ຄ່າສໍາປະທານຄືເງິນໃຊ້ໜີ້

ອະວາຣີ
2015.06.05
F-kip ທະນາບັດ ເງິນກີບ ສປປລາວ
LPDR

ປັດຈຸບັນ ສປປລາວ ຕິດໜີ້ ຈີນ ຫລາຍ ເຖິງ 2 ຕື້ ດອນລ່າ ສະຫະຣັຖ ແຕ່ ບໍ່ມີເງິນ ໃຊ້ຄືນ, ຈໍາເປັນ ໄດ້ ໃຫ້ ຈີນ ຫັກ ຈາກ ຄ່າ ສັມປະທານ ແລະ ພາສີ ອາກອນ ຈາກ ບໍຣິສັດ ຈີນ ທີ່ ດຳເນີນ ກິຈການ ຢູ່ ສປປລາວ;

ຕົວຢ່າງ ບໍຣິສັດ ຢາງ ຈາກ ແຂວງ ຢູນ່ານ ຂອງ ຈີນ, ຕ້ອງ ເສັຽຄ່າ ສັມປະທານ ທີ່ດິນ ເພື່ອ ປູກ ຢາງພາຣາ ຢູ່ ແຂວງ ຜົ້ງສາລີ ປີ ລະ 10 ລ້ານ ດອນລ່າ, ແຕ່ ແທນທີ່ ຈະຈ່າຍ ໃຫ້ ຣັຖບານ ລາວ ບໍຣິສັດ ນັ້ນ ກໍໍ ຈະຈ່າຍ ໃຫ້ ຣັຖບານ ຈີນ ເພື່ອ ເປັນການ ໃຊ້ ໜີ້ ຄືນ ຕາງໜ້າ ຣັຖບານ ລາວ. ເຈົ້າໜ້າທີ່ ຂັ້ນສູງ ໃນ ກະຊວງ ການເງິນ ຂອງລາວ ທ່ານນຶ່ງ ເປີດເຜີຍ ວ່າ, ການໃຊ້ ໜີ້ ຄືນ ດ້ວຍ ວິທີ ນີ້ ໄດ້ເລິ້ມ ປະຕິບັດ ແລ້ວ ຢູ່ ພາກເໜືອ ຂອງລາວ, ຊຶ່ງ ເປັນເຂດ ທີ່ ມີການ ລົງທຶນ ຂອງຈີນ ຫຼາຍ ທີ່ສຸດ.

ໃນ ຣະຍະ ສອງປີ ທີ່ ຜ່ານມາ ຣັຖບານ ລາວ ຂາດເຂີນ ງົບປະມານ ຢ່າງໜັກ, ບໍ່ ສາມາດ ໃຊ້ ໜີ້ ຄືນ ໃຫ້ ຈີນ ໄດ້ຕາມ ກຳນົດ, ຣັຖບານ ຈີນ ຈຶ່ງ ສເນີ ທາງອອກ ໃຫ້ ຣັຖບານ ລາວ ວ່າໃຫ້ ໃຊ້ວິທີ ດັ່ງທີ່ ກ່າວມາ ຂ້າງເທິງ ນີ້, ແລະ ທາງຝ່າຍ ຣັຖບານ ລາວ ກໍ ຕົກລົງ ເຫັນດີ ຕາມ ຄຳສເນີ ຂອງ ຈີນ.

ນອກຈາກ ວິທີ ນີ້, ຖ້າ ຈະຢືມເງິນ ຈາກ ຈີນ ຕື່ມອີກ 7.2 ຕື້ ດອນລ່າ ເພື່ອ ມາສ້າງ ທາງ ຣົດໄຟ ຄວາມໄວ ສູງ ລາວ-ຈີນ, ຣັຖບານ ລາວ ຄາດວ່າ ຈະ ໃຊ້ໜີ້ ຄືນ ດ້ວຍ ວິທີ ໃຫ້ ຈີນ ມາຂຸດ ຄົ້ນເອົາ ແຮ່ທາດ ໃນ ລາວ.

ເຈົ້າໜ້າທີ່ ກະຊວງ ການເງິນ ເປີດເຜີຍ ອີກວ່າ, ຈີນ ລົງທຶນ ຢູ່ລາວ ເພີ້ມຂຶ້ນ ຢ່າງ ໄວວາ, ປັດຈຸບັນ ໄດ້ ລົງທຶນ ໄປແລ້ວ ເຖິງ 6 ຕື້ ດອນລ່າ ຊຶ່ງ ຖືວ່າ ເປັນ ປະເທດ ທີ່ ລົງທຶນ ຫລາຍ ທີ່ສຸດ ໃນ ສປປລາວ. ຈີນ ລົງທຶນ ສ່ວນຫລາຍ ໃນ ໂຄງການ ສ້າງ ເຂື່ອນ ໄຟຟ້າ ຂຸດຄົ້ນ ບໍ່ແຮ່ ແລະ ປູກ ຢາງ ພາຣາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.