ທາງການບໍ່ເວັ້ນພາສີໃຫ້ຜູ້ ກໍ່ສ້າງ

ສິດນີ
2016.09.29
F-Phongsaly ແຂວງຜົ້ງສາລີ
Screen captured from travel Laos video

ຣັຖບານລາວ ບໍ່ເຫັນດີ ຍົກເວັ້ນ ພາສີ ແກ່ ບໍຣິສັດ ກໍ່ສ້າງ ເທສບານ ແຂວ ງຜົ້ງສາລີ. ໂຄງການກໍ່ສ້າງ ເທສບານ ແຂວງຜົ້ງສາລີ ຢູ່ ເມືອງບຸນເໜືອ ໃນ ປັດຈຸບັນ ແມ່ນ ມີບັນຫາ ກັບ ບໍຣິສັດ NORINCO ຂອງຈີນ ທີ່ເປັນຜູ້ ຮັບເໝົາກໍ່ສ້າງ ຍ້ອນວ່າ ບໍຣິສັດ ດັ່ງກ່າວ ບໍ່ຍອມ ເສັຽພາສີ ໃຫ້ ແກ່ຣັຖບານ.

ຕາມບົດຣາຍງານ ຂອງ ແຂວງຜົ້ງສາລີ ສະບັບ ວັນທີ 2 ກັນຍາ ຣະບຸວ່າ ນາຍົກຣັຖມົນຕຼີ ແລະ ຮອງ ນາຍົກ ຣັຖມົນຕຼີ ບໍ່ເຫັນດີ ໃຫ້ມີ ການຍົກເວັ້ນ ພາສີ-ອາກອນ ນ້ຳມັນ ແລະ ອາກອນຕ່າງໆ ໃຫ້ແກ່ ບໍຣິສັດ NORINCO. ໃນຂນະທີ່ ບໍຣິສັດ NORINCO ໄດ້ຢືນຢັນວ່າ ຈະເສັຽ ສະເພາະແຕ່ ພາສີ-ອາກອນ ນຳເຂົ້າ ນ້ຳມັນ ເຊື້ອໄຟ ເທົ່ານັ້ນ ຕາມຣະບຽບ ຫລັກການ ຂອງ ສປປລາວ, ແຕ່ອາກອນ ກໍ່ສ້າງ ແລະ ພາສີ-ອາກອນ ອື່ນໆນັ້ນ ຕ້ອງໄດ້ ປະຕິບັດ ຕາມສັນຍາ ເງິນກູ້ ທີ່ ຣັຖບານລາວ ໄດ້ເຊັນກັບ ບໍຣິສັດ NORINCO ຈະຕ້ອງໄດ້ ຍົກເວັ້ນ ທັງໝົດ. ກ່ຽວກັບ ເຣື່ອງທີ່ ບໍຣິສັດ ຈະບໍ່ເສັຽ ອາກອນນັ້ນ ກໍມີຫາງສຽງ ຈາກ ພະນັກງານ ແຂວງ ວ່າ ເປັນສິ່ງທີ່ ບໍ່ຖືກຕ້ອງ, ດັ່ງທີ່ ພະນັກງານ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 28 ກັນຍາ ວ່າ:

"ຣັຖບານ ກູ້ຢືມເງິນ ເພື່ອ ຂະຫຍາຍເມືອງ ນ່າ ແຕ່ແມ່ນ ບໍຣິສັດນີ້ ມາລົງມື ກໍ່ສ້າງເອງ ແຕ່ວ່າ ຂໍຍົກເວັນ ພາສີ ນຳເຂົ້າເນາະ ກໍ່ສ້າງນັ້ນ ຄິດວ່າ ປະຊາຊົນ ວ່າມັນ ບໍ່ຖືກຕ້ອງ ເປັນຫຍັງຈຶ່ງ ເກັບພາສີ ນຳເຂົ້າ ເພາະວ່າ ມັນເປັນ ເງິນກູ້ຢືມ ບໍ່ແມ່ນເງິນ ຊ່ວຍເຫລືອຟີ ຂັ້ນຖ້າວ່າ ເງິນຊ່ວຍເຫລືອ ຟີ ຍົກເວັ້ນ ພາສີ ເອີ ໂອເຄ ບໍ່ເປັນຫຍັງ".

ສຳລັບຣາຍລະອຽດ ກ່ຽວກັບ ການຍົກເວັ້ນ ພາສີ, ທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງ ຜົ້ງສາລີ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 27 ກັນຍາ ວ່າສຸດແລ້ວແຕ່ ຣັຖບານ ເພິ່ນຊິຕົກລົງ ຫລື ບໍ່ຕົກລົງກັນ ເພາະວ່າ ເພິ່ນ ຍັງບໍ່ຕອບ ຢ່າງເປັນ ທາງການ ເທື່ອ.

ໂຄງການກໍ່ສ້າງ ເທສບານ ແຂວງ ຜົ້ງສາລີ ທີ່ຈະຍ້າຍ ໄປຢູ່ ເມືອງບຸນເໜືອ ຣັຖບານລາວ ໄດ້ເຊັນກູ້ເງິນ ຈາກ ບໍຣິສັດ NORINCO ຂອງຈີນ ໃນມູລຄ່າ 200 ລ້ານ ໂດລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.