທີ່ບໍ່ມີຣົດໄປຂົນເອົາໝາກອຶ ຢູ່ສວນຂອງ ປະຊາຊົນເມືອງນາໝໍ້ ນັ້ນຍ້ອນຕ້ອງປະຕິບັດຕາມມາຕການ ປ້ອງກັນພຍາດໂຄວິດ-19 ກໍ່ຄືບໍ່ອະນຸຍາດໃຫ້ໂຊເຟີຣົດ ຈີນເຂົ້າມາລາວໄດ້ ໂດຍຕ້ອງປ່ຽນໃຫ້ໂຊເຟີລາວ ຂັບເຂົ້າມາຂົນໝາກອຶ ແລ້ວຈຶ່ງກັບໄປຈຸດຄ່ຽນຖ່າຍສິນຄ້າ ສົ່ງໃຫ້ໂຊເຟີຈີນ ຂັບຕໍ່.

"ຊາຍແດນນີ້ນ່າທາງການລາວ ກໍເວົ້າເຣື່ອງໄລຍະ ເຝົ້າຣະວັງເນາະ ໂຄວິດ-19 ຫັ້ນນ່າຈີນນີ້ບໍ່ຢາກໃຫ້ ອັນນ່າໂຊເຟີຄົນລາວ ຂັບເຂົ້າໄປ ຈີນບາດນີ້ ຄົນຈີນນີ້ມີແຕ່ ອັນນ່າຣົດລາວໄປ ຈອດຢູ່ຊາຍແດນລາວ ແລ້ວເຂົາກໍປ່ຽນເອົາ ໂຊເຟີຄົນຈີນ ໄປຂັບມານີ້ເຂົາກໍ ໄດ້ກັກໂຕເດ້ 14 ວັນເດ້."

ທ່ານໄດ້ກ່າວຕື່ມວ່າ ລາວຍັງບໍ່ທັນມີບໍຣິສັດຂົນສົ່ງສິນຄ້າຂນາດໃຫຍ່ ໄປຮັບຈ້າງຂົນສົ່ງສິນຄ້າ ໃຫ້ຈີນກໍໝາຍຄວາມວ່າບໍ່ໄດ້ຈົດ ທະບຽນ ແບບເປັນນິຕິບຸກຄົນ ຈຶ່ງເຮັດໃຫ້ການຂົນ ສົ່ງສິນຄ້າຂ້າມແດນໄປຈີນ ມີຄວາມຫຍຸ້ງຍາກ.

ສ່ວນເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ໃຫ້ຄວາມເຫັນວ່າ ປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງ ກຳລັງຕິດຕໍ່ຫາເຖົ້າ ແກ່ຈີນ ມາຊື້ ໝາກອຶຢູ່ມີແຕ່ໃຫ້ປະຊາຊົນມາລໍ ຖ້າຣົດມາຂົນເອົາໝາກອຶ ກ່ອນ ປັດຈຸບັນທາງເຈົ້າໜ້າທີ່ ດ່ານຍັງຈຳກັດຣົດ ເຂົ້າອອກຢູ່.

"ດຽວນີ້ກຳລັງຕິດຕໍ່ຫາຈຸເຖົ້າແກ່ໃຫຍ່ຫັ້ນເນາະ ວ່າຊິມາຊື້ແນວໃດ ຊິເຄລັຽແນວໃດ ໃຫ້ເຂົ້າມາແກ້ໄຂໃຫ້ປະຊາຊົນ ກໍໄດ້ລໍແລ້ວເຂົາມາຊື້ ກໍ່ກຽມຂາຍໃຫ້ເຂົາຫັ້ນແຫລະ ມີແຕ່ລໍຖ້າຂະເຈົ້າຖ້າຣົດມາ."

ທ່ານໄດ້ກ່າວຕື່ມວ່າ ການປູກໝາກອຶ ຢູ່ບ້ານນາສະຫວ່າງແລະບ້ານຂວາງ ບໍ່ມີສັນຍາແຕ່ຢ່າງໃດ ແຕ່ເຖົ້າແກ່ຈີນ ຈະຊ່ອຍເຫລືອແນວພັນ ຝຸ່ນ ແລະ ຜ້າຢາງໃນເທື່ອທຳອິດ, ສ່ວນ ປະຊາຊົນແມ່ນເອົາ ທີ່ິດິນ ຂອງໃຜລາວປູກໝາກອຶ ແລະ ອອກແຮງງານຮອດ ໄລຍະເກັບກູ້ ຜົລຜລິດ ກໍເອົາມາຂາຍ ເປັນຄ່າແຮງງານ ແລະ ຫັກຄ່າແນວພັນ.

ເດືອນເມສາຜ່ານມາເຖົ້າແກ່ຈີນ ໄດ້ເອົາຣົດມາເກັບຊື້ໝາກອຶ ຢູ່ບ້ານນາສະຫວ່າງ ແລະ ຂວາງ ອອກໄປຂາຍຢູ່ຈີນ ປະມານ 800 ຕັນແລ້ວ. ໃນຂນະທີ່ອຳນາດການປົກຄອງບ້ານ ໄດ້ກ່າວວ່າ ປະຊາຊົນສອງ ບ້ານນີ້ໄດ້ຢຶດອາຊີບ ປູກໝາກອຶຂາຍໃຫ້ເຖົ້າແກ່ ຈີນມາ ໄດ້ 4-5 ປີແລ້ວ ຍ້ອນຂາຍໄດ້ຣາຄາດີ ແລະ ປູກງ່າຍ.

ແຕ່ມາປີນີ້ພົບກັບບັນຫາພຍາດ ໂຄວິດ-19 ເຮັດໃຫ້ໝາກອຶຕົກຄ້າງ. ກ່ອນໜ້ານີ້ເຂົາເຈົ້າ ກໍປູກຢາສູບຂາຍໃຫ້ ບໍຣິສັດຈີນ ພາຍໃນແຂວງ ມາຮັບຊື້ ແລ້ວກົດຣາຄາລົງຕໍ່າ ປະຊາຊົນປູກແລ້ວ ບໍ່ຄຸ້ມຄ່າແຮງງານ ຈື່ງຫັນມາປ່ຽນປູກ ໝາກອຶແທນ.