ບ້ານນ້ອຍໂຮມກັບບ້ານໃຫຍ່ ຫາກິນ ລໍາບາກ
2018.06.27
ປະຊາຊົນຈໍານວນ 200 ປາຍຄອບຄົວ ໃນ 3 ບ້ານ ເມືອງຍອດອູ ແຂວງຜົ້ງສາລີ ທີ່ຍ້າຍຈາກບ້ານເດິມ ມາໂຮມກັນຢູ່ບ້ານໃຫຍ່ຍັງ ທຸກຍາກ ຍ້ອນຂາດວຽກເຮັດງານທໍາ ຂນະທີ່ທາງການ ກໍບໍ່ມີິທາງຊ່ວຍເຫລືອ ເນື່ອງຈາກ ພາຍໃນຕົວເມືອງ ບໍ່ມີໂຮງຈັກໂຮງງານ, ງົບປະມານ ຈະຝຶກອົບຮົມ ວິຊາອາຊິບ ກໍມີຈໍາກັດ. ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ບ້ານຮູເປົາເໜືອ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ:
“2 ປີແລ້ວປະຊາຊົນ ຫາກິນຫາຂົບນີ້ ສ່ວນຫລາຍ ເຮົາກັບມາຫາທາງເກົ່າ ບ້ານໃໝ່ພິ້ ມັນບໍ່ມີບ່ອນຫາ ມັນໄກຕົວເມືອງ ມັນບໍ່ມີຕລາດ ໃຫຍ່ກວ່າຊີ້ສະ ຈາກບ້ານໃໝ່ພິ້ 50 ກິໂລແມັດ ພຸ້ນແຫຼະ ປະຊາຊົນນີ້ ກໍຍັງຕົກງານ ສ່ວນຫລາຍໄປຊອກແຂວງອື່ນ ວັຍລຸ້ນວັຍໜຸ່ມນີ້ ໄປທາງບໍ່ແກ້ວ, ທາງນໍ້າທາ ແລ້ວກໍທາງ ອຸດົມໄຊ.”
ທ່ານອະທິບາຍວ່າ ບ້ານຈັດສັນແຫ່ງໃໝ່ນີ້ ຊື່ບ້ານ ຮູເປົາເໜືອ ຫ່າງຈາກເຂດເທສບານເມືອງ 50 ຫລັກ ເປັນບ້ານໃຫຍ່ ທີ່ຕັ້ງຂຶ້ນ ເມື່ອ 2 ປີກ່ອນ ໂດຍການນໍາແຂວງ ແລະເມືອງ ປັຈຈຸບັນມີປະຊາກອນ ທັງໝົດ 275 ຄອບຄົວ ທີ່ຍ້າຍມາຈາກບ້ານຕະເປີຊູ ບ້ານນາຮົກ ແລະ ບ້ານຮູເປົາໃຕ້.
ທ່ານກ່າວຕຶື່ມວ່າ ບ້ານເດີມຂອງເຂົາເຈົ້າ ເຖິງແມ່ນວ່າ ຢູ່ເຂດຫ່ງໄກສອກຫລີກ ບໍ່ມີຖນົນຫົນທາງ ບໍ່ມີສຸຂສາລາ ຫຼືໂຮງຮຽນ ແຕ່ຍັງມີບ່ອນ ທໍາມາຫາກິນ ເຊັ່ນເຮັດໄຮ່ ເຮັດສວນ ຕາມປ່າຕາມພູ ເມື່ອຍ້າຍມາຢູ່ບ່ອນໃໝ່ໄດ້ 2 ປີແລ້ວ ບໍ່ມີບ່ອນທໍາກິນ ບັນດາຊາວໜຸ່ມ ຕ້ອງໄປຊອກ ວຽກເຮັດຕ່າງແຂວງ ເພື່ອລ້ຽງຄອບຄົວ. ແລະວ່າ ການຍ້າຍມາຢູ່ບ້ານໃໝ່ນີ້ ປະຊາຊົນ ກໍເຈັບໄຂ້ໄດ້ປ່ວຍຢູ່ເລື້ອຍໆ:
“ເຣື້ອງຊີວິດການເປັນຢູ່ນີ້ ເຣື້ອງການເຈັບການປ່ວຍນີ້ ມັນກໍມີເລື້ອຍໆແຫລະນະ ມັນແບບວ່າປ່ຽນບ່ອນຢູ່ ອາກາດມັນກໍຕ່າງ ມັນພຍາດ ມັນກໍປ່ຽນຕ່າງ ຄົນມັນກໍເຈັບປະມານ 40% ນີ້ແຫລະ ເປັນໄຂ້ຫຼືເຈັບທ້ອງ ມີເດັກ ແຕ່ນີ້ຜູ້ໃຫຍ່ ມັນກໍເກິດພຍາດ ກະເພາະລໍາໃສ້ ພຍາດອັນໄຂ້ແມງໄມ້ ກໍມີ.”
ປັຈຈຸບັນບັນຫາຫຼັກສໍາລັບ ປະຊາຊົນບ້ານນ້ອຍໂຮມບ້ານໃຫຍ່ ໃນຫຼາຍແຂວງກໍຄືບັນຫາ ບໍ່ມີວຽກເຮັດງານທໍາບໍ່ມີດິນ ບ່ອນທໍາມາຫາກິນ ໃຫ້ແກ່ປະຊາຊົນ ທີ່ຍ້າຍເຂົ້າມາໂຮມກັບບ້ານໃຫຍ່ ຊຶ່ງໃນນັ້ນ ກໍມີຊົນເຜົ່າມົ້ງ ແລະຊົນເຜົ່າອາຂ່າ.
ຢ່າງໃດກໍຕາມ ໃນກອງປະຊຸມສະພາແຫ່ງຊາດ ເມື່ອຕົ້ນເດືອນນີ້ ມີຣາຍງານວ່າ ຜ່ານມາ ຣັຖບານ ໄດ້ຍົກຍ້າຍ 2529 ຄອບຄົວ ໃນທົ່ວ ປະເທດ ຈາກບ້ານນ້ອຍໄປໂຮມບ້ານໃຫຍ່ ຈຸດປະສົງ ກໍເພື່ອໃຫ້ປະຊາຊົນ ມີບ່ອນຢູ່ ອາສັຍທີ່ໝັ້ນຄົງ.