ສິນຄ້າງາຊ້າງເພີ້ມຂຶ້ນ ຢູ່ລາວ
2018.03.30
ຕລາດໃນເມືອງເລັກໆນ້ອຍໆ ຕາມແຄມແມ່ນ້ຳຂອງ ທາງພາກເຫນືອຂອງລາວ ຈະມີການຂາຍຜລິດຕະພັນ ທີ່ເຮັດດ້ວຍງາຊ້າງ ຢ່າງເປີດ ແປນ ນັກທ່ອງທ່ຽວຈີນ ເຂົ້າມາທ່ຽວຢ່າງຫຼວງຫຼາຍ ໃນແຕ່ລະອາທິດ ແລະກັບບ້ານດ້ວຍການຊື້ສິນຄ້າ ຈາກງາຊ້າງ.
ຫນັງສືພິມຕ່າງຊາດລາຍງານວ່າ; ຖ້າທ່ານຍ່າງເລາະຕາມຖນົນ ທີ່ສຳຄັນ ໃນນະຄອນຫລວງພຣະບາງ ເມືອງມໍຣະດົກ ເປັນຕົ້ນ ຖນົນຕລາດ ກາງຄືນ ນອກຈາກທ່ານ ຈະເຫັນວັດວາອາຮາມ ອັນເກົ່າແກ່ ແລະພໍພິທະພັນ ແຫ່ງຊາດແລ້ວ ທ່ານຈະພົບເຫັນ ກຸ່ມພໍ່ຄ້າແມ່ຄ້າ ຂາຍເຄື່ອງ souvenir ສຳລັບນັກທ່ອງທ່ຽວ ເຕັມໄປຫມົດ ນັກທ່ອງທ່ຽວຊາວຈີນ ຈະພາກັນຊື້ສິນຄ້າຜລິດຕະພັນ ຈາກງາຊ້າງ ເປັນສ່ວນໃຫຍ່ ກັບບ້ານ ຍ້ອນເປັນທີ່ນິຍົມ ຂອງຄົນຈີນ ເພາະສິນຄ້າດັ່ງກ່າວ ຖືກຫ້າມໃນຈີນ.
ເລີ້ມແຕ່ຕົ້ນປີນີ້ມາຈີນ ທີ່ເຄີຍເປັນແຫລ່ງການຄ້າສິນຄ້າຊນິດນີ້ຣາຍໃຫຍ່ ໄດ້ຫ້າມການຄ້າຂາຍສິນຄ້າດັ່ງກ່າວ ແຕ່ໃນລາວ ຊຶ່ງເປັນປະເທດ ເພື່ອນບ້ານ ຂອງຈີນ ຍັງມີການຂາຍກັນຢ່າງແຜ່ຫລາຍ ເຮັດໃຫ້ທຸຣະກິດ ດັ່ງກ່າວເຕີບໂຕ ໃນລາວ ຊຶ່ງຜູ້ຊື້ ສ່ວນຫຼາຍແມ່ນນັກທ່ອງທ່ຽວ ຊາວຈີນ. ດັ່ງຄົນລາວ ທ່ານນຶ່ງເວົ້າວ່າ:
"ມີຫລາຍຢູ່ຕລາດຊັງຈຽງກ່ອນໄຟໄຫມ້ ແຮ່ງມີຫລາຍໃນປັດຈຸບັນ ຍັງລັກຂາຍກັນຢູ່ ນອກຈາກຕລາດຊັງຈຽງແລ້ວ ຍັງມີຢູ່ໃນຮ້ານຄ້າຂອງ ຄົນຈີນ ຫລາຍແຫ່ງ."
