ຜົ້ງສາລີເດັກນ້ອຍບໍ່ໄປ ໂຮງຮຽນ ຫຼາຍຂຶ້ນ
2019.01.14
ອັດຕຣາເດັກນ້ອຍ ອອກໂຮງຮຽນກ່ອນຈົບຊັ້ນມັທຍົມຕົ້ນ ຢູ່ແຂວງຜົ້ງສາລີ ໃນປີ 2018 ເພີ້ມຂຶ້ນຈາກ ປີ 2017 ເຖິງ 10% ຄືຈາກ 500 ປາຍຄົນເພີ້ມເປັນເກືອບ 700 ຄົນ ສາເຫດແມ່ນຍ້ອນພໍ່ແມ່ ບໍ່ໃຫ້ລູກຮຽນຕໍ່ ເພາະເຫັນວ່າ ເຖິງຮຽນຈົບມາກໍບໍ່ມີບ່ອນເຮັດວຽກ, ດັ່ງຄຳເວົ້າ ຂອງເຈົ້າໜ້າທີ່ ແຂວງຜົ້ງສາລີ ຜູ້ບໍ່ປະສົງອອກຊື່ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ມົກກະຣາ ນີ້ວ່າ:
”ອອກຫຼາຍໄດ໋ ທຽບໃສ່ປີຜ່ານມາ ອອກຫຼາຍປະມານ 10 ເປີເຊັນ ບໍ່ຈົບ ມ. 4 ສ່ວນຫຼາຍກໍ່ອອກກ່ອນ ມ,ຕົ້ນ ນັ້ນນະອອກຫຼາຍໄດ໋ ອອກໄປສ້າງຄອບຄົວ ອອກໄປທຳການຜະຫຼິດ ພໍ່ແມ່ເຂົາບໍ່ໃຫ້ ຮຽນຕໍ່ເດີ້ ເພາະວ່າຮຽນຈົບບໍ່ມີບ່ອນເຮັດວຽກ, ຮອດ ມ.1 ກະອອກ ມ.2 ກະອອກ ມ.3 ກະອອກ ມ.4 ກະອອກ.”
ທ່ານອະທິບາຍຕື່ມວ່າ ທົ່ວແຂວງຜົ້ງສາລີ ມີເດັກນ້ອຍທັງຍິງແລະຊາຍ ທີ່ກຳລັງຮຽນຢູ່ຊັ້ນມັທຍົມຕົ້ນນັ້ນປະມານ 5 ພັນຄົນຕາມການສະເລັ່ຽ ໃນປີຜ່ານໆມາ ຜູ້ອອກໂຮງຮຽນກາງຄັນ ມີ 5 ຮ້ອຍ ປາຍຄົນ ແຕ່ສຳຫຼັບປີ 2018 ນັ້ນແມ່ນເກືອບ 7 ຮ້ອຍຄົນ ໂດຍສະເພາະນັກຮຽນເຂດ ຊົນນະບົດຊົນເຜົ່າ.
ຕໍ່ບັນຫາດັ່ງກ່າວນີ້ ເຖິງວ່າທາງການແຂວງ ຈະພຍາຍາມແກ້ໄຂອອກໃບປະກາດໃຫ້ຟຣີ ແລະອອກຣະບຽບບັງຄັບ ໃຫ້ນັກຮຽນຕ້ອງຮຽນຈົບ ຊັ້ນມັທຍົມຕົ້ນ ເປັນຢ່າງໜ້ອຍ ຢູ່ໃນຂັ້ນບ້ານຂັ້ນເມືອງ ແລ້ວກໍຕາມ ແຕ່ກໍບໍ່ເປັນຜົນ ດັ່ງທ່ານກ່າວວ່າ:
”ກໍ່ໄປຊຸກຍູ້ຫັ້ນແຫຼະເນາະ ບັງຄັບຫັ້ນແຫຼະມີບັງຄັບ ມໍຕົ້ນ ມີລະບຽບບ້ານ ລະບຽບເມືອງ ລະບຽບໂຮງຮຽນອີກໄດ໋ ແຕ່ກໍ່ບໍ່ໄດ້ໄດ໋ ເຂົາພາລູກ ໄປໄຮ່ ຫັ້ນແຫຼະ ແລ້ວກໍ່ຫຼາຍຊົນເຜົ່ານະ ເຂົາບໍ່ເຂົ້າໃຈ ເລື່ອງການສຶກສາ ພໍ່ແມ່ເຂົາຍົວະ ໃຫ້ເຂົາອອກນະ ພວກເຮົາກໍ່ບັງຄັບຢູ່ໄດ໋ ໃຫ້ເຂົ້າ ຮຽນ ແຕ່ກໍ່ໂອ້ລົມຄືກັນ ຫັ້ນແຫລະເນາະ.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ໃນການຫຼຸດຜ່ອນອັດຕຣາເດັກນ້ອຍ ອອກໂຮງຮຽນກ່ອນວັຍອັນຄວນນີ້ ພາກສ່ວນກ່ຽວຂ້ອງຄາດວ່າປີນີ້ຈະມີ ຜູ້ອອກໂຮງຮຽນ ຫຼາຍຂຶ້ນຕື່ມອີກ ແລະບັນຫານີ້ ກໍຈະຕ້ອງໄດ້ແກ່ຍາວອີກຫຼາຍປີ ຍ້ອນຫຼາຍບັນຫາ ຕ້ອງແກ້ໄຂເຣື່ອງການສ້າງວຽກເຮັດ ງານທຳ ໃນແຂວງໃຫ້ຫຼາຍຂຶ້ນ ເພື່ອໃຫ້ຄອບຄົວນັກຮຽນ ທີ່ສ່ວນຫຼາຍເປັນຄົນຊົນເຜົ່າ ຢາກຊຸກຍູ້ລູກຮຽນ ຊື່ງຕ້ອງມີທຶນຫຼາຍກ່ອນນີ້ ໃນການລົງໂຄສະນາ ໃຫ້ປະຊາຊົນ ຮູ້ເຖິງຄວາມສຳຄັນ ຂອງການສຶກສາ ໃນເຂດຫ່າງໃນໄກຕ່າງໆ ຢູ່ພາຍໃນແຂວງ.