ທາງການແກ້ໄຂບັນຫາ ຣົດເຖື່ອນ
2018.02.26

ທາງການລາວໄດ້ອອກແຈ້ງການ ໃຫ້ພາກສ່ວນກ່ຽວຂ້ອງ ໃນແຕ່ລະແຂວງ ເພີ້ມການເຂັ້ມງວດ ກວດກາຣົຖນຳເຂົ້າ ແບບບໍ່ຖືກຕ້ອງຕາມ ກົດໝາຍ, ເພື່ອຄວາມເປັນຣະບຽບ ຮຽບຮ້ອຍ ແລະແຈ້ງໃຫ້ບັນດາ ເຈົ້າຂອງຣົຖ ທີ່ນຳຣົຖເຂົ້າ ລາວ ບໍ່ຖືກຕ້ອງນັັ້ນ ໃຫ້ ໄປເສັຽພາສີ ອາກອນ ເຂົ້າຣັຖ, ພາຍຫຼັງທີ່ທາງການ ກວດພົບວ່າມີຣົຖ ທີ່ນຳເຂົ້າແບບ ຜິດກົດໝາຍ ຫຼາຍກວ່າ 11 ພັນຄັນ, ດັ່ງເຈົ້າໜ້າທີ່ ກະຊວງ ອຸດສາຫະກັມ ແລະການຄ້າ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 23 ກຸມພາ ນີ້ວ່າ:
“ເຂົ້າມາບໍ່ໄດ້ເສັຍພາສີນະ ຖືກຕ້ອງຫັ້ນນະ ແຕ່ລະແຂວງໄດ້ກວດໝົດ ທົ່ວປະເທດຫັ້ນແຫຼະ ລົດຄັນໃດ ທີ່ຍັງບໍ່ໄດ້ເສັຍພາສີ ກໍ່ໃຫ້ໄປເສັຽ ພາສີ ສ່ວນຫຼາຍເປັນ ປະເພດລົດກະບະ ກະມີເປີເຊັນ ຂອງການເສັຍແດ່ ໃຊ້ໄດ້ຫຼາຍປີ ແລ້ວເປີເຊັນ ມັນຍັງໜ້ອຍ ມັນຍັງຫຼາຍເທົ່າໃດ ກະເສັຍໄປຕາມນັ້ນ ຫັ້ນແຫຼະ.”
ທ່ານກ່າວຕື່ມວ່າ ນອກຈາກປະຊາຊົນ ທີ່ນຳຣົດເຂົ້າ ໂດຍບໍ່ໄດ້ເສັຍພາສີແລ້ວນັ້ນ ບາງໂຄງການ ກໍ່ສ້າງຂອງເອກຊົນ ກໍໄດ້ຂໍອະນຸຍາດ ຈາກ ທາງການລາວ ເພື່ອນຳຣົຖ ເຂົ້າມາໃຊ້ໃນໂຄງການ ແບບຍົກເວັ້ນພາສີ ເມື່ອໂຄງການ ສຳເຣັດແລ້ວ ກໍ່ຂາຍຣົຖ ດັ່ງກ່າວໃຫ້ ປະຊາຊົນ ເຮັດໃຫ້ຜູ້ທີ່ຊື້ຣົຖ ມາໃຊ້ນັ້ນບໍ່ໄດ້ ເສັຍພາສີ ຈື່ຖືວ່າ ຜິດກົດຣະບຽບ.
ກະຊວງການເງິນເປີດເຜີຍຂໍ້ມູນ ເມື່ອວັນທີ່ 21 ກຸມພາ ຜ່ານມາ ນີ້ວ່າ, ປັດຈຸບັນ, ບັນດາເຈົ້າຂອງ ຣົຖຈັກ ແລະຣົຖໃຫຍ່ ທີ່ນຳເຂົ້າບໍ່ ຖືກກົດໝາຍ ໄດ້ໄປເສັຍພາສີ ໃຫ້ ທາງການແລ້ວ ປະມານ 11 ພັນຄັນ ຄິດເປັນຣາຍຮັບ ປະມານ 170 ຕື້ກີບ.
ທ່ານ ສີລາ ວຽງແກ້ວ ຮອງຣັຖມົນຕຣີ ກະຊວງການເງິນ ກ່າວວ່າ ກົດຫມາຍ ກໍແມ່ນກົດຫມາຍ ເຮົາບໍ່ສາມາດ ດັດແປງແກ້ ກົດຫມາຍໄດ້ ເຈົ້າຂອງຣົຖ ຕ້ອງໄດ້ເສັຍພາສີ ຕາມທ່ີຄນະກັມມະການ ໄດ້ກໍານົດໄວ້ ຖ້າຜູ້ໃດ ຫລີກລ່ຽງ ການເສັຍພາສີ ຕ້ອງຖືກປັບໃໝ ຫຼື ຖືກຍຶດຣົຖ ນັ້ນໄວ້ເລິຍ.
ເມື່ອປີ 2017 ກະຊວງການເງິນ ສາມາດແກ້ໄຂບັນຫາຣົຖເຖື່ອນ ໃນຂອບເຂດທົ່ວປະເທດ ໄດ້ຫລາຍກ່ວາ 5 ພັນຄັນ ຊຶ່ງໃນຈໍານວນນັ້ນ ທາງກະຊວງ ກະຊວງປ້ອງກັນ ຄວາມສງົບ ແລະ ກະຊວງປ້ອງກັນປະເທດ ສປປລາວ ກໍໄດ້ກວດຄືນສະພາບ ການຂອງຣົຖ ແລະພ້ອມ ທີ່ຈະອອກ ປ້າຍທະບຽນ ຢ່າງຖຶກຕ້ອງ ຕາມກົດໝາຍ ໃຫ້ຜູ້ເປັນເຈົ້າຂອງ ຣົຖ.