ຣັຖບານວ່າທາງຣົດໄຟ ປີໜ້າ ຊິຊົດເຊີຍ

ຈໍາປາທອງ
2020.07.03
F-Rail-VT ທາງຣົດໄຟ ລາວ-ຈີນ ນະຄອນຫຼວງວຽງຈັນ
RFA/TS

ປະຊາຊົນລາວ ທີ່ໄດ້ຮັບຜົລກະທົບ ຈາກການກໍ່ສ້າງທາງຣົດໄຟລາວ-ຈີນ ຜິດຫວັງ ເມື່ອໄດ້ຍິນຂ່າວວ່າ ທາງການລາວ ປະກາດຢູ່ໃນກອງ ປະຊຸມສະພາແຫ່ງຊາດ ວ່າບໍ່ມີເງິນພຽງພໍ ສໍາລັບຈ່າຍຄ່າຊົດເຊີຍ ຄວາມເສັຍຫາຍ ໃຫ້ປະຊາຊົນ ທີ່ກໍາລັງລໍຖ້າວ່າຈະໄດ້ຮັບໃນປີນີ້, ຕາມ ທີ່ທາງການ ໄດ້ໃຫ້ຄໍາໝັ້ນໄວ້ເມື່ອຕົ້ນປີ 2020 ນີ້ ວ່າຈະພຍາຍາມ ຈ່າຍຄ່າຊົດເຊີຍນັ້ນ ໃຫ້ຜູ້ໄດ້ຮັບຜົລກະທົບຕາມແຜນ. ດັ່ງຊາວບ້ານ ນາງນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ຍັງລໍຖ້າເອົາຄ່າຊົດເຊີຍ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 1 ກໍຣະກະດາ ນີ້ວ່າ:

“ບໍ່ພໍ່ກໍໄດ້ລໍຖ້າ ກໍຮູ້ສຶກແນວໃດ ເຮົດໃຫ້ເຮົາຫຍຸ້ງຍາກແຫຼະ ຖືກໂຄງການແລ້ວກໍຕ້ອງຊົດເຊີຍໃຫ້ເຮົາເນາະ ເຈົ້າຂອງໂຄງການກໍຕ້ອງຄົ້ນ ຄວ້າແຫຼະເນາະ ເງິນຈະໄດ້ຊົດເຊີຍ.”

ນາງເວົ້າຕື່ມວ່າ ເມື່ອຕົ້ນປີນີ້ ຕົນດີໃຈ ທີ່ໄດ້ຍິນຂ່າວວ່າ ທາງໂຄງການກໍ່ສ້າງທາງຣົດໄຟລາວ-ຈີນ ຈະໃຫ້ຄ່າຊົດເຊີຍ ທັງໝົດໃນປີນີ້, ແຕ່ ຫລັງຈາກໄດ້ຍິນຂ່າວວ່າ ບໍ່ມີເງິນພຽງພໍທີ່ຈະ ຈ່າຍໃຫ້ໃນປີນີ້ ຕົນກໍເສັຍໃຈ, ແຕ່ເຮັດຫຍັງບໍ່ໄດ້ ນອກຈາກຕ້ອງໄດ້ທໍາໃຈ ແລະຄິດວ່າຈະ ໄດ້ໃນປີໜ້າ ແລະວ່າຕົນໄດ້ເສັຍດິນປູກຝັງ ໃຫ້ທາງໂຄງການນີ້ໄປແລ້ວ ແລະບໍ່ສາມາດ ແຕະຕ້ອງດິນ ນັ້ນໄດ້ອີກ.

ໃນຂນະດຽວກັນ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົດໄຟ ຢູ່ເຂດເມືອງໄຊທານີ ທີ່ລໍຖ້າຄ່າຊົດເຊີຍ ຄືກັນນັ້ນຍັງບໍ່ ອະນຸຍາດ ໃຫ້ທາງໂຄງການ ເຮັດຮົ້ວອ້ອມດິນ ຂອງຕົນ ຈົນກວ່າວ່າຈະໄດ້ຮັບຄ່າຊົດເຊີຍ ດັ່ງຊາວບ້ານຜູ້ນຶ່ງເວົ້າວ່າ:

“ທາງບ້ານກະມີຄົນບໍ່ໄດ້ເງິນ ເພິ່ນເອົາດິນໄປຕື່ມ ແຕ່ວ່າເພິ່ນບໍ່ທັນໄດ້ໃຫ້ເງິນ ຫັ້ນກໍມີ ຜູ້ນັ້ນເພິ່ນບອກ ຂະເຈົ້າບໍ່ໄດ້ໃຫ້ເພິ່ນເຮັດນະ ຂະເຈົ້າ ບໍ່ໃຫ້ເພິ່ນເຮັດຕໍ່ ເພາະວ່າເພິ່ນສິເຮັດຮົ້ວ ເຮັດສວນມື້ວານນີ້ຫັ້ນວ່າ ໃຫ້ເຮັດກ່ອນສະເພາະວ່ານຂະເຈົ້າກໍແລ້ວ ແຕ່ລາວກະບອກວ່າເອົາເງິນ ມາມື້ໃດແລ້ວ ກະໃຫ້ເຮັດໂລດ.”

