ຕລາດຫຼັກຊັບລາວຈະມີຜູ້ ຂາຍຫຸ້ນ ເພີ້ມອີກ

ສິດນີ
2014.09.05
f-stock-market2 ຕລາດຫຼັກຊັບລາວ ຈະເພີ້ມ ບໍຣິສັດ ຂາຍຫຸ້ນ
RFA

 

ຕລາດຮຸ້ນ ສປປລາວ ມີແຜນການ ຈະເພີ້ມ ບໍຣິສັດ ຂາຍຫຸ້ນ ເຂົ້າ ໃນ ບັນຊີ ຕລາດຫລັກຊັບ ອີກນື່ງ ບໍຣິສັດ ເປັນ ບໍຣິສັດ ທີ 4 ໃນ ໄຕຣມາດ ສຸດທ້າຍ ປີນີ້. ອິງຕາມ ຄຳເວົ້າຂອງ ປະທານ ແລະ ຜູ້ ບໍຣິຫານ ຕລາດຫລັກ ຊັບລາວ ທ່ານ ເດດພູວົງ ມູນລາຣາດ ທ່ານ ວ່າຍັງມີ ຫຼາຍ ບໍຣິສັດ ກຳລັງ ພິຈາຣະນາ ເຂົ້າມາ ລົງທະບຽນ ຂາຍຫຸ້ນ ໃນຕລາດ ຫລັກຊັບ ລາວ.

ບໍຣິສັດ ທີ່ມີ ຄວາມພ້ອມ ໃນເວລານີ້ ກໍແມ່ນ ບໍຣິສັດ ການຄ້າ ນ້ຳມັນ ລາວ ຫລື Lao Petro Trade ມີແຜນການ ຈະຂາຍຫຸ້ນ ໃນ ໄຕຣມາດ ທີ 4 ປີນີ້. ທ່ານ ເດດພູວົງ ກ່າວຕື່ມວ່າ ນອກຈາກ ນີ້ ກໍຍັງມີ ບໍຣິສັດ ພລັງງານ ແລະ ການບິນ ໃນນັ້ນ ຮ່ວມດ້ວຍ ສາຍການບິນ ລາວ ແຕ່ຍັງ ບໍ່ມີ ຄວາມພ້ອມ ໃນການ ລົງທະບຽນ ແລະ ຍັງຕ້ອງໄດ້ ປັບປຸງ ໂຄງຮ່າງ ການ ດຳເນີນ ທຸຣະກິດ ແລະ ບັນຊີ ຣາຍຮັບ ຣາຍຈ່າຍ ໃຫ້ສອດຄ່ອງ ກັບ ມາຕຖານ ຂອງ ຕລາດ ຫລັກຊັບ.

ທ່ານວ່າ ຕລາດຫລັກຊັບ ໃນລາວ ເປັນ ຕລາດໃຫມ່ ໄດ້ເປີດຂາຍ ຫຸ້ນມາ ພຽງແຕ່ 3 ປີ ເທົ່ານັ້ນ ແລະ ພວກທ່ານ ຍັງຮຽນຮູ້ ຈາກ ປະສົພການ ຂອງ ຕລາດ ຫລັກຊັບ ໃຫຍ່ໆ ໃນ ຂົງເຂດ ຢູ່ ດັ່ງຕລາດ ຫລັກຊັບ ແຫ່ງ ປະເທດໄທ ທີ່ ໄດ້ ຊ່ອຍເຫລືອ ພວກທ່ານ ໃນການ ສ້າງຕັ້ງ ຕລາດ ແລະ ຄວາມຮູ້ ກ່ຽວກັບ ການຂາຍຫຸ້ນ ປະເພດ ຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.