ເສຖກິດຂຍາຍຕົວການພັທນາ ຊຸມຊົນ ຍັງ ຜິດທິດທາງ

ເດີ່ນຕີກ໊ອຟ ໃນເມືອງລາວ ທີ່ຄົນລາວ ບໍ່ມີໂອກາດ ເຂົ້າໃກ້
ເດີ່ນຕີກ໊ອຟ ໃນເມືອງລາວ ທີ່ຄົນລາວ ບໍ່ມີໂອກາດ ເຂົ້າໃກ້ (Mek/fb)

0:00 / 0:00

ການຂຸດຄົ້ນ ແຫລ່ງ ຊັພຍາກອນ ທັມມະຊາດ ຂອງ ສປປລາວ ບໍ່ໄດ້ຊ່ວຍ ໃຫ້ ປະເທດ ບັນລຸເຖິງ ອັດຕຣາ ການເຕີບໂຕ ທາງ ເສກິດ ທີ່ສູງ ຢ່າງ ສມໍ່າສເມີ ໃນ ຣະຍະ 1 ທົສວັດ ຜ່ານມາ. ການ ປະຕິຮູບ ທີ່ ດໍາເນີນ ໄປນັ້ນ ໄດ້ຊ່ວຍ ຫລຸດຜ່ອນ ຄວາມທຸກຍາກ ແລະ ສົ່ງເສີມ ການເຕີບໂຕ ໃນ ວົງກວ້າງ.

ແຕ່ ພ້ອມດຽວ ກັນນັ້ນ ການເຕີບໂຕ ຢ່າງໄວວາ ຍັງເຮັດໃຫ້ ສປປລາວ ຕົກຢູ່ ພາຍໃຕ້ ການກົດດັນ ທາງ ເສຖກິດ ມະຫາພາກ ຊຶ່ງ ຈໍາເປັນຕ້ອງ ມີການ ຄຸ້ມຄອງ ຢ່າງ ຣະມັດ ຣະວັງ ນໍາດ້ວຍ.

ໃນຣະຍະ ຍາວ ບັນຫາ ທ້າທາຍ ທີ່ສໍາຄັນ ຂອງລາວ ຄື ຮັບປະກັນ ໃຫ້ຄວາມ ອຸດົມ ສົມບູນ ຂອງ ແຫລ່ງ ຊັພຍາກອນ ທັມມະຊາດ ຫັນສູ່ ການລົງທຶນ ໃນ ໂຄງຮ່າງ ພື້ນຖານ ສາທາຣະນະ ທີ່ ໄດ້ຮັບການ ປັບປຸງ ໃຫ້ດີຂຶ້ນ, ໃນພາກການ ບໍຣິການ ສາທາຣະນະສຸກ ການສຶກສາ ສໍາລັບ ທຸກຄົນ ໂດຍ ສະເພາະ ຄົນຍາກຈົນ. ຕາມຣາຍງານ ຂອງ ທະນາຄານ ໂລກ ເດືອນ ເມສາ 2014.

ຊັພຍາກອນ ທັມມະຊາດ ຂອງລາວ ມີ ປ່າໄມ້ ເນື້ອທີ່ ປູກຝັງ ໄຟຟ້າ ພລັງນໍ້າ ແລະ ແຮ່ທາດ ປະກອບ ເປັນ ຊັພສົມບັດ ຫລາຍກວ່າ ເຄິ່ງ ຂອງທັງໝົດ ທີ່ລາວ ມີຢູ່. ແຕ່ປີ 2005 ຫາ 2010 ຂແນງ ພລັງງານ ແລະ ແຮ່ທາດ ສ້າງຣາຍຮັບ ປະມານ 1 ສ່ວນ 3 ຂອງ ການເຕີບໂຕ ທາງ ເສຖກິດ ຂອງລາວ ມີ ສ່ວນຊ່ວຍ ໃນການ ຫລຸດຜ່ອນ ຄວາມ ທຸກຍາກ.

ສປປລາວ ມີຄວາມ ຄືບໜ້າດີ ສູ່ຫລາຍ ເປົ້າໝາຍ ສະຫັດສວັດ ເພື່ອ ການພັທນາ ຂອງ ສະຫະ ປະຊາຊາດ MDG ແຕ່ ໄປບໍ່ຖືກ ທິດທາງ ໃນບາງ ຂົງເຂດ. ໃນນັ້ນ ຮວມທັງ ເຣື້ອງການ ຂາດ ສານອາຫານ 40 ສ່ວນຮ້ອຍ ຂອງ ຈໍານວນ ເດັກນ້ອຍ ອາຍຸ ຫລຸດ 5 ປີ ມີຕົນໂຕ ຕໍ່າເຕັ້ຍ ການ ສັກຢາ ປ້ອງກັນ ພຍາດ ໝາກແດງ measles, ອັດຕຣາ ການເສັຽ ຊີວິດ ຂອງ ແມ່ຍັງສູງ ການເກີດລູກ ຍັງຂາດ ໝໍ ຊໍານານງານ ຊ່ວຍອອກ ແລະ ບັນຫາ ຄວາມ ບໍ່ສເມີພາບ ຣະຫວ່າງ ຍິງ-ຊາຍ.