ໃຫ້ຫົວໜ້າແກ້ໄຂການ ທຸຈຣິດ ອາຈຍາກ
2017.04.25

ຫລັງຈາກທີ່ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ໄດ້ກ່າວຢືນຢັນວ່າ ຫົວໜ້າໜ່ວຍງານ ຂອງພັກແລະຣັດ ທຸກຂັ້ນ ຈະຕ້ອງຮັບ ຜິດຊອບ ແກ້ໄຂ ການທຸຈຣິດ ພາຍໃນ ໜ່ວຍພັກຂອງຕົນ ຫາກແກ້ໄຂບໍ່ໄດ້ ກໍ່ຈະຖືກ ພິຈາຣະນາ ປົດຈາກຕຳແໜ່ງ.
ກ່ຽວກັບບັນຫາດັ່ງກ່າວ ພະນັກງານຣັຖຈຳນວນນຶ່ງ ຍັງບໍ່ໝັ້ນໃຈວ່າ ຫົວໜ້າໜ່ວຍງານ ຂອງພັກແລະຣັຖທຸກຂັ້ນ ຈະແກ້ໄຂ ການທຸຈຣິດ ທີ່ເກີດຂຶ້ນ ພາຍໃນໜ່ວຍພັກ ຂອງ ຕົນໄດ້ ຍ້ອນວ່າ ຫົວໜ້າໜ່ວຍງານ ແລະ ລູກນ້ອງຮ່ວມກັນ ທໍາການທຸຈຣິດ. ສະມາຊິກພັກທ່ານນຶ່ງ ຢູ່ຫ້ອງການ ສຶກສາແຂວງ ຫລວງນໍ້າທາ ທ່ານນຶ່ງ ໄດ້ກ່າວວ່າ::
"ຄັນເພິ່ນເຮັດໄດ້ຕາມເພິ່ນເວົ້າກໍດີ ຄືຢູ່ໃນຫ້ອງການ ຂອງຂ້າພະເຈົ້າ ນີ້ກໍມີຢູ່ ກ່າຮູ້ຢູ່ວ່າ ຫົວໜ້າ ນີ້ເອົາເງິນ ແຕ່ວ່າກໍຍັງ ເຮັດຫຍັງບໍ່ໄດ້. ເວົ້າຫລາຍກ່າ ຖືກຍ້າຍທໍ່ນັ້ນ ແຫລະ ສັ່ງຍ້າຍທໍ່ນັ້ນແຫລະ ໃຜກໍຢ້ານ, ເພິ່ນເປັນຫົວໜ້າ ເຮົາເປັນລູກນ້ອງ ເພິ່ນເຮັດແນວໃດ ກໍໄດ້ຟັງ ຄັນເຮັດໄດ້ ຕາມເພິ່ນເວົ້າມາ ຫັ້ນຢາກໃຫ້ ປະຕິບັດເລີຍ ຢາກໃຫ້ເຮັດ ຕາມທີ່ ເພິ່ນເວົ້ານັ້ນເລີຍ ຢາກໃຫ້ລົງ ປະຕິບັດຕາມ ແຕ່ຂັ້ນເທິງ ລົງມາ ຕາມແຕ່ຂັ້ນເລີຍ".
ສະມາຊິກພັກທ່ານນຶ່ງ ຈາກສານແຂວງຫລວງນໍ້າທາ ກໍບໍ່ເຊື່ອວ່າ ການກໍານົດໃຫ້ ຫົວໜ້າໜ່ວຍງານ ຮັບຜິດຊອບ ແກ້ໄຂ ການທຸຈຣິດ ນີ້ຈະເປັນໄປໄດ້ ແບບງ່າຍໆ:
"ເບິ່ງກ່າຄືສິເປັນໄປໄດ້ຍາກຢູ່ ກ່ຽວກັບ ວຽກງານໂຕນີ້ເນາະ ເພາະວ່າ ຜ່ານມາກໍຄືເຮົາ ເຫັນນໍາກັນນັ້ນແຫລະ ລໍ້າລວຍໄວຜິດ ປົກກະຕິ ຫຍັງຕ່າງໆກ່າມີແຕ່ ລະດັບຂັ້ນ ຫົວໜ້າງານ, ບັດນີ້ ສົມມຸດວ່າ ເຮົາສິໄປກວດກາກັນ ກ່າຢາກຍາກຢູ່ ສິໄປກວດເຈົ້າກວດນາຍ ນອກຈາກ ວ່າຂັ້ນເທິງ ເພິ່ນສິລົງມາ ກວດເອງ ແຕວ່າຖ້າວ່າ ເປັນໄປໄດ້ຕາມ ທີ່ເພິ່ນ ເວົ້າແທ້ ຄືສິດີຫັ້ນແຫລະ ມັນສີ່ເຮັດໃຫ້ ພະນັກງານ ແຕ່ລະຂັ້ນ ເປັນຕົວຢ່າງ".
ໃນຂນະດຽວກັນ ສະມາຊິກພັກ ຜແນກໂຍທາ ແຂວງຫລວງນໍ້າທາ ເຊື່ອວ່າ ມາດຕະການ ນີ້ຈະປະຕິບັດໄດ້ ເພາະວ່າ ທິດທາງຂອງພັກ ນີ້ແມ່ນວ່າ ໜ່ວຍງານໃດ ປະຕິບັດບໍ່ໄດ້ ແມ່ນ ໃຫ້ຖອນໝົດ ຄນະໂລດ
"ຄືບໍຣິສັດເຮົາຄືກັນຄັນ ມີໜີ້ສິນຫລາຍກ່າປົດ ປົດກ່າຖືວ່າປົດ ທັງພັກເລີຍ ເຂົາສິເຮັດໄປແບບ ວິທີນີ້ ແນ່ນອນແລ້ວ ເຂົາຕ້ອງກວດແຫຼະ ເພາະວ່າ ຖ້າວ່າເຈົ້າ ເປັນນາຍ ລູກນ້ອງກິນ ເຈົ້າເປັນນາຍ ເຈົ້າກໍຕ້ອງກິນຄືກັນ ເຂົາຕິຣາຄາ ແນວນັ້ນ".
ທີ່ຜ່ານມາຣັຖບານໄດ້ມີການລົງໂທດ ແລະ ດຳເນີນຄະດີ ພະນັກງານ ທີ່ພົວພັນເລື້ອງການທຸຈຣິດ, ແຕ່ວ່າ ຈະມີການເຜີຍແຜ່ ໃຫ້ສັ່ງຄົມ ໄດ້ຮັບຮູ້ ສະເພາະ ກໍຣະນີ ພະນັກງານ ຊັ້ນຜູ້ນ້ອຍ ເທົ່ານັ້ນ.