ທາງເລຂ 13 ເໜືອໄດ້ເງິນກູ້ ປີ 2012
2015.06.04
ແຫລ່ງຂ່າວ ຈາກ ກະຊວງ ໂຍທາ ທິການ ຣາຍງານ ວ່າ, ໂຄງການ ເສັ້ນທາງ ເລກທີ 13 ເໜືອ ແຕ່ ເຂດ ປາກມອງ ແຂວງ ຫລວງ ພຣະບາງ ໄປຫາ ແຂວງ ອຸດົມໄຊ ເຄີຍ ໄດ້ຮັບ ເງິນ ກູ້ຢືມ ຈາກ ຣັຖບານ ຈີນ ມາ ແລ້ວ ມູນຄ່າ ປະມານ 500 ຕື້ ຢວນ ເທົ່າກັບ 80 ກວ່າ ລ້ານ ໂດລາ ສະຫະຣັຖ ໃນ ປີ 2012.
ແຕ່ວ່າ ໃນ ເວລາ ນັ້ນ ຣັຖບານ ລາວ ມີ ຄວາມ ຈໍາເປັນ ເອົາ ເງິນ ກູ້ຢືມ ດັ່ງກ່າວ ໄປ ໃຊ້ເຂົ້າ ໃນ ການ ຈັດ ກອງປະຊຸມ ສຸດຍອດ ອາເຊັມ ຄັ້ງທີ 9 ໃນ ທ້າຍປີ 2012 ຢູ່ ນະຄອນ ຫລວງ ວຽຈັນ, ຊຶ່ງ ເຮັດໃຫ້ ໂຄງ ການ ກໍ່ສ້າງ ເສັ້ນທາງ ດັ່ງກ່າວ ຖືກ ສັ່ງໂຈະ ຊົ່ວຄາວ. ອີງຕາມ ໜັງສີ ແຈ້ງການ ຂອງ ທ່ານ ສົມມາດ ພົນເສນາ ຣັຖມົນຕຣີ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໃນ ເວລາ ນັ້ນ.
ຣາຍງານ ຈາກ ແຫລ່ງຂ່າວ ທ້ອງຖິ່ນ ເວົ້າວ່າ, ເງິນ ກູ້ຢືມ ຈຳນວນ ດັ່ງກ່າວ ຈະ ຖືກ ໃຊ້ແທນ ຄືນ ໃຫ້ ຈີນ ໃນ ກຳນົດ 20 ປີ ດ້ວຍ ອັດຕຣາ ດອກເບັ້ຽ 2 ເປີເຊັນ ຕໍ່ປີ, ຕາມ ສັນຍາ ການ ກູ້ຢືມ. ສຳລັບ ຄ່າ ໃຊ້ຈ່າຍ ເພື່ອ ຖົມຂຸມ ດອກເບັ້ຽ ຂອງ ເງິນກູ້ ນັ້ນ ຣັຖບານ ຈີນ ຈະ ຊຳລະ ໃຫ້ ທະນາຄານ ຂາເຂົ້າ ຂາອອກ ຂອງ ສປ ຈີນ.
ການ ກູ້ຢືມ ເງິນ ພິເສດ ນີ້ ຄູ່ ສັນຍາ ຕົກລົງ ກັນວ່າ, ສຳລັບ ໂຄງການ ທີ່ ນຳໃຊ້ ເງິນ ຈຳນວນ ດັ່ງກ່າວ ນັ້ນ, ຕ້ອງຜ່ານ ການ ຕົກລົງ ເຫັນດີ ຈາກ ຣັຖບານ ທັງສອງ ຝ່າຍ, ໂດຍ ແນໃສ່ ຜູ້ໃຫ້ ກູ້ຢືມ ຕີ ຣາຄາ ແລະ ພິຈາຣະນາ ຕົກລົງ. ການ ຕົກລົງ ກັນ ໃນ ລັກສນະ ນີ້ ກໍ ໝາຍຄວາມ ວ່າ, ກ່ອນຈະ ປະຕິບັດ ໂຄງການ ປັບປຸງ ກໍ່ສ້າງ ເສັ້ນທາງ ຫລວງ ແຫ່ງຊາດ ແຕ່ ປາກມອງ ແຂວງ ຫລວງ ພຣະບາງ ຫາ ເມືອງໄຊ ແຂວງ ອຸດົມໄຊ ຂອງລາວ ໄດ້ ນັ້ນ, ຕ້ອງໃຫ້ ຣັຖບານ ຈີນ ທີ່ ເປັນຜູ້ ໃຫ້ ກູ້ຢືມ ເງິນ ຕີ ຣາຄາ ແລະ ພິຈາຣະນາ ຕົກລົງ ເຫັນດີ ນຳກ່ອນ, ບໍ່ ດັ່ງນັ້ນ ຈີນ ກໍຈະ ບໍ່ອອກ ເງິນ ກູ້ຢືມ ໃຫ້.