ຊາວເມືອງໂພນໂຮງລໍຖ້າ ຄ່າຊົດເຊີຍ
2018.12.03

ປະຊາຊົນ 8 ບ້ານ ຢູູ່ເມືອງໂພນໂຮງ, ແຂວງວຽງຈັນ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກໂຄງການສ້າງທາງຣົດໄຟລາວ-ຈີນ ຕາມກຳນົດທີ່ ທາງການສັນຍາວ່າຈະຈ່າຍ ບໍ່ໃຫ້ກາຍເດືອນພຶສຈິກາຜ່ານມາ ແຕ່ມາຮອດປັດຈຸບັນກໍ ເດືອນທັນວາແລ້ວ ຍັງບໍ່ເຫັນເງິນ ໂອນເຂົ້າບັນຊີ ທະນາຄານ ຂອງເຂົາເຈົ້າເທື່ອ, ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 30 ພຶສຈິກາ ຜ່ານມາວ່າ:
“ບໍ່ທັນໄດ້ເຂົ້າປານນີ້ນະ ບໍ່ໄດ້ຕິດຕໍ່ນະ ເພິ່ນບໍ່ໄດ້ແຈ້ງເລີຍກໍ້ ລະບ້ານເຮົາກະບໍ່ຮູ້ນະລໍຖ້າແຕ່ເພິ່ນແຈ້ງ ເພິ່ນບໍ່ແຈ້ງມາປານນີ້ນະ ຈັ່ງວ່າ ຢ້ານແມ່ນພຸ້ນລະ.”
ທ່ານວ່າ ຜ່ານມາໄດ້ຕິດຕໍ່ ຖາມທາງເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ຫຼາຍເທື່ອແລ້ວ ແຕ່ທຸກເທືຶ່ອ ກໍໄດ້ຮັບຄຳຕອບ ຄືກັນວ່າໃຫ້ລໍຖ້າໄປ ກ່ອນ ແລ້ວຈະແຈ້ງຄວາມຄືບໜ້າໃຫ້ຮູ້, ແຕ່ມາຮອດມື້ນີ້ ກໍຍັງບໍ່ມີຫຍັງຄືບໜ້າ ປະຊາຊົນທີ່ລໍຖ້າເງິນຊົດເຊີຍ ກໍພາກັນ ກັງວົນໃຈຢ້ານ ການໂອນເງິນເຂົ້າບັນຊີ ທະນາຄານ ຈະຖືກເລື່ອນອອກໄປ ແບບບໍ່ມີກຳນົດ.
ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ຮັບຜິດຊອບ ເຣື່ອງຄ່າຊົດເຊີຍຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ຢູ່ ເມືອງໂພນໂຮງ ເພື່ອຂໍຄຳຊີ້ແຈງຢ່າງຣະອຽດ ແຕ່ທ່ານປະຕິເສດໃຫ້ສຳພາດຕໍ່ນັກຂ່າວ, ແຕ່ ຍານາງ ສວນສວັນ ວິຍະເກດ ຄນະກັມການ ປະຈຳສະພາແຫ່ງຊາດ ໄດ້ອ່ານມະຕິຂອງກອງປະຊຸມສະພາ ໃນມື້ວັນທີ 27 ເດືອນພຶສຈິກາ ຜ່ານມາວ່າ:
“ງົບປະມານພາຍໃນໄດ້ຈັດສັນດັ່ງນີ້ ຊົດຜົນເສັຍຫາຍຂອງປະຊາຊົນ ຈາກໂຄງການ ລົດໄຟ ລາວ-ຈີນ 250 ຕື້ກີບ.”
ການຊົດເຊີຍແກ່ປະຊາຊົນເມືອງໂພນໂຮງ ຜູ້ທີ່ຖືກຜົນກະທົບ ຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ມີກຳນົດມາ ແຕ່ເດືອນຕຸລາ ທີ່ຜ່ານມາ ແຕ່ຖືກເລື່ອນມາ ຕລອດ ຈົນຮອດເດືອນພຶສຈິກາ ແລະກໍຍັງຖືກເລື່ອນໄປອີກ ແບບບໍ່ມີກຳນົດ.
ຢ່າງໃດກໍຕາມ ທົ່ວເມືອງໂພນໂຮງ ມີປະຊາຊົນໄດ້ຮັບຜົນກະທົບຈາກໂຄງການນີ້ຈຳນວນ 305 ຄອບຄົວ ໃນ 24 ບ້ານ ຄ່າຊົດເຊີຍ ຈາກໂຄງການສ້າງ ທາງຣົດໄຟ ຢູ່ແຂວງວຽງຈັນ ມີມູນຄ່າຮວມທັງໝົດ 290 (ສອງຮ້ອຍເກົ້າສິບ) ຕື້ກີບ.