ສປປລາວ ຈະມີເຂດ ເສຖກິດ ພິເສດ 41 ແຫ່ງ
2018.07.09

ສປປລາວ ມີແຜນການ ຈະສ້າງເຂດ ເສຖກິດ ພິເສດ ໃນທົ່ວປະເທດ 41 ແຫ່ງ ເພື່ອ ສ້າງວຽກເຮັດງານທຳ ແລະ ສ້າງຣາຍໄດ້ ໃຫ້ແກ່ ປະເທດຊາດ ໃນແຜນການພັທນາເສຖກິດສັງຄົມ ຂອງຣັຖບານລາວ ຊຶ່ງປັດຈຸບັນ ໄດ້ມີກາກໍ່ນສ້າງແລ້ວ 12 ແຫ່ງ ທີ່ມີນັກລົງທຶນເຂົ້າມາ ລົງທຶນ ໃນຈຳນວນ 377 ບໍຣິສັດ ໃນມູນຄ່າການລົງທຶນ ປະມານ 23 ຕື້ໂດລາ, ສ້າງວຽກເຮັດງານທຳ ໃນຈຳນວນ 20 ປາຍພັນຄົນ. ໃນນັ້ນມີແຮງງານລາວ ປະມານກວ່າ 10 ພັນຄົນ ສ້າງຣາຍໄດ້ ໃຫ້ແກ່ ປະທດຊາດກວ່າ 160 ຕື້ກີບ, ແຫ່ງທຳອິດແມ່ນ ສວັນ-ເຊໂນ ທີ່ແຂວງສວັນນະເຂດ. ດັ່ງເຈົ້າຫນ້າທີ່ກ່ຽວຂ້ອງ ທ່ານນຶ່ງເວົ້າວ່າ:
“ໂດຍລວມ ສິເປັນເຣື້ອງປ່ຽນມາປັບເປັນ ເຂດເສຖກິດຕ່າງໆ ໃຫ້ມັນເອີ້ນເປັນເຂດ ຕາມຊື່ແຂວງເລີຍ ມັງຈຶ່ງຮູ້ທີ່ຕັ້ງ ແລະຈັດງ່າຍປະມານນີ້ ແບບເຂດເສຖກິດພິເສດ ສວັນ-ເຊໂນ ແຫລະເຂດດຽວ ແຕ່ວ່າ ມີຫລາຍຊົນ A B C D ມີປັບໃຫ້ມັນກົມກືນກັນຊື່ໆ.”
ທ່ານ ຄຳລຽງ ພົນເສນາ ຮອງຣັຖມົນຕຣີ ແຜນການແລະການລົງທຶນ ສປປລາວ ກ່າວໃນກອງປະຊຸມ ຜົລການຈັດຕັ້ງ ປະຕິບັດວຽກງານ ການພັທນາ ເຂດເສຖກິດພິເສດ ປະຈຳປີ 2017 ແລະທິດທາງການວາງແຜນພັທນາ ໃນປີ 2018 ເມື່ອບໍ່ດົນມານີ້ວ່າ, ເຂດເສຖກິດພິເສດ ທີ່ຕັ້ງຂື້ນມາແຫ່ງທຳອິດ ໃນປີ 2002 ແມ່ນ ສວັນ-ເຊໂນ ທີ່ແຂວງສວັນນະເຂດ ເປັນການທົດລອງຊື່ໆ ໃນປັດຈຸບັນມີ 12 ແຫ່ງແລ້ວໃນນັ້ນ ຍັງບໍ່ຮວມກັບ ເຂດເສຖກິດພິເສດ ມະຫານະທິສີທັນດອນ ທີ່ຫາກໍລົງນາມກັນກັບຈີນ ວ່າງຫລັງໆ ມານີ້.
ເຂດເສຖກິດພິເສດ ຂອງຣັຖບານລາວ ທີ່ມີໃນແຜນການຈະສ້າງມີຢູ່ 41 ເຂດ ໃນນັ້ນບາງເຂດຖືກຍົກເລີກ ຍ້ອນບໍ່ມີນັກລົງທຶນ ບາງເຂດ ຍັງຢູ່ໃນແຜນການ ແລະບາງເຂດ ຍັງຢູ່ໃນການສຳຣວດ ຄວາມເປັນໄປໄດ້. ເຂດໃຫຍ່ໆກໍແມ່ນ ມະຫານະທີ ສີທັນດອນ ເຂດບໍ່ເຕັນ ແດນຄຳ ເຂດກາຊີໂນ ບໍ່ແກ້ວ ສ່ວນໃຫຍ່ເປັນຂອງນັກລົງທືນຈີນ.