ນັກຂ່າວຈາກຫນັງສືພິມເຄືອຄ່າຍ ອິນເຕີເນັດຈີນ ຊິກສໂທນ SIXT TONE ເຂົ້າໄປນະຄອນຫລວງພະບາງ ໃນນາມນັກທ່ອງທ່ຽວຊາວຈີນ ເປັນເທື່ອທຳອິດ ແລະໄດ້ພົບເຫັນຮ້ານຄ້າຕ່າງໆ ຂາຍຜລິດຕະພັນ ທີ່ເຮັດດ້ວຍງາຊ້າງ ຢ່າງເປີດແປນ ສ່ວນໃຫຍ່ ເປັນຮ້ານຄ້າຂອງຄົນຈີນ ຊື່ງການຫ້າມການຄ້າສິນຄ້າດັ່ງກ່າວ ຂອງທາງການຈີນ ເຮັດໃຫ້ທຸຣະກິດ ດ້ານນີ້ໃນລາວເຕີບໂຕຫຼາຍຂຶ້ນ ໃນປີຫລັງໆມານີ້. ເຈົ້າຂອງຮ້ານ ຄົນຈີນ ຈະບໍ່ບອກຊື່ຂອງຕົນ ຍ້ອນຢ້ານທາງການຈີນ ຈະຮູ້ແລະຕາມຈັບ.
ນັກຂ່າວຈີນເວົ້າວ່າ ໃນຮ້ານຄ້າແຫ່ງນຶ່ງຂອງຄົນຈີນ ທີ່ມີຊື່ຫຍໍ້ວ່າ ນາງ ກຽນ ຫນ້າຮ້ານນາງຈະວາງຂາຍສີນຄ້າ ປະເພດທີ່ ຄວັດດ້ວຍໄມ້ ກິສນາ ແຕ່ເມື່ອລາວຍ່າງ ເຂົ້າໃນພາຍໃນຫລັງຮ້ານຄ້າ ແມ່ຄ້າຄົນຈະເອົາ ຜລິດຕະພັນທີ່ເຮັດດ້ວຍງາຊ້າງ ອອກມາ ຈ່າວຂາຍໃຫ້ລາວ ເປັນຕົ້ນສາຍແຂນ ແລະເຄື່ອງແອ້ປະເພດຕ່າງໆ. ແມ່ຄ້າຈີນເວົ້າວ່າ ໃນລາວ ເຄື່ອງແອ້ຊນິດນີ້ ສຳຄັນແລະພິເສດ ສຳລັບນັກທ່ອງທ່ຽວ ຊາວຈີນ.
ຫນັງສືພິມ ຊິກສໂທນລາຍງານຕໍ່ໄປວ່າ ງາຊ້າງຫລືສິນຄ້າ ທີ່ຜລິດດ້ວຍງາຊ້າງ ສ່ວນໃຫຍ່ ແມ່ນມາຈາກການລ່າຊ້າງ ຈາກອາຟຣິກາ ແຕ່ຍັງບໍ່ຮູ້ວ່າ ເຂົ້າມາລາວໄດ້ ຢ່າງໃດຫລືວ່າ ຣັຖບານລາວ ບໍ່ສົນໃຈ. ແມ່ຄ້າຄົນຈີນ ຄົນນີ້ເວົ້າວ່າ ຕາມທີ່ນາງຮູ້ ຜລິດຕະພັນຫຼືງາຊ້າງ ສ່ວນໃຫຍ່ ແມ່ນຜ່ານ ວຽດນາມແລະໄທ ເຂົ້າມາລາວ.
ອິງຕາມຮູບພາບ ທີ່ນັກຂ່າວ ຊິກສໂທນ ທ່າຍລົງໃນ facebook ເຈົ້າຫນ້າທີ່ຕ້ານການຄ້າ ງາຊ້າງສາກົນ ໃຫ້ການຢືນຢັນວ່າ ເປັນຄວາມຈິງ ມາຈາກອາຟຣິກາແທ້ ຍ້ອນເບີ່ງລັກສນະ ຊ້າງແລະຜລິດຕະພັນ ຈາກງາດັ່ງກ່າວ ແມ່ນເອົາງາມາຈາກ ອາຟຣິກາ ໃຊ້ໃນການຜລິດ.
