ຊາວເມືອງໄຊ ຂໍໃຫ້ມີ ການບູຣະນະ ສນາມກິລາ

ຈໍາປາທອງ
2018.01.05
F-Oudomxay ສນາມກິລາ ທີ່ ແຂວງ ອຸດົມໄຊ ທີ່ສ້າງສໍາເຣັດ ໄປແລ້ວ ແຕ່ປາກົດວ່າ ໂຄ່ງຮ່າງພື້ນຖານຫຼາຍຢ່າງ ກາຍເປັນໂຄງການບໍ່ມີຕົວຕົນ
RFA/VD

ຊາວເມືອງໄຊ ແຂວງອຸດົມໄຊ ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງມືປັບປຸງ ສ້ອມແປງສນາມກິລາ ຂອງແຂວງ ໃຫ້ມີສະພາບດີຂຶ້ນ, ຍ້ອນປັດຈຸບັນ ສນາມກິລາຂ້ອນຂ້າງຊຸດໂຊມ. ທາງເບຕົງ ເຂົ້າໄປຫາສນາມກິລາເປ່ເພ ແລະຫ້ອງນໍ້າ ໃນສນາມກິລາ ກໍບໍ່ມີຄົນອະນາມັຍ ພຽງພໍ.

ສນາມກິລາແຫ່ງນີ້ ເຄີຍເປັນບ່ອນຈັດການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ່ 10 ເມື່ອປີ 2014 ຊຶ່ງໃຊ້ງົບປະມານເປັນຈຳນວນ ຫລວງຫຼາຍ ໃນການກໍ່ສ້າງ, ດັ່ງທີ່ທ່ານ ໄດ້ກ່າວໃນມື້ວັນທີ 5 ມົກຣາ ນີ້ວ່າ:

"ເພແລ້ວເສັ້ນທາງ ເພຫລາຍ ທາງສນາມກິລາຫັ້ນແຫລະເຂົາເຮັດບໍ່ດີບໍ່ແໜ້ນໜາ ຢາກໃຫ້ເພີ່ນມີແຕ່ປັບປຸງໃຫ້ມັນມີຄວາມຫລູຫລາ ຂຶ້ນຕື່ມ ໜ່ອຍນຶ່ງ ເສັ້ນທາງກະຢາກເພນໍ ບ່ອນຫ້ອງນໍ້າຫ້ອງນໍ້າໃນຫັ້ນກະບໍ່ຄ່ອຍ ສະອາດປານໃດ ຫຼາຍຄົນໃຊ້ ເອົາຄົນຮັບໃຊ້ ຢູ່ຫັ້ນໜ້ອຍໂພດ."

ທ່ານເວົ້າຕື່ມວ່າ ປັດຈຸບັນ ສນາມກິລາແຫ່ງນີ້ ໄດ້ກາຍເປັນບ່ອນຈັດງານບຸນ ຂອງ ປະຊາຊົນທົ່ວໄປ ຮວມທັງ ງານກິນຈຽງ ແລະ ທັງມີ ຕລາດນັດ ຢູ່ບໍຣິເວນ ຂ້າງສນາມກິລານີ້ນໍາດ້ວຍ. ດັ່ງນັ້ນ ຈຶ່ງເຮັດໃຫ້ມີການໃຊ້ຫ້ອງນໍ້າ ໃນສນາມກິລາຫຼາຍ ຂະນະທີ່ຫ້ອງນໍ້າ ຂາດການ ອະນາມັຍ ບໍ່ສະອາດ, ຈຶ່ງຢາກສເນີໃຫ້ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂບັນຫານີ້ ເພື່ອຮັກສາພາບຮັກຂອງແຂວງເອົາໄວ້.

ກ່ຽວກັບອບັນຫາທີ່ວ່ານີ້ ເຈົ້າໜ້າທີ່ຂແນງກິລາ ແຂວງອຸດົມໄຊ ກ່າວວ່າ ຫຼັງຈາກ ແຂວງອຸດົມໄຊ ສຳເຣັດການເປັນເຈົ້າພາບ ຈັດການແຂ່ງຂັນ ກິລາແຫ່ງຊາດແລ້ວ ທາງແຂວງກໍໄດ້ມ້າງ ສິ່ງປຸກສ້າງໃນສນາມກິລາ ອອກຫຼາຍພໍສົມຄວນ ເພື່ອນຳມາມ້ຽນໄວ້ ແລະ ບໍ່ໄດ້ປັບປຸງ ສນາມກິລາ ນັ້ນເລີຍ. ແຕ່ດຽວນີ້ເລີ້ມອະນາມັຍ ພື້ນທີ່ຕ່າງໆ ເພື່ອກະກຽມເປັນບ່ອນແຂ່ງຂັນກິລາພາຍໃນແຂວງ ແລະ ເປີດງານທ່ອງທ່ຽວປະຈຳປີ ຂອງແຂວງ, ດັ່ງທີ່ທ່ານກ່າວວ່າ:

"ແລ້ວງານ 2014 ແລ້ວນໍ ທາງຄະນະຮັບຜິດຊອບຂະເຈົ້າມ້າງ ແລ້ວກະເອົາເຂົ້າມາໄວ້ໃນສາງຊື່ໆໃດ໋ ຫລັງຈາກແລ້ວໃຊ້ງານແຕ່ 4-5 ມື້ ແລ້ວກໍມ້າງເອົາມາໄວ້ເລີຍ ສນາມດຽວນີ້ເພີ່ມອະນາມັຍກະກຽມຕ້ອນຮັບສິເປີດງານແຂ່ງຂັນກິລາແດ່ ເປີດບຸນປີ ທ່ອງທ່ຽວອຸດົມໄຊແດ້່."

ເມື່ອປີກາຍ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ອອກຄຳສັ່ງ ເລກທີ 9 ລົງວັນທີ 19 ພືສພາ 2017 ວ່າດ້ວຍການປຍັດ ຣາຍຈ່າຍ ງົບປະມານຂອງຣັຖ, ໃນນັ້ນໄດ້ເຂັ້ມງວດໃນການນຳໃຊ້ສ​ນາມກິລາ ຂອງແຂວງຕ່າງໆເພື່ອຈັດການແຂ່ງ ແຕ່ລະຄັ້ງ ແລະ ຫ້າມບໍ່ໃຫ້ກໍ່ສ້າງສ​ນາມກິລາຂຶ້ນໃໝ່ ໃນໄລຍະ ທີ່ງົບປະມານ ຂອງຣັຖ ຍັງມີຄວາມຫຍຸ້ງຍາກຢູ່ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.