ຄ່າຊົດເຊີຍຈາກໂຄງການ ເສັ້ນທາງ ສາຍດ່ວນ
2018.06.26
ໜັງສືພີມ The Nation ຣາຍງານວ່າ ໂຄງການກໍ່ສ້າງທາງສາຍດ່ວນ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ຈ່າຍຄ່າຊົດເຊີຍ ໃຫ້ ປະຊາຊົນ ຜູ້ຖືກຜົນກະທົບແລ້ວ 3 ບ້ານ ຄືບ້ານນາຊອນ, ບ້ານໜອງຄັນຄູ ແລະບ້ານອີ່ໄລໃຕ້ ເມືອງນາຊາຍທອງ ໃນຈຳນວນ 65 ບ້ານ ທີ່ໄດ້ຮັບຜົນກະທົບ.
ແຕ່ຈາກການສອບຖາມປະຊາຊົນ ທ່ານນຶ່ງຢູ່ເມືອງນາຊາຍທອງ ກ່າວວ່າ ເຈົ້າໜ້າທີ່ພຽງແຕ່ລົງສຳຣວດ ຄວາມເສັຍຫາຍ ແລະ ຍັງບໍ່ໄດ້ ຈ່າຍຄ່າຊົດເຊີຍ ຊຶ່ງເຈົ້າໜ້າທີ່ ປະເມີນວ່າ ຈະຊົດເຊີຍ 50 ພັນກີບ ຫາ 175 ພັນກີບ ຕໍ່ຕາລາງແມັດ ແລະເຈົ້າໜ້າທີ່ ແຈ້ງວ່າຈະໃຫ້ເງິນ ຄ່າຊົດເຊີຍ ປະຊາຊົນສຳເຣັດ ພາຍໃນເດືອນ ກັນຍາ ປີ 2018 ນີ້ ດັ່ງທ່ານ ກ່າວວ່າ:
"ມັນກໍ່ແລ້ວແຕ່ເຂດ ຕາມເພິ່ນຣາຍງານມາຫາ ເຂດເມືອງນາຊາຍທອງ ນີ້ຕາແມັດນຶ່ງກໍ່ຕັ້ງແຕ່ 50 ພັນກີບ ຫາ 175 ພັນກີບ ຍັງບໍ່ທັນໄດ້ ເພິ່ນມາເວົ້າມາບອກວ່າ ສິໄດ້ຊໍ່ານັ້ນນ່າ ແຕ່ລະເຂດ ເຂດເມືອງໄຊທານີ ຈະໄດ້ເທົ່ານີ້ ເຂດເມືອງໂພນໂຮງ ຈະໄດ້ເທົ່າ ນີ້ຕາມແລ້ວແຕ່ທີ່ວ່າ ເປັນບ່ອນຊຸມຊົນບໍ່ ຫຼືວ່າເປັນບ່ອນ ບໍ່ຊຸມຊົນວ່າຊັ້ນສະ ກໍ່ຕັ້ງພື້ນຖານ ໄວ້ແຕ່ 50 ພັນກີບ ຫາ 175 ພັນກີບ ນັ້ນນາ ເພິ່ນຈະຊົດເຊີຍໃຫ້ ຕົ໋ວ ເພາະວ່າດຽວນີ້ເຂົາ ຈະຊົດເຊີຍໃຫ້ ສຳເຣັດ ພາຍໃນເດືອນເກົ້າ."
ຢ່າງໃດກໍ່ຕາມ ເມື່ອກາງເດືອນ ມີຖຸນາ ຜ່ານມາ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ກ່າວຕໍ່ວິທຍຸ ເອເຊັຍເສຣີວ່າ ແຂວງວຽງຈັນ ເຣີ້ມລົງເກັບກຳຂໍ້ມູນ ສີິ່ກີດຂວາງ ຕັ້ງແຕ່ວັນທີ 15 ມີມາຜ່ານມາ ສາມາດເກັບກຳ ສິ່ງກີດຂວາງຕາມ ທາງຂ້າງທາງໄດ້ ສຳເຣັດແລ້ວ 2 ເມືອງ ຄືເມືອງວັງວຽງ ແລະ ເມືອງໂພນໂຮງ ແຂວງວຽງຈັນ ສ່ວນເມືອງຫີນເຫີບສຳເຣັດໄປແລ້ວສ່ວນນຶ່ງ ແລະສະເພາະຢູ່ໃນເຂດຂົວຂ້າມນໍ້າເລິກ ໄດ້ຊົດເຊີຍ ແລ້ວ.
ທັງນີ້ໂຄງການກໍ່ສ້າງທາງດ່ວນ ເສັ້ນທາງນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ຄາດວ່າຈະປະຊາຊົນ ຈະຖືກຜົນກະທົບ ຫຼາຍກ່ວາ 65 ບ້ານ ໃນເຂດນະຄອນຫຼວງວຽງຈັນ 25 ບ້ານ ແລະ ແຂວງວຽງຈັນ 40 ບ້ານ.
ສຳລັບໂຄງການ ທາງດ່ວນ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ມີຄວາມຍາວປະມານ 100 ກິໂລແມັດ ມູນຄ່າການລົງທືນ 1,3 ຕື້ ໂດລາສະຫະຣັຖ ການອອກແບບອີງຕາມເຕັກນິກ ທາງດ່ວນຂອງປະເທດຈີນ ໂດຍສ້າງເປັນຖະໜົນ 4 ເລນ, ມີອຸໂມງ 1 ແຫ່ງ, ຍາວ 875 ແມັດ ຂົວ 45 ແຫ່ງ ແລະ ຄວາມໄວອອກແບບ 100 ກິໂລແມັດຕໍ່ຊົ່ວໂມງ.