ແມ່ຄ້າເວົ້າຕໍ່ໄປວ່າ ນາງຈະເຊື່ອງຜລິດຕະພັນຈາກງາຊ້າງທີ່ນາງມີ ຖ້າເຫັນນັກທ່ອງທ່ຽວຊາວຈີນ ເຂົ້າມາຮ້ານນາງ ຈື່ງເອົາມາຈ່າວຂາຍໃຫ້. ການລ່າຊ້າງເອົາງາ ເພີ້ມຂຶ້ນໃນທົສວັດ ຫລັງໆມານີ້ ໃນອາຟຣິກາ ເຮັດໃຫ້ຈຳນວນ ຊ້າງລຸດລົງ 1 ສ່ວນ 5 ຂອງ ຊ້າງທັງຫມົດ ໃນ ອາຟຣິກາ.
ສປປລາວຖືກປະນາມ ວ່າງສອງ-ສາມປີ ຜ່ານມາ ເພາະບໍ່ບັງຄັບໃຊ້ ກົດຫມາຍຕ້ານການຄ້າ ງາຊ້າງແລະຜລິດຕະພັນ ຈາກງາຊ້າງ ຢ່າງຈິງຈັງ ຈຶ່ງເຮັດໃຫ້ຕລາດ ການຄ້າງາຊ້າງ ແບບລັບໆ ສືບຕໍ່ດຳເນີນກິຈການ ໃນທຸກມື້ນີ້. ວ່າງປີທີ່ຜ່ານມາ ອິງຕາມ ການສຳຣວດ ຂອງອະນຸຮັກຊ້າງ ທີ່ມີໃນກາງຢູ່ປະເທດ ແຄນຢາ ອາຟຣິກາ ເປີດເຜີຍວ່າ ໃນຊຸ່ມປີ 2000 ບໍ່ພົບເຫັນພໍ່ຄ້າຄົນຈີນ ເປັນເຈົ້າຂອງຂາຍ ງາຊ້າງຫລືຜລິດຕະພັນ ທີ່ເຮັດດ້ວຍງານຊ້າງ ຕັ້ງຮ້ານໃນລາວ, ແຕ່ໃນປີ 2016 ພົບວ່າ ມີ 22 ຮ້ານຂອງ ຄົນຈີນ ຂາຍສີນຄ້າຊນີດນີ້ ໃນເຂດນະຄອນຫລວງ ວຽງຈັນແລະ 15 ຮ້ານທີ່ນະຄອນຫລວງພຣະບາງ ເມືອງມໍຣະດົກໂລກ ແລະໃນແຫຼ່ງທ່ອງທ່ຽວ ທີ່ສຳຄັນຫຼາຍ ແຫ່ງໃນລາວ.
ຮ້ານຄ້າຜລິດຕະພັນງາຊ້າງ ໃນລາວ ສ່ວນໃຫຍ່ເປີດຂຶ້ນເພື່ອຂາຍ ໃຫ້ນັກທ່ອງທ່ຽວຊາວຈີນ ຜູ້ທີ່ເຂົ້າມາຢ້ຽມຢາມ ສປປລາວ ຢ່າງຫຼວງຫຼາຍ ໃນຣະຍະ ສີ່-ຫ້າປີ ຫລັງໆມານີ້. ແມ່ຄ້ານາງນັ້ນເວົ້າວ່າ ການຂາຍລາຍໃຫຍ່ ແລະໄດ້ກຳໄຣດີ ແມ່ນໃນຊ່ວງ ບຸນປີໃຫມ່ຈີນທຸກປີ ທີ່ມີນັກ ທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ຢ່າງຫລວງຫລາຍ ໂດຍສະເພາະ ໃນແຂວງພາກເຫນືອ ທີ່ຮ່ວມດ້ວຍ ນະຄອນຫຼວງພຣະບາງ ນາງຈະບໍ່ ກັບໄປ ຢາມບ້ານທີ່ຈີນ ໃນເວລານັ້ນ ຍ້ອນຂາຍສິນຄ້າ ຊນິດນີ້ໄດ້ດີ ຊຶ່ງໃນຊ່ວງ ເວລາ ທັມມະດາ ກໍຂາຍໄດ້ຢູ່ ແຕ່ບໍ່ຫລາຍຄືໃນຍາມ ບຸນປີໃຫມ່ຈີນ ຫລືບຸນຕຸດຈີນ.
