ເຂື່ອນນໍ້າເທີນ 2 ຂາດມາຕຖານ: ນັກວິຊາການ

ຈໍາປາທອງ
2018.10.19
f-namtheun-summit ໃນກອງປະຊຸມ ກ່ຽວກັບ ເຂື່ອນນໍ້າເທີນ 2 ຊຶ່ງຈັດຂຶ້ນ ຢູ່ ສະມາຄົມນັກຂ່າວຕ່າງປະເທສ ໃນໄທ ວັນທີ 18 ຕຸລາ 2018
RFA/PN

ທ່ານ Bruce Shoemaker ນັກວິໃຈອິສຣະເວົ້າວ່າ ເຂື່ອນນໍ້າເທີນ 2 ຢູ່ປະເທສລາວ ທໍາລາຍຣະບົບນິເວດ, ວັທນະທັມ ທ້ອງຖິ່ນ ແລະ ວິຖີຊີວິດ ຂອງຊາວບ້ານ ເພາະລາວ ເປັນປະເທສ ທີ່ແກ້ໄຂ ບັນຫາສິ່ງແວດລ້ອມ ຍັງບໍ່ມີປະສິດທິພາບ ເປັນຕົ້ນເຣຶ່ອງສິດທິ ຂອງຜູ້ຖືກ ຜົລກະທົບ ທີ່ຍັງບໍ່ມີຊີວິດ ການເປັນຢູ່ໝັ້ນຄົງ ແລະ ຣັຖບາລ ສປປລາວ ຍັງບໍ່ມີຄວາມໂປ່ງໃສ.

ທ່ານກ່າວເຣຶ່ອງນີ້ ຢູ່ໃນກອງປະຊຸມກ່ຽວກັບ ເຂື່ອນນໍ້າເທີນ 2 ຊຶ່ງຈັດຂຶ້ນຢູ່ ສະມາຄົມນັກຂ່າວ ຕ່າງປະເທສໃນໄທ ວັນທີ 18 ຕຸລາ 2018 ຕອນນຶ່ງວ່າ:

ທ່ານກ່າວວ່າ ເວົ້າເຖິງການຊົດເຊີຍ ແລະການຊ່ອຍເຫລືອ ປະຊາຊົນ ທີ່ຢູ່ໃຕ້ເຂື່ອນ ຜູ້ຊ່ຽວຊານເຂື່ອນນໍ້າເທີນ 2 ໄດ້ເອົາເງິນເປັນ ຈໍານວນຫລາຍ ໄປສ້າງບ້ານໃໝ່ໃຫ້ ປະຊາຊົນລາວ ທີ່ໄດ້ຮັບ ຜົລກະທົບ ແຕ່ບັນຫາກໍຄືວ່າ ຊາວບ້ານຕ້ອງໄດ້ສູນເສັຽວິຖີຊີວິດ ຂອງ ພວກເຂົ້າເຈົ້າໄປໂດຍ ທີ່ບໍ່ມີທາງຈະເອົາ ກັບຄືນມາໄດ້ຄືເກົ່າ. ຜົລກະທົບທີ່ວ່ານັ້ນມີຕໍ່ 5 ຢ່າງ ຄືຕໍ່ການກະສິກັມ, ລ້ຽງສັດ, ປ່າໄມ້, ການປະມົງ ແລະຣາຍໄດ້ຂອງປະຊາຊົນ ທີ່ຖືວ່າ ສ້າງຜົລກະທົບ ຂ້ອນຂ້າງຫລາຍ.

ທ່ານກ່າວຕື່ມອີກວ່າ ທະນາຄານໂລກ ໃນຖານະເປັນຜູ້ໃຫ້ເງິນກູ້ ແລະສນັນສນູນ ເງິນທຶນໃຫ້ຣັຖບາລລາວ ແລະບໍຣິສັດ ສ້າງເຂື່ອນນັ້ນ ຍັງຢືນຢັນຢູ່ວ່າ ເຂື່ອນນໍ້າເທີນ 2 ຊ່ອຍແກ້ໄຂບັນຫາ ຄວາມທຸກຍາກ ແລະເປັນຕົວຢ່າງທີ່ດີ ໃນການສ້າງ ເຂື່ອນຢູ່ລາວ.

ໃນຂນະດຽວກັນ ທ່ານ ນິວັດ ຣ້ອຍແກ້ວ ຫົວໜ້າກຸ່ມຮັກຊຽງຂອງໄທ ເວົ້າວ່າ ການສ້າງເຂື່ອນທຸກແຫ່ງ ໃນເຂດລຸ່ມແມ່ນໍ້າຂອງ ໂດຍສະເພາະ ຢູ່ປະເທສລາວ ມີຜົລກະທົບ ທັງຕໍ່ສັງຄົມ ແລະ ສິ່ງແວດລ້ອມ ກໍຖືກທໍາລາຍຢ່າງໜັກ, ຈະເຫັນໄດ້ຈາກການອົພຍົບ ຊາວບ້ານ ອອກຈາກບ້ານເກົ່າ ໄປຢູ່ບ້ານຈັດສັນ ທີ່ເຮັດໃຫ້ວິຖີຊີວິດ ຂອງພວກເຂົາເຈົ້າ ປ່ຽນແປງໄປ, ບໍ່ມີແຫລ່ງທໍາມາຫາກິນ ແລະຂາດຣາຍໄດ້ ດັ່ງທີ່ທ່ານກ່າວ ໃນກອງປະຊຸມນັ້ນວ່າ:

"ທ່ານເວົ້າວ່າ ເມື່ອສ້າງເຂື່ອນແລ້ວ ນໍ້າກໍຖ້ວມ. ເຣຶ່ອງທໍາອິດ ຄືການອົພຍົບຊາວບ້ານ ໄປຢູ່ບ້ານຈັດສັນ, ທຸກໆເຂື່ອນເຂົາຈະສ້າງບ້ານໃໝ່ ໃຫ້ຢູ່ ທີ່ເຂົາຖືວ່າເປັນການພັທນາ. ແຕ່ທີ່ຈິງແລ້ວ ບ້ານ ກິນບໍ່ໄດ້; ມີແຕ່ບ້ານ, ແຕ່ບໍ່ມີບ່ອນທໍາມາຫາກິນ ນັ້ນຄືບັນຫາໃຫຍ່ ທີ່ເກີດ ຈາກ ການສ້າງເຂື່ອນ ຊຶ່ງມີຜົລກະທົບ ຕໍ່ທຸກຄົນ."

ທ່ານ Bruce Shoemaker ກ່າວໃນກອງປະຊຸມວ່າ ປະສົບການເຂື່ນນໍ້າເທີນ 2 ສະແດງໃຫ້ເຫັນວ່າ ນະໂຍບາຍປ້ອງກັນ ຄວາມສ່ຽງ ຂອງ ທະນາຄານໂລກ ນັ້ນບໍ່ເຂັ້ມແຂງພໍ ແລະ ຍາກທີ່ຈະ ປະຕິບັດໄດ້ ໂດຍສະເພາະ ຢູ່ ສປປລາວ ທີ່ຣັຖບາລກໍາລັງ ດໍາເນີນ ນະໂຍບາຍ “ແບັດເຕິຣີແຫ່ງອາຊຽນ” ຢູ່ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.