ລາວ ເພີ້ມການກະເສດ ຢາປາບ ສັດຕູພືດ ກໍເພີ້ມ

ສຸພັດຕາ
2018.03.09
F-Chemical ປະເພດຢາຂ້າສັດຕູພືດ ທີ່ນໍາເຂົ້າຈາກຕ່າງປະເທດ ມາໃຊ້ໃນການກະເສດທົ່ວໄປ ຢູ່ ສປປ ລາວ
RFA/NY

ບົດວິຈັຍ ຂອງໂຄງການ ບໍຣິການ-ສົ່ງເສີມ ກະສິກັມຮອບດ້ານ ໄດ້ສລຸບວ່າພາຍໃນເວລາ 10 ປີ ຜ່ານມາ, ອັດຕຣາສ່ວນ ການນໍາໃຊ້ ຢາປາບສັດຕູພືດ ຢູ່ໃນປະເທດລາວ ເພີ້ມຂຶ້ນປະມານ 200 ສ່ວນຮ້ອຍ. ສາເຫດຫລັກ ທີ່ຊາວກະສິກອນ ມີການໃຊ້ຢາ ປາບສັດຕູພືດ ຫລາຍຂຶ້ນກໍຄື ເຂົາເຈົ້າບໍ່ມີແຮງານ ພາຍໃນຄອບຄົວພຽງພໍ, ດັ່ງນັກວິຊການ ກະສິກັມ ທ່ານນຶ່ງ ກ່າວຕໍ່ ເອເຊັຍເສຣີ ວ່າ:

“ການໃຊ້ສານເຄມີ ນິມັນ ມາຈາກການປູກພືດເສຖກິດ ຂອງຊາວກະສິກອນຫັ້ນ ໝາຍຄວາມວ່າ ເຂົາເຈົ້າຈະເຮັດໜ້ອຍມັນ ກະບໍ່ເປັນ ເສຖກິດແມ່ນບໍ່ ສະນັ້ນ ອັນນີ້ມັນກະເປັນຄວາມຈໍາເປັນ ຂອງຊາວກະສິກອນ ໝາຍຄວາມວ່າ ເຂົາເຈົ້າຕ້ອງເຮັດຫລາຍ ເຮັດຫລາຍລະ ບາດນີ້ແຮງງານຂອງຄອບຄົວ ພັດບໍ່ມີພຽງພໍ ຄັນຊັ້ນລະເຂົາເຈົ້າ ກະມີຄວາມຈໍາເປັນມີ ສານເຄມີເຂົ້າມາຊ່ວຍ.”

ອີງຕາມຂໍ້ມູນຈາກກົມປູກຝັງ ກະຊວງກະສິກັມ ແລະປ່າໄມ້ ໃນປີ 2016, ຢູ່ປະເທດລາວ ມີການນໍາເຂົ້າຢາປາບສັດຕູພືດ 130 ແມັດຕິຕັນ ຫຼື (1 ແມັດຕຼິຕັນ ເທົ່າກັບ 1 ພັນກິໂລກຼັມ) ຮວມມີ ຢາຂ້າແມງໄມ້ 23 ຊນິດ, ຢາຂ້າຫຍ້າ 12 ຊນິດ, ຢາຂ້າເຊື້ອຣາ 19 ຊນິດ, ແລະ ຢາຂ້າໜູ 1 ຊນິດ.

ໃນສປປລາວ ມີຫລາຍກວ່າ 30 ບໍຣິສັດ ທີ່ໄດ້ຈົດທະບຽນ ເປັນຜູ້ນໍາເຂົ້າ ຢາປາບສັດຕູພືດ, ຊຶ່ງສ່ວນຫຼາຍແລ້ວ ແມ່ນນໍາເຂົ້າ ຈາກ ປະເທດຈີນ, ໄທ ແລະ ວຽດນາມ ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ກະຊວງກະສິກັມ. ຜົນຂອງການໃຊ້ ຢາປາບສັດຕູພືດ ເຮັດໃຫ້ມີສານ ປົນເປື້ອນ ຕົກຄ້າງ ຢູ່ໃນອາຫານ ແລະຕົກຄ້າງ ຢູ່ໃນຮ່າງກາຍ ຂອງຄົນ.

ໃນປີ 2016 ກະຊວງສາທາລະນະສຸຂ ຮ່ວມກັບ ບໍຣິສັດພັທນາຊົນນະບົດ ຈໍາກັດຜູ້ດຽວ ໄດ້ກວດເລືອດຂອງນັກຮຽນ ແລະ ຄຣູ-ອາຈານ ປະມານ 700 ຄົນ ໃນທົ່ວປະເທດ ເພື່ອກວດຫາ ສານເຄມີ ຢາປາບສັດຕູພືດ, ແລະພົບວ່າ ເກືອບເຄິ່ງນຶ່ງ ໃນຈໍານວນ 700 ຄົນ (ຫລື ເກືອບ 50 ສ່ວນຮ້ອຍ) ມີສານເຄມີ ຕົກຄ້າງໃນຮ່າງກາຍ ໃນລະດັບທີ່ຮັບບໍ່ໄດ້ ຫລື ລະດັບອັນຕະລາຍ.

ດຣ ບຸນຂວາງ ຄໍາບຸນເຮືອງ ຮອງຣັຖມົນຕຣີ ກະຊວງກະສິກັມ ແລະປ່າໄມ້ ໄດ້ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 1 ມີນາ ນີ້ວ່າ: ປັດຈຸບັນ ເຈົ້າໜ້າທີ່ທາງການ ມີການລົງກວດກາຄວບຄຸມ ແລະ ສັ່ງຫ້າມເດັດຂາດ ໃນການໃຊ້ຢາ ປາບສັດຕູພືດ ທີ່ບໍ່ມີໃບ ອະນຸຍາດ. ນາຍົກຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ ຍັງໄດ້ອອກດໍາລັດ ວ່າດ້ວຍ ການຄຸ້ມຄອງ ຢາປາບສັດຕູພືດ ໃນເດືອນສິງຫາ ປີ 2017.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.