ສື່ມວນຊົນລາວລາຍງານວ່າ ໂດຍທົ່ວໄປໃນຕົ້ນ 9 ເດືອນ ຂອງປີນີ້ ນັກທ່ອງທ່ຽວຕ່າງຊາດລຸດລົງໃນລາວ ແຕ່ນັກທ່ອງທ່ຽວຈີນ ເພິ້ມຂຶ້ນ. ທ່ານ MIKE BROCKEHURST ນັກຊ່ຽວຊານ ຕ້ານການຄ້າງາຊ້າງ ຂອງອົງການ ປົກປ້ອງສັດປ່າ ທີ່ເຮັດວຽກຊ່ວຍ ເຈົ້າຫນ້າທີ່ລາວ ເວົ້າວ່າ ໃນປັດຈຸບັນ ທາງການລາວ ເພິ້ມມາຕການຢ່າງເຂັ້ມງວດ ໃນການຍຸຕິການລັກຄ້າງາຊ້າງ ແລະຜລິດຕະພັນ ທີ່ເຮັດດ້ວຍງາຊ້າງ ໃນລາວໃນນັ້ນ ຮ່ວມດ້ວຍການອອກກົດຫມາຍ ຢ່າງເຄັ່ງຄັດ, ການລົງໂທດຜູ້ກະທຳຜິດ ແລະ ສືບສວນກຸ່ມທີ່ມີຊື່ສຽງ ໃນການຄ້າດັ່ງກ່າວ ມາກອ່ນ.
ເຖິງແມ່ນວ່າຈະມີບັນຫາທ້າທາຍຫລາຍຢ່າງ ແຕ່ຫລັກຖານຄວາມຄືບຫນ້າ ມັນຊີ້ຈະໃຫ້ເຫັນ. ດັ່ງເຈົ້າຫນ້າທີ່ລາວ ທ່ານນື່ງເວົ້າວ່າ "ກໍມີ ຈັບກຸມ ແຕ່ພວກ ຄ້າຂາຍ ມືທີສອງ ຫັ້ນ ຈະຈັບກຸມ ບໍ່ໄດ້ ເພາະວ່າ ເຈົ້າໜ້າທີ່ ລາວ ຍັງບໍ່ທັນ ເຂັ້ມແຂງ ໃນກາຣ ຈັບກຸມເຂົາເຈົ້າ ເພາະເຂົາເຈົ້າ ມີອິທທິພົລ ແລະກໍມີເງິນ ບາງເທື່ອ ກໍຈະຊື້ (ຈ້າງ) ເຈົ້າໜ້າທີ່ ມັນຈະຈັບ ເຂົາເຈົ້າ ບໍ່ໄດ້".
ຫນັງສືພິມ ຊິດທອງ ລາຍງານຕໍ່ໄປວ່າ ວ່າງສອງ-ສາມປີ ທີຜ່ານມາ ພໍ່ຄ້າ ແມ່ຄ້າຊາວຈີນ ຈະບໍ່ກັງວົນໃນການເປີດຮ້ານຂາຍສິນຄ້າ ຊນິດນີ້ໃນລາວ ກຸ່ມດັ່ງກ່າວ ຈະເປີດສາຂາຂາຍໃນຫລາຍ ແຫ່ງໃນລາວ ແບບເປີດແປນ ຫລັງຈາກທາງການລາວ ໄດ້ ຍຶດແລະປິດຮ້ານ ຂາຍສິນຄ້າຊນີດນີ້ ຫລາຍແຫ່ງ ໃນປີ 2017.
