ຜົລຜລິດເຂົ້າຂອງລາວໃນປີ 2014-15
2014.08.13
ອົງການ ອາຫານ ແລະ ການກະເສດ ຂອງ ສະຫະ ປະຊາຊາດ ຫລື FAO ໄດ້ ຄາດຄະເນ ວ່າ ການຜລິດເຂົ້າ ໃນລາວ ຈະໄດ້ 3 ລ້ານ 3 ແສນຕັນ ໃນປີ 2014-15 ຊຶ່ງຮວມທັງ ຜົລຜລິດ ເຂົ້າ ຕາມ ຣະດູການ ແລະ ບໍ່ຕາມ ຣະດູການ ຄືຫລຸດລົງ ປະມານ 3 ເປີເຊັນ ຍ້ອນ ຫັນເອົາ ເນື້ອທີ່ ປູກເຂົ້າ ໄປປູກພືດອື່ນ ໃນຣະດູ ປູກຝັງ ປີນີ້.
ຂ່າວ ORYZA ໃນວັນທີ 12 ສິງຫາ 2014 ຣາຍງານ ໂດຍອ້າງອີງໃສ່ ຄຳເວົ້າ ຂອງ FAO ທີ່ ຄາດການວ່າ ສະພາບ ອາກາດ ຍັງຈະ ເປັນ ຜົລດີ ສຳລັບ ການປູກຝັງ ຕາມ ຣະດູການ ຢູ່ແຕ່ ຣາຄາເຂົ້າ ຫາກຍັງ ຈະຕົກຕ່ຳ ຕໍ່ໄປ ເຮັດໃຫ້ ຊາວນາ ຈຳຕ້ອງຫັນ ທົ່ງນາ ໄປ ປູກພືດ ຜົລອື່ນໆ ທີ່ເຫັນວ່າ ຈະໄດ້ ກຳໄຣ ຫລາຍກວ່າ ໃນ ຣະດູ ປູກຝັງນີ້.
ອົງການ FAO ເວົ້າວ່າ ຣາຄາ ເຂົ້າໜຽວ ຊຶ່ງ ເປັນອາຫານ ຫລັກຂອງ ປະເທດລາວ ນັ້ນ ຍັງບໍ່ມີ ຫຍັງປ່ຽນແປງ ໃນຫຼາຍ ເດືອນ ຫຼັງ ມານີ້ ເຖິງແມ່ນວ່າ ຈະມີ ການສນອງ ເຂົ້າໃໝ່ ຈາກ ທັງສ່ວນທີ່ ເກັບກ່ຽວ ຕາມ ຣະດູການ ແລະ ນອກ ຣະດູການ ກໍຕາມ ຂນະທີ່ ຜົລຜລິດເຂົ້າ ໃນ ທົ່ວປະເທດ ຄາດຄະເນ ວ່າຈະໄດ້ ຂ້ອນຂ້າງ ຫລຸດປີ ທີ່ຜ່ານມາ ແດ່ ເລັກນ້ອຍ.