ຄວາມສເມີພາບໃນລາວ

ມະນີຈັນ
2017.12.19
f-gov ສໍານັກງານ ນາຍົກຣັຖມົນຕຣີ ທີ່ ນະຄອນຫຼວງວຽງຈັນ
screen captured you tube video

ປັດຈຸບັນ ປະຊາຊົນລາວ ບໍ່ມີຄວາມສເມີພາບ ແລະບໍ່ສາມາດອອກຄໍາຄິດຄໍາເຫັນ ຫຍັງໄດ້ເລີຍ ຕໍ່ອຳນາດການປົກຄອງຂອງຣັຖ ທັງໆທີ່ ຕາມທິສດີແລ້ວ ໃນການປົກຄອງແບບສັງຄົມນິຍົມ ທີ່ ສປປລາວ ຍຶດໝັ້ນແລະປະຕິບັດ ຢູ່ນີ້ຮັບປະກັນ ໃຫ້ທຸກຄົນ ມີຄວາມເທົ່າທຽມກັນ ມີສິດປະກອບຄໍາເຫັນໄດ້ ຂະນະທີ່ມີການອົບຮົມ ສັ່ງສອນກັນວ່າ ຣະບອບ ທຶນນິຍົມບໍ່ດີ. ຕາມຄໍາເວົ້າຂອງ ຊາວນະຄອນຫລວງວຽງຈັນ ຜູ້ບໍ່ປະສົງອອກຊື່ທ່ານນຶ່ງ ໃນມື້ວັນທີ 4 ທັນວາ 2017 ນີ້:

"ມັນຈະປູກຝັງໃນຫົວ ຂອງເຮົາມາຕລອດວ່າ ຣະບອບນາຍທຶນ ອາເມຣິກາກັບຝຣັ່ງ ມັນບໍ່ດີແຕ່ວ່າຣະບອບ ປະຊາທິປະຕັຍນີ້ ມັນດີຫຼາຍ ເພາະວ່າ ໃຫ້ທຸກຄົນ ເທົ່້າທຽມກັນ. ແຕ່ວ່າເວລາຜ່ານມານໍ໊ ຝ່າຍປະຕິບັດ ຂະເຈົ້າຄວນທີ່ຈະມີພື້ນທີ່ ໃຫ້ຊາວບ້ານ ວິຈານ ຫລືໃຫ້ຄໍາຄິດ ຄໍາເຫັນໄດ້ເພາະວ່າ ຣະບອບຄອມມິວນິສ ສມັຍຕະກີ້ ກໍຄືທຸກຄົນ ສາມາດເວົ້າໃຫ້ກັນໄດ້ ຫັ້ນນ່າ ຄືຢາກໃຫ້ເອົາ ແນວຄວາມຄິດນັ້ນມາ ປະຕິບັດແທ້ໆ ບໍ່ແມ່ນພຽງແຕ່ ເປັນແຕ່ຄວາມຝັນ ຫລືວ່າເປັນແຕ່ສິ່ງ ທີ່ຕົວະຍົວະ ປະຊາຊົນ ຫັ້ນນ່າ."

ທ່ານເວົ້າວ່າ ຣະບອບສັງຄົມນິຍົມ ຫລືຄອມມິວນິສ ທີ່ປະເທດລາວຍຶດຖື ຕັ້ງແຕ່ມີການ ປ່ຽນແປງຣະບອບ ການປົກຄອງມາ ແຕ່ວັນທີ 2 ທັນວາ ປີ 1975 ມານັ້ນທາງການ ສປປ ລາວ ເວົ້າວ່າປະຊາຊົນ ທຸກຄົນຈະໄດ້ມີຄວາມສເມີພາບ ເທົ່າທຽມກັນ. ແຕ່ຈົນຮອດປັດຈຸບັນ ໃນພາກປະຕິບັດຕົວຈິງ ປະຊາຊົນ ກັບບໍ່ຮູ້ສຶກວ່າ ຂະເຈົ້າຈະສາມາດ ສະແດງຄວາມເຫັນຫຍັງໄດ້ເລີຍ. ຕົວຢ່າງ ໂຄງການພັທນາຕ່າງໆ ຫາກປະຊາຊົນບໍ່ມັກ ຍ້ອນມັນສົ່ງຜົລກະທົບ ໃສ່ພວກຂະເຈົ້າຫລາຍ ພວກຂະເຈົ້າ ກໍບໍ່ສາມາດຮຽກຮ້ອງ ໃຫ້ຍົກເລີກໂຄງການນັ້ນໄດ້.

