ລາວ ຄືເສັ້ນທາງອິດທິພົນ ຂອງຈີນ

ເສັ້ນທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຫາ ບາງກອກ ແລະ ປະເທດ ອາຊຽນ
ເສັ້ນທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຫາ ບາງກອກ ແລະ ປະເທດ ອາຊຽນ (RFA)

0:00 / 0:00

ນັກ ວິເຄາະ ເຄີຍ ເວົ້າວ່າ ລາວ ເປັນ ຄື ດອນ ອັດກວດ, ຂອງການ ຂຍາຍ ອິດທິພົນ ຂອງ ຈີນ ສູ່ ປະເທດ ອາຊຽນ. ແຕ່ ໃນ ປັດຈຸບັນ ບໍ່ແມ່ນ ອີກ ຕໍ່ໄປ ແລ້ວ, ສປປລາວ ກາຍເປັນ ທາງເປີດ ສຳລັບ ການ ຂຍາຍ ອຳນາດ ຂອງຈີນ ໄປ ອາຊຽນ ແລະ ເປັນ ປະເທດ ທີ່ ເບັ່ງບານ ຄື ດອກໄມ້, ຂອບໃຈ ປະເທດ ຍັກໃຫຍ່ ເພື່ອນບ້ານ ທາງ ພາກເໜືອ ດັ່ງ ຈີນ, ທີ່ໃຫ້ ການ ຊ່ອຍເຫລືອ ແລະ ການລົງທຶນ, ໃນການ ພັທນາ ໂຄງຮ່າງ ພື້ນຖານ ໃນລາວ.

ການ ລົງທຶນ ຂອງຈີນ ຈະສ້າງ ຜົລປໂຍດ ໃຫ້ ແກ່ ປະຊາຊົນ ລາວ ຈຳນວນ 6 ລ້ານ 7 ແສນ ຄົນ, ແຕ່ ບໍ່ແມ່ນ ຈຸດປະສົງ ຫລັກ ທີ່ ຈີນ ເນັ້ນ ການ ລົງທຶນ ແລະ ໃຈກວ້າງ ຕໍ່ ສປປລາວ, ຈຸດປະສົງ ຫລັກ ຂອງຈີນ ໃນການ ເຂົ້າມາ ລົງທຶນ ໃນ ລາວ ແມ່ນ ການສ້າງ ເສັ້ນທາງ ສາຍໃຫມ ເສັ້ນໃຫມ່ ຂອງ ຈີນ ເພື່ອ ໄປສູ່ ທະເລ ອາດມັນ ແລະ ອ່າວໄທ.

ເປັນ ພາກສ່ວນ ນະໂຍບາຍ ເສັ້ນທາງ ສາຍໃຫມ ຫລື ເສັ້ນທາງ ຣົດໄຟ ຄວາມໄວ ສູງ, ເລີ້ມຈາກ ເມືອງ ຂຸນຫມິງ ແຂວງ ຢູນານ ຜ່ານ ລາວ ໄປສູ່ ບາງກອກ ປະເທດ ໄທ ຫາ ປະເທດ ສິງກະໂປ, ແລະ ຈະ ມີເສັ້ນ ແຍກ ໄປ ກຳພູຊາ ພະມ້າ ແລະ ວຽດນາມ. ເສັ້ນ ທາງ ດັ່ງກ່າວ, ຈະເຮັດໃຫ້ ຈີນ ໄດ້ ຮັບຜົລ ປໂຍດ ທາງດ້ານ ການຄ້າ ອັນ ມະຫາສານ ແລະ ຈີນ ຈະສາມາດ ຄວບຄຸມ ການຄ້າ ໃນ ຂົງເຂດ.

ເຖິງແມ່ນ ວ່າ ຫລາຍ ປະເທດ ໃນ ຂົງເຂດ ຈະຕ້ານ ກະແສ ການຂຍາຍ ອຳນາດ ຂອງ ຈີນ ຫລາຍ ປານໃດ ກໍຕາມ ແຕ່ ກໍບໍ່ສາມາດ ຕ້ານ ອິດທິພົນ ການເງິນ ຂອງຈີນ ໄດ້. ແຜນການ ຣະຍະ ຍາວ ດັ່ງກ່າວ ຂອງຈີນ ຈະ ສຳເຣັດ ໄດ້ ກໍຕໍ່ ເມື່ອ ໄດ້ ຮັບການ ຕົກລົງ ເຫັນພ້ອມ ຈາກ ປະເທດ ນ້ອຍໆ ດັ່ງ ສປປລາວ ທີ່ ອະນຸຍາດ ໃຫ້ ເປັນທາງ ຜ່ານ ຂອງຈີນ.