ໂຄງຮ່າງພື້ນຖານໃນລາວຕ້ອງໄດ້ ສ້ອມແປງ
2013.08.28

ໃນຫລາຍເດືອນຂ້າງໜ້ານີ້ ລາວຈະຕ້ອງການສ້າງໂຄງຮ່າງພື້ນຖານບາງຢ່າງທີ່ຖືກເສັຽຫາຈາກນໍ້າຖ້ວມ ເປັນຕົ້ນບ້ານເຮືອນ ຫລາຍຫລັງ ທີ່ ຖືກນໍ້າພັດໄປ, ປະເມີນການເສັຽຫາຍຈະມີເຖິງ $17 ລ້ານໂດລາ. ຕາມຖ້ອຍຖແຫລງຂອງຫ້ອງການສະຫະປະຊາຊາຕ ທີ່ນະຄອນຫຼວງ ວຽງຈັນໃນວັນອັງຄານນີ້.
ຫ້ອງການສະຫະປະຊາຊາຕ ຖແລງວ່າຢ່າງນ້ອຍມີຜູ້ເສັຽຊີວິດ 16 ຄົນ ແລະ ຫລາຍສິບພັນຄົນໄດ້ສູນເສັຽ ບ້ານເຮືອນທີ່ດິນປູກຝັງ ສັດລ້ຽງ ໃນທົ່ວປະເທດຈາກໃົນຕົກໜັກ. ຖ້ອຍຖແຫລງວ່າ ການຕາຍຂອງຄົນນັ້ນມີຂື້ນໃນເວລາເກີດນໍ້າຖ້ວມ ຢ່າງກະທັນຫັນ ຫຼັງຈາກຝົນຕົກໜັກ ຢູ່ ເມືອງແບ່ງ ແຂວງອຸດົມໄຊ ພາກຕະເວັນຕົກສ່ຽງເໜືອຂອງປະເທດ ເມື່ອວັນທີ່ 20 ສິງຫາຜ່ານມາ. ມີປະຊາຊົນໄດ້ຮັບຜົນກະທົບ ຈາກ ນໍ້າຖ້ວມ ຫລາຍກ່ວາ 115,000 ຄົນ ໃນທົ່ວປະເທດ ແຕ່ບໍ່ຮູ້ວ່າ ມີຫລາຍປານໃດທີ່ບໍ່ມີ ເຮືອນຢູ່. ທົ່ງນາ ຫລາຍພັນເຮັກຕາຖືກນໍ້າຖ້ວມ ແລະສັດລ້ຽງຈໍານວນຫລວງຫລາຍ ລົ້ມຕາຍໄປ ນັບແຕ່ຝົນຕົກໜັກຕັ້ງແຕ່ ເດືອນມີຖຸນາມານີ້.
ສະພາບຝົນຕົກໜັກ ທີ່ຕໍ່ເນື່ອງມາແຕ່ເດືອນມີຖຸນາ ນີ້ເຮັດໃຫ້ເກີດນໍ້າຖ້ວມໃນຫລາຍແຂວງ ໂດຍສະເພາະໃນພາກເໜືອ ແລະພາກກາງ. ຄວາມຕ້ອງການອັນຮີບດ່ວນແມ່ນເຂົ້າປາອາຫານການກິນ ແລະຕ້ອງການສ້າງທີ່ພັກອາສັຍຄືນໃໝ່.