ຫຼືອີກບັນຫານຶ່ງ ແມ່ນເຣື່ອງທີ່ດິນ, ຈົນຮອດປັດຈຸບັນ ຄັນວ່າທາງການ ຢາກໄດ້ດິນບ່ອນໃດ ໃຫ້ຕ່າງປະເທດສັມປະທານ ເຖິງວ່າຈະຖືກ ດິນຂອງປະຊາຊົນ ປະຊາຊົນກໍເວົ້າຫຍັງບໍ່ໄດ້ ຖ້າເວົ້າໄດ້ ກໍປ່ຽນແປງຫຍັງບໍ່ໄດ້.

ກ່ຽວກັບເຣື່ອງນີ້ ປະຊາຊົນອີກທ່ານນຶ່ງ ໃຫ້ຄໍາເຫັນວ່າ ສປປລາວ ຈະຍຶດຣະບອບການປົກຄອງແບບໃດ ປະຊາຊົນກໍບໍ່ຂັດຂ້ອງ ຍ້ອນທຸກ ຣະບອບ ມີຂໍ້ດີແລະຂໍ້ເສັຽ ຊຶ່ງຣະບອບ ສັງຄົມນິຍົມ ຫລືຄອມມິວນິສ ຫາກເວົ້າເຖິງທິສດີ ແມ່ນດີ. ແຕ່ຫາກເວົ້າເຖິງ ການປະຕິບັດຕົວຈິງ ຈົນຮອດມື້ນີ້ແມ່ນບໍ່ດີ:

"ຂໍ້ດີຂອງຣະບອບນີ້ກໍຄືອັນ ເປົ້າໝາຍຂອງຣະບອບຄອມມິວນິສນີ້ ກໍຄືຄວາມເທົ່າທຽມກັນ ຂອງທຸກຄົນໃນຊັ້ນຊົນນໍ ແບບທຸກຢ່າງໃຫ້ເປັນ ກຸ່ມສະຫະກອນຊ່ວຍເຫລືອເກື້ອກູລກັນ ແບບວ່າຫ້າມບໍ່ໃຫ້ຜູ້ໃດ ເອົາປຽບກັນແລະກັນຫັ້ນນ່າ ທີ່ນີ້ມາພາກປະຕິບັດ ເຮົາຮູ້ສຶກວ່າມັນຍັງມີ ການເອົາປຽບກັນຫລາຍ ໂດຍສະເພາະແມ່ນ ຜູ້ທີ່ມີອໍານາດ ຜົລເສັຽທີ່ວ່າເຮົາເຫັນມາເລື້ອຍໆ ຜູ້ທີ່ມີອໍານາດແລ້ວ ແບບທີ່ນີ້ມັນເປັນຣັຖດຽວ ຫັ້ນນະ ມັນຈະຜູ້ນີ້ດີບໍ່ດີ ເຮົາກໍບໍ່ສາມາດ ທີ່ຈະໄປເວົ້າໃຫ້ຂະເຈົ້າ ໄດ້ຫັ້ນນະ."

ປັດຈຸບັນເຖິງແມ່ນວ່າ ປະຊາຊົນລາວ ສ່ວນນຶ່ງຍັງເຊື່ອໃນຣະບອບສັງຄົມນິຍົມ ແຕ່ພວກຂະເຈົ້າກໍຍັງຢາກໃຫ້ທາງການ ຍອມໃຫ້ປະຊາຊົນ ສະແດງ ຄວາມຄິດຄວາມເຫັນ ວິພາກວິຈານ ແນວທາງນະໂຍບາຍ ການເມືອງ ແລະການປະຕິບັດ ຂອງພັກ-ຣັຖ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.