ລູກຄ້າຂອງພີເອັສ ລໍຖ້າ ເງິນ
2018.08.28
ປະຊາຊົນຢູ່ແຂວງອຸດົມໄຊ ຫລາຍຄົນ ທີ່ຮ່ວມລົງທຶນນຳ ບໍຣິສັດພີເອັສ ປະຈຸບັນຍັງລໍຖ້າທາງບໍຣິສັດ ສົ່ງເງິນຄືນໃຫ້ ກັບເຂົາເຈົ້າ ຢູ່ເນື່ອງຈາກວ່າ ເງິນທີ່ຂະເຈົ້າເອົາໄປຮ່ວມລົງທຶນນັ້ນ ແມ່ນຢືມຈາກທະນາຄານ, ດ່ັງປະຊາຊົນບ້ານຈຽງ ເມືອງໄຊ ແຂວງອຸດົມໄຊ ຜູ້ທີ່ຮ່ວມລົງທຶນ ນຳບໍຣິສັດພີເອັສ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ຜ່ານມາວ່າ:
“ເງິນທີ່ເຮົາເອົາໄປລົງທຶນນໍາບໍຣິສັດນີ້ແມ່ນເງິນກູ້ຢືມ ນໍາທະນາຄານທໍາອິດ ກະຫວັງວ່າຊິມີ ຜົນກໍາໄລເພາະວ່າ ເງິນປັນຜົນມັນສູງ ດຽວນີ້ກາຍເປັນໜີ້ຊໍ້າ ກະຍັງບໍ່ຮູ້ວ່າ ຊິເອົາ ເງິນຢູ່ໃສໄປໃຊ້ທະນາຄານ ມີແຕ່ລໍຖ້າເບິ່ງນີ້ແຫລະ ວ່າຣັຖບານ ເພິ່ນຊິເຮັດ ແນວໃດ.”
ທາງການລາວໄດ້ເຂົ້າໄປຄວບຄຸມ ການດຳເນິນງານຂອງບໍຣິສັດ ເປັນເວລາເກືອບ 1 ປີແລ້ວ ແຕ່ການທີ່ຈະຈ່າຍເງິນຄືນໃຫ້ ປະຊາຊົນ ຜູ້ທີ່ລົງທຶນ ນັ້ນກໍ່ຍັງມິດງຽບຢູ່ເຮັດໃຫ້ຫລາຍຄົນບໍ່ພໍໃຈ ແລະຢາກຮູ້ວ່າມື້ໃດພວກ ເຂົາເຈົ້າຈະໄດ້ຮັບເງິນຄືນ, ດັ່ງ ປະຊາຊົນ ອີກຜູ້ນຶ່ງ ໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນຕອນນື່ງວ່າ:
“ງຽບໄປເລີຍໜ່າກະບໍຮູ້ຊໍ້າວ່າດຽວນີ້ ເພິ່ນເຮັດອີຫຍັງ ລໍຖ້າຟັງວ່າເພິ່ນຊິເອີ້ນໄປ ເອົາເງິນຄືນກະມິດຈີ່ລີ່ ຫລາຍຄົນເຂົາກະຢາກຮູ້ ຫັ້ນແຫລະເນາະ ວ່າດຽວນີ້ ເພິ່ນດຳເນີນ ການໄປຮອດໃສແລ້ວ.”
ກ່ຽວກັບຫນີ້ສິນທະນາຄານ ປະຊາຊົນຜູ້ລົງທຶນ ທ່ານນຶ່ງຢູ່ແຂວງຫລວງນໍ້າທາ ກໍຖືກທະນາຄານຍຶດເອົາທີ່ດິນ ເນື່ອງຈາກວ່າລາວໄດ້ໄປ ກູ້ຢືມເງິນທະນາຄານ ເພື່ອໄປຮ່ວມລົງທຶນນຳ ບໍຣິສັດດັ່ງກ່າວ ເພື່ອຫວັງຜົນກຳໄລ ແຕ່ສຸດທ້າຍກໍກາຍເປັນໜີ້ ແລະເສັຽ ທີ່ດິນມັດຈຳ.
ທ່ານວ່າ ການສືບສວນຂອງທາງການລາວ ໃນບັນຫາດັ່ງກ່າວກໍມິດງຽບໄປ ເປັນເວລາເກືອບຮອດຶ່ງປີແລ້ວ. ປະຊາຊົນຜູ້ລົງທຶນ ທີ່ອາສັຍ ອຳນາດການປົກຄອງ ຂອງທາງການລາວ ໃນການຈະໄດ້ເງິນຄືນ ຈາກບໍຣິສັດນີ້ ກໍຫມົດຄວາມຫວັງ ແລະກໍປະເຊີນ ກັບຄວາມລຳບາກ ຫລາຍໃນເວລານີ້. ຕ້ອງການທາງການລາວເຂົ້າມາຊ່ອຍເຫລືອ.