ບໍ່ມີຂໍ້ມູນຣົດຫລູ ທີ່ ສົ່ງຄືນ

ອຸ່ນແກ້ວ ສຸກສະຫວັນ
2017.02.15
F-car ຣົດຫຼູຫຼາຜູ້ນຳພັກ ແລະ ຣັຖບານລາວ ຍີ່ຫໍ້ BMW series 7 ລຸ້ນ 730Li ແລະ ຍີ່ຫໍ້ Mercedes Benz ລຸ້ນ S350 ທີ່ນຳມາ ປະມູລຂາຍ ທີ່ຫໍປະຊຸມ ແຫ່ງຊາຕລາວ ຫຼັກ 6
RFA/LX

ຣົດຫລູ ຍີ່ຫໍ້ BMW series 7 ລຸ້ນ 730Li ແລະ ຍີ່ຫໍ້ Mercedes Benz ລຸ້ນ S350 ໃນເບື້ອງຕົ້ນ ຈຳນວນ 14 ຄັນ ນັ້ນໄດ້ນຳມາ ປະມູນຂາຍ ຢູ່ຫໍປະຊຸມ ແຫ່ງຊາຕ ຫຼັກ 6 ຢ່າງເປັນທາງການ ຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ 13 ຫາ 20 ກຸມພາ. ແຕ່ຍັງບໍ່ທັນຮູ້ ລະອຽດວ່າ ຣົດ 14 ຄັນນັ້ນມີ ຂອງໃຜແດ່,

ຊຶ່ງຣາຍຊື່ ຜູ້ນຳທີ່ສົ່ງຣົດຄືນ ໃນເດືອນ ມົກກະຣາ ທີ່ຜ່ານມາ ກໍມີ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ໄດ້ສົ່ງຣົດຍີ່ຫໍ້ BMW 7 Series ແລ້ວໃຊ້ຣົດຍີ່ຫໍ້ ໂຕໂຍຕາ Camry 2.5 ແທນ, ແລະ ທ່ານ ພັນຄຳ ວິພາວັນ ຮອງປະທານ ປະເທດ ກໍໄດ້ສົ່ງລົດ ຍີ່ຫໍ້ BWM ເຊັ່ນດຽວກັນ.

ການປະມູນຂາຍຣົດ ໃນເບື້ອງຕົ້ນນີ້ມີ 14 ຄັນ ໃນນັ້ນໄດ້ຮູ້ ຣາຍລະອຽດ ຜູ້ທີ່ສົ່ງຄືນ ພຽງແຕ່ 3 ທ່ານ ດັ່ງທີ່ກ່າວ ມາແລ້ວນັ້ນ ສ່ວນ ທີ່ເຫລືອ 11 ຄັນ ຍັງບໍ່ທັນ ມີການແຈ້ງວ່າ ເປັນຣົດຂອງ ຜູ້ນຳທ່ານໃດ ທີ່ສະໝັກໃຈ ສົ່ງຄືນ ຫລືວ່າ ເປັນຣົດທີ່ໃຊ້ວຽກ ໃນສ່ວນກາງ.

ການປະມູນຂາຍຣົດ ຄັ້ງນີ້ ແມ່ນເປັນໄປຕາມ ດຳຣັຖ ນາຍົກຣັຖມົນຕຼີ ວ່າດ້ວຍການຕ້ານ ການຟຸມເຟືອຍ. ທ່ານ ທອງລຸນ ສີສຸລິດ ເຄີຍກ່າວຕໍ່ ສື່ມວນຊົນໄທ ໃນເດືອນ ມົກກະຣາ ວ່າ ນະໂຍບາຍ ຕ້ານການຟຸມເຟືອຍ ແລະ ການເປັນຜູ້ນຳ ຕົວຢ່າງ ທີ່ບໍ່ ຟຸມເຟືອຍ ຂອງທ່ານ ໄດ້ຮັບການ ສນັບສນູນ ຈາກປະຊາຊົນ ຢ່າງກວ້າງຂວາງ.

ຈຳນວນຣົດທີ່ ຢູ່ໃນບັນຊີ ທາງການແທ້ໆນັ້ນ ມີຣົດເບນສ ຫຼາຍລຸ້ນ 36 ຄັນ ທີ່ຊື້ມາໃຊ້ວຽກ ຂອງທາງການ ແລະ ໃຫ້ຜູ້ນຳ ບາງທ່ານໃຊ້ ແລະ ມີຣົດ BMW Series 7 ຈຳນວນ 11 ຄັນ ສຳລັບ ສະມາຊິກ ກົມການເມືອງ ສູນກາງພັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.