ທາງການວ່າຄ່າເງິນກີບ ບໍ່ສູງ

ຕົວຢ່າງທະນາບັດ ສປປລາວ ໃບຮ້ອຍພັນກີບ
ຕົວຢ່າງທະນາບັດ ສປປລາວ ໃບຮ້ອຍພັນກີບ (LPDR)

0:00 / 0:00

ເຈົ້າຫນ້າທີ່ ກະຊວງການຄ້າ ສປປລາວ ກ່າວໃນວັນທີ 6 ສິງຫາ ນີ້ວ່າ ຄ່າ ຂອງເງິນກີບ ບໍ່ໄດ້ສູງ ເກີນໄປ, ທ່ານໄດ້ ປະຕິເສດ ຕໍ່ການປະເມີນ ຂອງກອງທຶນ ສາກົນ ວ່າຄ່າ ຂອງເງິນກີບ ສູງເກີນໄປ ສຳລັບ ປະເທດ ທີ່ມີການ ຂາດດູນ ງົປມານ ສູງ.

ທະນາຄານ ພັທນາເອເຊັຽ ຄາດການວ່າ ການຂາດດູນ ງົປມານ ຂອງລາວ ຈະເພີ້ມຂຶ້ນ 20% ຂອງ GDP ໃນປີ 2017 ຈາກ 17% ຂອງປີ 2016 ຊຶ່ງຣະດັບ ການເພີ້ມຂຶ້ນ ດັ່ງກ່າວ ເປັນອັນຕະລາຍ ຕໍ່ຄວາມຫມັ້ນຄົງ ຂອງ ເສຖກິດ ລາວ.

ກອງທຶນສາກົນ ກ່າວ ໃນບົດຣາຍງານ ຄັ້ງຫລ້າສຸດ ໃນປີ 2015 ສຳລັບ ສປປລາວ ວ່າຣະບົບ ການຈ່າຍຫນີ້ສິນ ຂອງ ສປປລາວ ສະແດງ ໃຫ້ເຫັນວ່າ ຄ່າຂອງເງິນກີບ ສູງກວ່າ ຄວາມເປັນຈິງ ປະມານ 10-20 ເປີເຊັນ.

ທ່ານ ລາວຮົວ ຈຽວຊິງ ຫົວຫນ້າຫ້ອງການ ນະໂຍບາຍ ການຄ້າ ກະຊວງ ອຸດສາຫະກັມ ແລະ ການຄ້າລາວ ກ່າວຕໍ່ ສຳນັກຂ່າວ ຣອຍເຕີ ວ່າ ມີກຸ່ມ ທີ່ເຫັນພ້ອມ ແລະ ບໍ່ເຫັນພ້ອມ ກ່ຽວກັບ ຄ່າຂອງເງິນກີບ ແຂງແລະອອ່ນ. ທ່ານວ່າ ຄ່າຂອງເງິນກີບ ຈະຄົງຕົວ ຖ້າວ່າ ເຮັດໃຫ້ ມັນອ່ອນລົງ ແຕ່ວ່າເພື່ອ ຜົລປະໂຫຍດ ຫຍັງ.

ອັດຕຣາ ການແລກປ່ຽນ ລະຍະຫລ້າສຸດ ຕົກຢູ່ ປະມານ 8,090 ກີບຕໍ່ 1 ໂດລາ ສູງກວ່າປີ ທີ່ຜ່ານມາ 1.5% ຊື່ງ ເປັນນຶ່ງ ເຫດຜົລ ທີ່ ຄ່າຂອງເງິນຕ່ຳ ຈະເພີ້ມຫນີ້ສິນ ຂອງຍອດ ຜົລຜລິດຮ່ວມ 85% ຂອງ ສປປລາວ ຫລາຍຂxນ. ທ່ານວ່າ ການຂາດ ງົປມານ ເປັນຂອງ ທັມມະດາ ສຳລັບ ປະເທດ ທີ່ ກຳລັງພັທນາ ຍ້ອນນຳເຂົ້າ ເຄື່ອງຈັກ ເຄື່ອງຍົນ ແລະ ເທັກໂນໂລຈີ ທີ່ຈຳເປັນ.