ມ.ໜອງແຮດຈະພັທນາ ຜັງເມືອງ

ອຸ່ນແກ້ວ ສຸກສະຫວັນ
2017.02.01
F-Jar ທັມມະຊາດ ຄວາມງາມ ທົ່ງໄຫຫີນ
RFA

ທາງການ ແຂວງຊຽງຂວາງ ກຳລັງ ກະກຽມ ການປະມູນ ວຽກງານ ການກໍ່ສ້າງ ໂຄງລ່າງພື້ນຖານ ຢູ່ເມືອງ ໜອງແຮດ ແລະ ປັດຈຸບັນ ບໍຣິສັດ ຜູ້ລົງທຶນ ກໍເລີ້ມເຂົ້າມາ ຊື້ຊອງປະມູນ. ດັ່ງເຈົ້າໜ້າທີ່ ແຂວງຊຽງຂວາງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 31 ມົກກະຣາ ວ່າ:

"ຄິດວ່າກາງເດືອນສອງ ພຸ້ນແຫຼະ ເພາະວ່າ ທີ່ເຂົາແຈ້ງ ອະນຸມັດ ມາແລ້ວ ແລ້ວ ເຮົາຈຶ່ງຄ່ອຍ ອະນຸມັດ ກະກຽມ ເອກກະສານ ແລະປຶ້ມ ໃຫ້ລະອຽດ ແລ້ວຈຶ່ງຄ່ອຍໃຫ້ ນັກລົງທຶນ ເຂົ້າມາຊື້ ຊອງປະມູນ ນັ້ນ".

ໂຄງການດັ່ງກ່າວ ແມ່ນການກໍ່ສ້າງ ຫ້ອງການ, ບ້ານ, ໂຮງຮຽນ ແລະ ຫ້ອງການ ສາທາຣະນະສຸຂ ເມືອງ. ຜ່ານມາ ເມືອງໜອງແຮດ ຢາກໄດ້ ນັກລົງທຶນ ພາຍໃນ ແລະ ນັກລົງທຶນ ຕ່າງປະເທດ ເຂົ້າມາລົງທຶນ ພັທນາເມືອງ ແຕ່ວ່າ ທີ່ຕັ້ງຂອງເມືອງ ເປັນເຂດ ພູດອຍ ເຮັດໃຫ້ ນັກລົງທຶນ ບໍ່ຢາກມາ ຍ້ອນຜົນ ຕອບແທນໜ້ອຍ. ດັ່ງ ເຈົ້າໜ້າທີ່ ກ່າວວ່າ:

"ສ່ວນຫຼາຍເມືອງ ກໍຢາກໄດ້ ແຕ່ວ່າ ສ່ວນຫຼາຍ ກໍບໍ່ມີໃຜ ຍື່ນມື ເພື່ອເຂົ້າມາ ລົງທຶນ ເພາະມັນເປັນ ເຂດຮ່າງໄກ ສອກຫລີກ ທຸຣະກັນດານ ແລ້ວ ມັນລົງທຶນ ກໍຍາກ ມາລົງທຶນ ກໍໃຊ້ທຶນຫຼາຍ ແຕ່ຜົນໄດ້ຮັບ ກໍຕ່ຳ ມັນເປັນແນວນີ້".

ທີ່ຜ່ານມາ ກໍມີນັກລົງທຶນ ຂອງວຽດນາມ ທີ່ເຂົ້າມາລົງທຶນ ດ້ານກະສິກັມ ແຕ່ກໍເປັນ ການລົງທຶນ ຂະໜາດນ້ອຍ ເປັນຕົ້ນ ການຊື້ສາລີ ຈາກ ຊາວບ້ານ ກັບຄືນໄປ ວຽດນາມ. ເມຶອງໜອງແຮດ ແຂວງຊຽງຂວາງ ເປັນເມືອງນຶ່ງ ທີ່ຣັຖບານລາວ ມີແຜນ ຈະພັທນາ ເປັນເຂດ ເສຖກິຈ ສະເພາະ ໂດຍ ຈະເນັ້ນໃສ່ ຂະແໜງການຄ້າ ແລະການບໍຣິການ, ປັດຈຸບັນ ກຳລັງ ຢູ່ໃນຂັ້ນຕອນ ການກະກຽມ ແຜນການ ພັທນາ ໂຄງ ລ່າງພື້ນຖານ ກ່ອນອື່ນໝົດ. ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.