ຫລັງຈາກນັ້ນມາ ທຸຣະກິດດ້ານນີ້ ກໍກາຍມາເປັນທຸຣະກິດ ລັບແບບເຊື່ອງຂາຍ ແຕ່ເຖິງແມ່ນວ່າ ຈະມີການຈັບກຸມ ແລະສັ່ງໃຫ້ປິດໄປ ຫລາຍຮ້ານ ໃນລາວ ໃນປັດຈຸບັນ ຕລາດມືດສຳລັບສິນຄ້າ ຊນິດນີ້ໃນລາວ ຍັງມີການລັກຂາຍກັນ ຫລາຍຢູ່ ອິງຕາມ ຂໍ້ມູນຈາກອົງການ ອະນຸຮັກຊ້າງ. ຫນັງສືພິມດັ່ງກ່າວ ບໍ່ໄດ້ຖາມເຖິງ ລາຍລະອຽດວ່າ ສິນຄ້າຊນີດນີ້ ນຳເຂົ້າໄປຈີນໄດ້ຢ່າງໃດ.
ເຫດຜົລນື່ງ ແມ່ນການສໍ້ຣາຊບັງຫລວງ ຊື້ຈ້າງຈອຍອອຍ ຂອງເຈົ້າຫນ້າທີ່ລາວ ທີ່ອະນຸຍາດໃຫ້ ມີການຄ້າສິນຄ້າຊນິດນີ້ ຢູ່ໃນລາວ. ແມ່ຄ້າຈີນອີກນາງນຶ່ງ ຊື່ວ່າ ນາງລຸຍ ທີ່ຕັ້ງຮ້ານໃກ້ກັບ ນາງກຽນ ທີ່ເມືອງມໍຣະດົກໂລກ ຫລວງພຣະບາງ ຜູ້ມີທັງລາວ ແລະຈີນ PASSORT ເວົ້າວ່າ ນາງຫລີກລຽງບັນຫາ ໄດ້ຍ້ອນວ່າ ນາງໄດ້ເຊຶ້ອເຊີນເຈົ້າຫນ້າທີ່ລາວ ໄປຮັບປະທານອາຫານ ບາງຄັ້ງບາງຄາວ ແຕ່ໃນການ ຮັບປະທານອາຫານນັ້ນ ທຸກຄັ້ງນາງໄດ້ໃຫ້ເງິນສິນບົນ ເຈົ້າຫນ້າທີ່ ເພື່ອການຢູ່ລອດ.
ວ່າງຕົ້ນເດືອນມີນາປີນີ້ ຫົວຫນ້າຫນ່ວຍງານຕ້ານການຄ້າງາຊ້າງ ຮ່ວມດ້ວຍເຈົ້າຫນ້າທີ່ສາກົນ ໄປປະຊຸມກັນຢູ່ ນະຄອນຫລວງພຣະບາງ, ຕຳຣວດລາວ ໄດ້ກວດຮ້ານ ຂອງຂວັນຫລື ຮ້ານ SOUVENIR ຫລາຍຮ້ານໃນເຂດ ທ່ອງທ່ຽວ ແຕ່ບໍ່ພົບເຫັນ ສິນຄ້າ ຊນິດດັ່ງກ່າວ ກຸ່ມພໍ່ຄ້າແມ່ຄ້າ ອາດເອົາໄປເຊຶ່ອງເພາະຮູ້ລ່ວງ ຫນ້າວ່າຈະມີການກວດກາ.
ເຖິງແມ່ນວ່າຈະມີການຫ້າມຄ້າ ຜລິດຕະພັນທີ່ເຮັດດ້ວຍງາຊ້າງ ໃນຈີນ ແຕ່ນັກທ່ອງທ່ຽວຊາວຈີນ ບໍ່ມີບັນຫາ ໃນການນຳເຂົ້າ ສິນຄ້າ ດັ່ງກ່າວ ທີ່ຊຶ້ຈາກປະເທດເພື່ອນບ້ານ ເປັນຕົ້ນ ສປປລາວ. ຮ້ານນາງກຽງໄດ້ ແນະນຳໃຫ້ລູກຄ້າ ຊາວຈີນ ໃສ່ສາຍແຂນ ທີ່ຊຶ້ຈາກຮ້ານຂອງ ນາງ ຍ່າງຜ່ານດ່ານກວດຄົນເຂົ້າເມືອງໂລດ ແທນທີ່ຈະເຮັດເປັນຫໍ່ ຂອງທີ່ຕ້ອງສົງສັຍ ແລະມັນຈະຜ່ານ ເຂົ້າໄປຈີນໄດ້ງ່າຍຍ້ອນເປັນຂອງ ຕິດຄີງ ບໍ່ແມ່ນຊຶ້ມາ ຈາກບ່ອນອຶ່ນໃນການໄປທ່ຽວ ນາງຍັງໄດ້ຂາຍສິນຄ້າຊນິດນີ້ ໃນເຄື່ອຂ່າຍ ອິນເຕີແນັດນຳອີກ.
