ຂ.ຜົ້ງສາລີ ຈະເຂັ້ມງວດ ຫ້າມ ປູກຝິ່ນ

ໄມຊູລີ
2018.03.07
f-poppy ສວນປູກຝິ່ນ ໃນແຂວງ ຜົ້ງສາລີ
AFP file photo

ທາງການເມືອງຍອດອູ ແຂວງຜົ້ງສາລີ ຈະເພີ້ມການເຂັ້ມງວດ ຕໍ່ປະຊາຊົນ ຜູ້ລັກລອບປູກຝີ່ນ ຕາມແນວຊາຍແດນ ລາວ-ຈີນ ຫລັງຈາກ ກວດພົບວ່າປະຊາຊົນ ເຂດດັ່ງກ່າວ ຍັງຝ່າຝືນຄໍາສັ່ງ ຍັງລັກປູກຝີ່ນຢູ່ ທັງປູກໄວ້ກິນເອງ ແລະໄວ້ຂາຍ. ດັ່ງເຈົ້າໜ້າທີ່ ຫ້ອງການປ້ອງກັນ ຄວາມສງົບ ເມືອງຍອດອູ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 6 ມິນາ ນີ້ວ່າ:

“ທາງເມືອງພວກເຮົາ ກໍຕຽມລົງຖາງສວນ ແລ້ວເດບາດນີ້ ກໍາລັງເຈົ້າໜ້າທີ່ ທະຫານ ຕໍາຣວດ ກໍາລັງ ພະນັກງານເຮົາ ສິໄປຖາງ ຖາງແລ້ວ ບຸກຄົນໃດເຮັດ ກໍສິໄດ້ປັບໃຫມ ຕາມກົດຫມາຍ ຫັ້ນແຫລະ ຕາມຄໍາສັ່ງ ຕາມນິຕິກັມຕ່າງໆ ປູກກໍມີບາງຄົນ ປູກເພື່ອເສບແດ່ ເພື່ອຂາຍກໍມີ ຈໍານວນນຶ່ງຫັ້ນແຫລະ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ໄປວ່າ ຈາກການສໍາຣວດພົບວ່າ ປັຈຈຸບັນເນື້ອທີ່ປູກຝີ່ນ ຕາມແນວຊາຍແດນ ເມືອງຍອດອູ ໃກ້ກັບຈີນ ມີປະມານ 165 ຕອນ ຫຼືປະມານ 30 ເຮັກຕ່າ ຖືວ່າຫລຸດລົງ ຈາກປີ 2016 ຊຶ່ງມີຈໍານວນ ຫລາຍກວ່ານີ້ ທີ່ຜ່ານມາການປູກຝີ່ນ ຢູ່ເຂດດັ່ງກ່າວ ປະຊາຊົນ ມັກປູກເພື່ອກິນ ແລະໃຊ້ເປັນຢາ ແຕ່ໃນຣະຍະຫລັງໆມານີ້ ໄດ້ມີການຊື້ຂາຍ ກັບກຸ່ມຄ້າຢາເສບຕິດ ຍ້ອນໄດ້ ຣາຄາດີ.

ຕາມຣາຍງານຂອງເຈົ້າໜ້າທີ່ ຫ້ອງການຢາເສບຕິດ ປະຈໍາແຂວງຜົ້ງສາລີ ເວົ້າວ່າໃນປີ 2013 ການປູກຝີ່ນຢູ່ ແຂວງຜົ້ງສລີ ມີ ປະມານ 600 ເຮັກຕ່າ ແຕ່ ເຈົ້າໜ້າທີ່ ບໍ່ສາມາດ ເຂົ້າໄປເຖິງ ເນື້ອທີ່ປູກຝີ່ນໄດ້ ຍ້ອນບໍ່ມີທາງ ສໍາລັບຣົຖແລ່ນເຂົ້າ.

ທີ່ຜ່ານມາ ອົງການຕ້ານຢາເສບຕິດສາກົນ  ຫຼື UNODC ເຄີຍຈັດຕັ້ງໂຄງການ ປູກພຶດແທນການປູກຝີ່ນ ຢູ່ໃນ 30 ບ້ານຂອງເມືອງຂວາ ແລະເມືອງ ໃໝ່ ແຕ່ບໍ່ປະສົບ ຄວາມສໍາເຣັດ.

ຢ່າງໃດກໍຕາມ ເມື່ອທ້າຍສັປດາຜ່ານມາ ຫ້ອງການ ກວດກາແລະຄວບຄຸມ ຢາເສບຕິດຂອງລາວ ແລະຈີນ ໄດ້ປະຊຸມ ຫາຣືກັນ ຢູ່ເມືອງຍອດອູ ກ່ຽວກັບບັນຫາ ການລັກລອບປູກຝີ່ນ ຂອງປະຊາຊົນ ຕາມຊາຍແດນ ລາວ-ຈີນ ພ້ອມທັງ ຫາແນວທາງແກ້ໄຂ ຮວ່ມກັນແລະຊຸກຍຸ້ ໃຫ້ປະຊາຊົນເຂດດັ່ງກ່າວ ຫັນມາປູກພຶດ ລ້ຽງສັດ ແທນການປູກຝີ່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.