ນະໂຍບາຍຂຶ້ນທະບຽນທີ່ດິນ
2014.09.09
ເຈົ້າໜ້າທີ່ ດ້ານ ທີ່ດິນ ຂອງລາວ ຜູ້ຂໍສງວນຊື່ ໄດ້ກ່າວ ຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ ປະຈຸບັນ ພາກສ່ວນ ກ່ຽວຂ້ອງ ດ້ານທີ່ດິນ ກຳລັງ ປັບປຸງ ນະໂຍບາຍ ທີ່ດິນ ສະບັບ ໃໝ່ ເພື່ອ ສເນີຕໍ່ ສະພາ ແຫ່ງຊາດ ໃນ ຂັ້ນຕໍ່ໄປ ພາຍຫຼັງ ທີ່ ເກີດມີ ບັນຫາ ຂັດແຍ່ງ ທີ່ດິນ ຫຼາຽຂຶ້ນ ຍ້ອນ ນະໂຍບາຍ ທີ່ດິນ ສະບັບ ປັດຈຸບັນ ບໍ່ຮັດກຸມ ເຮັດໃຫ້ ເກີດມີ ການບຸກລຸກ ທີ່ດິນ ປະຊາຊົນ ໃນ ທົ່ວ ປະເທດ.
ເມື່ອເປັນຄື ແນວນັ້ນ ນະໂຍບາຍ ທີ່ດິນ ທີ່ ຈະປັບປຸງ ໃໝ່ນີ້ ຈະຣະບຸ ເນື້ອໃນລວມ ທີ່ ຮັດກຸມ ຂຶ້ນ ເປັນຕົ້ນ ກໍ່ແມ່ນການ ຂຶ້ນທະບຽນ ທີ່ດິນ ຫຼື ສິດນຳໃຊ້ ທີ່ດິນ ໃນຮູບ ແບບຕ່າງໆ ເພື່ອ ປົກປ້ອງ ສິດ ຜົນປໂຍດ ຂອງ ປະຊາຊົນ, ຂອງ ຜູ້ນໍາໃຊ້ ທີ່ດິນ ຕລອດເຖິງ ພວກ ພັທນາ ໃນທີ່ດິນ ນັ້ນ ນໍາດ້ວຍ. ດັ່ງ ເຈົ້າໜ້າທີ່ ທ່ານນີ້ ໄດ້ກ່າວ ເມື່ອວັນ ທີ 8 ກັນຍາ ນີ້ວ່າ:
“ນະໂຍບາຍ ຈະກຳນົດ ສະເພາະ ແຕ່ ເປັນຫຼັກການ ລວມໄວ້ ສ່ວນ ຣາຍຣະອຽດ ຈະເຮັດ ແນວໃດ ນັ້ນ ແມ່ນເບື້ອງ ຂັ້ນຕອນ ວິຊາການ ຈະຕ້ອງໄດ້ ໄປຜັນ ຂຍາຍຕື່ມ ພວກເຮົາມີ ຄວາມ ພຍາຍາມ ຈະເຮັດໃຫ້ ດີທີ່ສຸດ ເນາະ ເພື່ອ ປົກປ້ອງ ທັງສິດ ຜົນປໂຍດ ຂອງ ປະຊາຊົນ ທັງ ສິດ ຜົນປໂຍດ ຂອງ ຜູ້ ຊົມໃຊ້ ທີ່ດິນ”.
ທ່ານກ່າວ ຕື່ມອີກວ່າ ຮ່າງ ນະໂຍບາຍ ທີ່ດິນ ໃໝ່ ທີ່ ຈະສເນີຕໍ່ ສະພາ ແຫ່ງຊາດ ນັ້ນ ໄດ້ມີການ ເລື່ອນ ມາແລ້ວ 2 ຄັ້ງ ເນື່ອງ ຈາກວ່າ ຍັງມີ ບາງບັນຫາ ທີ່ ທາງ ຄນະ ກັມມາທິການ ສະພາ ແຫ່ງຊາດ ຍັງເຫັນວ່າ ຕ້ອງໄດ້ ປັບປຸງ ຕື່ມອີກ.
ເຖິງຢ່າງໃດ ກໍຕາມ ຍັງມີການ ຄາດ ກັນວ່າ ພາກສ່ວນ ທີ່ ກ່ຽວຂ້ອງ ກໍ ພຍາຍາມ ຊຸກຍູ້ ໃຫ້ຮ່າງ ນະໂຍບາຍ ທີ່ດິນ ໃໝ່ນີ້ ໄດ້ຜ່ານ ສະພາ ແຫ່ງຊາດ ໄວເທົ່າທີ່ ຈະໄວໄດ້.