ໃນຂນະດຽວກັນ ຫນັງສືພີມ VIETNAMNET ກໍລາຍງານວ່າ ການຄ້າສິ້ນສ່ວນສັດປ່າໃນລາວ ຍັງມີຫລາຍຢູ່ ເປັນຕົ້ນທີ່ ແຂວງຫົວພັນ ແລະແຂວງອຶ່ນໆ ສິ້ນສ່ວນສັດປ່າ ປະເພດຕ່າງໆເປັນຕົ້ນ ກວງ ຟານ ໄກ່ປ່າ ຍັງວາງຂາຍ ຢ່າງເປີດແປນຕາມແຄມ ທາງ ສາຍທີ່ສຳຄັນ, ວ່າງຫລາຍປີ ທີ່ຜ່ານມາ ແຮ່ງມີການຄ້າຂາຍກັນຫລາຍ ແຕ່ໃນປັດຈຸບັນກຸ່ມຄ້າຂາຍ ກໍມີການຣະມັດຣະວັງຫລາຍຂຶ້ນ ຍ້ອນການຫ້າມຂາຍ ສິນຄ້າຊນິດນີ້ ໃນລາວ.
ນອກຈາກນັ້ນ ກໍມີຢູ່ແຂວງ ອຸດົມໄຊ ຫລວງນ້ຳທາ ບໍ່ແກ້ວ ແລະເຂດສາມຫລ່ຽມຄຳ ຊຶ່ງເປັນບ່ອນລ້ຽງເສືອ ເພື່ອເອົາສິ້ນສ່ວນໄປຂາຍ. ລາຍງານວ່າ ຍັງພົບເຫັນບ່ອນລ້ຽງເສືອ ທີ່ມີຈຳນວນເສືອ 20 ໂຕຢູ່ໃນກົງຂັງ ແລະ ຫມີ 28 ໂຕ ແລະສັດປ່າ ປະເພດຕ່າງໆ ທີ່ຍັງມີຊິວິດ ຢູ່ໃນຟາມດັ່ງກ່າວ.
ແຕ່ເຖິງຢ່າງໃດກໍຕາມ ເຣື້ອງຣາວ ທີ່ເລົ່າມາຂ້າງເທິງນີ້ ແມ່ນການລາຍງານ ຂອງຫນັງສືພິມ ຊິກສໂທນ ຂອງຈີນ ແລະຫນັງສືພິມ vietnamnet ແຕ່ບໍ່ມີການລາຍງານ ຈາກຫນັງສືພິມລາວ,
ສປປລາວໄດ້ລົງນາມໃນສົນທິສັນຍາສາກົນ ກ່ຽວກັບການຕ້ານການຄ້າສັດປ່າ ແລະສິ້ນສ່ວນ ສັດປ່າທີ່ຫວ່ງຫ້າມ ໃນນັ້ນຮ່ວມດ້ວຍ ການຄ້າງາຊ້າ ແລະສັດປ່າຊນິດຕ່າງໆ ແຕ່ພາກປະຕິບັດ ຕົວຈິງນັ້ນ ຍັງບໍ່ເຄັ່ງຄັດພໍ ຍ້ອນການສໍ້ຣາສບັງຫລວງ ແລະ ການຊຶ້ຈ້າງ ຈອບອອຍ ຂອງເຈົ້າຫນ້າທີ່ທ້ອງຖິ່ນ.