ບ.ຫ້ວຍຂຸມ 12 ຄອບຄົວ ລໍຖ້າ ຄ່າຊົດເຊີຍ

ໄມຊູລີ
2018.07.17
F-Laos-China-Oudomxay ການກໍ່ສ້າງທາງຣົດໄຟ ລາວ-ຈີນ ໃນແຂວງອຸດົມໄຊ
RFA/LX

ການຊົດເຊີຍເງິນໃຫ້ປະຊາຊົນ 12 ຄອບຄົວຢູ່ບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ຖືກເລື່ອນໄປ ແບບບໍ່ມີກໍານົດ ພາຍຫຼັງພາກສ່ວນ ກ່ຽວຂ້ອງ ປະຊຸມກັນເມື່ອທ້າຍສັປດາຜ່ານມາ. ດັ່ງເຈົ້າໜ້າທີ່ເມືອງໄຊ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຍເສຣີ ວ່າ:

“ຍັງບໍ່ໄດ້ ອິສັງເທື່ອ ຍັງບໍ່ມີຄໍາຕອບ ສິຈ່າຍ ແຕ່ບໍ່ກໍານົດມື້ໃຫ້ ບາດນີ້ນະ ມື້ໃດສິໄດ້ ເຂົາກໍຢາກໃຊ້ ຄົນບໍ່ມີບ່ອນຢູ່ ກໍຢາກຊື້ດິນຊື້ດອນ.”

ທ່ານກ່າວຕື່ມວ່າ ທາງຄນະໄກ່ເກັ່ຍຜົນກະທົບ ໂຄງການຣົຖໄຟ ລາວ-ຈີນ ອະທິບາຍວ່າສາເຫດ ທີ່ຍັງບໍ່ທັນໃຫ້ຄ່າຊົດເຊີຍ ກໍຍ້ອນເອກສານ ຍັງບໍ່ຄົບຖ້ວນ ຕ້ອງກວດຄືນໃໝ່ ແລະລໍຖ້າໃຫ້ ຂັ້ນເທິງອະນຸມັດ ຈຶ່ງຈະຊົດເຊີຍໄດ້ ແຕ່ຍັງບໍ່ມີ ຄໍາຕອບທີ່ແນ່ນອນ ວ່າຈະຈ່າຍເງິນ ໃຫ້ ປະຊາຊົນ ພາຍໃນປີ 2018 ນີ້ຫຼືບໍ.

ກ່ອນໜ້ານີ້ ເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຍອເສຣີ ວ່າຍັງບໍ່ຮູ້ຂໍ້ມູນ ຣາຍລະອຽດເທື່ອ ແລະບໍ່ສາມາດ ຕອບໄດ້ວ່າປະຊາຊົນ ຈະໄດ້ຮັບການໂອນເງິນເຂົ້າເມື່ອໃດ ເພາະຍັງຢູ່ໃນຂັ້ນ ທົບທວນເອກສານຄືນໃໝ່ ຖ້່ມີຫັຍງຄຶຶບໜ້າ ຈະແຈ້ງໃຫ້ຊາບພາຍຫລັງ.

ທີ່ຜ່ານມາປະຊາຊົນ 12 ຄອບຄົວ ດັ່ງກ່າວ ມີກໍານົດຈະໄດ້ຮັບຄ່າຊົດເຊີຍມາແລ້ວ 2 ເທື່ອຄື; ເທື່ອທໍາອິດ ວັນທີ່ 18 ມິຖຸນາ 2018 ແຕ່ກໍຖືກເລື່ອນ ໄປໃສ່ວັນທີ 25 ມິຖຸນາ ຍ້ອນຕົວເລກ ບັນຊີທານະຄານ ບໍ່ຄືກັນ. ຈາກນັ້ນມາຮອດ ວັນທີ 25 ມິຖຸນາ ກໍຖືກເລື່ອນໄປອີກ ຢ່າງບໍ່ມີກໍານົດ.

ຢ່າງໃດກໍຕາມ ເມື່ອໄວໆມານີ້ ທ່ານ ບຸນຈັນ ສິນທະວົງ ຣັຖມົນຕຣີ ໂຍຫາທິການແລະຂົນສົ່ງ ກ່າວຕໍ່ກອງປະຊຸມ ສະພາແຫ່ງຊາດ ທີ່ຜ່ານມາວ່າ ທາງການລາວ ຈະເຣີ້ມຈ່າຍຄ່າຊົດເຊີຍ ໃຫ້ແກ່ຜູ້ໄດ້ຮັບຜົນກະທົບ ຈາກໂຄງການສ້າງທາງຣົຖໄຟ ລາວ-ຈີນ ໃນທ້າຍເດືອນ ມິຖຸນາ ຜ່ານມານີ້ ໂດຍຈະໃຊ້ ງົບປະມານ 2,492 ຕຶ້ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.