ສໍາລັບຢູ່ແຂວງຫລວງນໍ້າທາ ຊາວບ້ານຢູ່ເມືອງຫລວງນໍ້າທາ ທ່ານນຶ່ງ ທີ່ລໍຖ້າຄ່າຊົດເຊີຍຈາກທາງໂຄງການ ຄືກັນນັ້ນ ກໍເວົ້າວ່າເມື່ອປະມານ 3 ເດືອນຜ່ານມາ ເຈົ້າໜ້າທີ່ຄະນະໄກ່ເກັ່ຽ ເຣຶ່ອງຄ່າຊົດເຊີຍໄດ້ມາຊີ້ແຈງໃຫ້ຊາວບ້ານຮູ້ວ່າ ຈະບໍ່ໄດ້ຄ່າຊົດເຊີຍ ໃນປີນີ້ແຕ່ຈະໄດ້ໃນປີໜ້າ ເມື່ອໄດ້ຍິນແລ້ວ ຕົນກໍບໍ່ຮູ້ສຶກຜິດຫວັງຫຍັງຫລາຍ ເພາະຍັງບໍ່ທັນໄດ້ເສັຍດິນເຮືອນ ໃຫ້ທາງໂຄງການເທື່ອ ແລະຍັງບໍ່ທັນໄດ້ຍ້າຍອອກ ດັ່ງທີ່ທ່ານກ່າວວ່າ:

“ເຂົາມາລວມແລ້ວ 2-3 ມື້ນີເນ໋ ຮອດງວດ 8 ຈັ່ງສິຊົດເຊີຍໃຫ້ ເພິ່ນວ່າແນວນັ້ນ ປີໜ້າພຸ້ນແຫລະ ປີ 2021 ພຸ້ນແຫລະ ບໍ່ຄິດຫຍັງແຫລະ ເພິ່ນຊົດເຊີຍໃຫ້ມື້ໃດ ເພິ່ນຄິດໄລ່ໃຫ້ມື້ໃດ ເຮົາກໍຍ້າຍອອກໃຫ້ເພິ່ນເນາະ ບໍ່ມີບັນຫາຄັນເພິ່ນ ຊົດເຊີຍໃຫ້ເນາະ.”

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ຢູ່ເມືອງໄຊ ແຂວງອຸດົມໄຊ ທ່ານນຶ່ງເປີດເຜີຍວ່າ ປັດຈຸບັນ ປະຊາຊົນຫລາຍຄອບຄົວຢູ່ເມືອງໄຊ ທີ່ຍັງລໍຖ້າ ຄ່າຊົດເຊີຍ ຢູ່ນັ້ນ ກໍຮູ້ສຶກຜິດຫວັງ ໄປຕາມໆກັນ.

ປະຊາຊົນທີ່ໄດ້ຮັບຜົລກະທົບ ຫລາຍຄົນກໍໄດ້ພຍາຍາມຮ້ອງຮຽນ ໃຫ້ເຈົ້າໜ້າທີ່ທ້ອງຖິ່ນຂອງຕົນ ຄິດຕາມເຣຶ່ອງຄ່າຊົດເຊີຍນັ້ນໃຫ້. ແຕ່ມາ ຮອດປັດຈຸບັນ ກໍຍັງບໍ່ມີຂ່າວກ່ຽວກັບ ຄວາມຄືບໜ້າຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ ແລະວ່າ ເປັນໄປໄດ້ສູງ ທີ່ປີນີ້ຄົງຈະບໍ່ໄດ້ຮັບຄ່າຊົດເຊີຍ ນັ້ນຄົບເທື່ອ:

“ບໍ່ຮູ້ເຣື່ອງເລີຍຖ້າປານນີ້ກະບໍ່ແລ້ວ ຍັງບັກຫຼາຍໆຍັງບໍ່ວ່າສັງເທື່ອ ປະຊາຊົນກໍຄອງຢູ່ໂອ໋ ເຂົາກະມາຖາມອ້າຍຢູ່ ກະບໍ່ສ່າງສິຕອບລະເນາະ ເມື່ອທາງເທິງບໍ່ແຈ້ງມາ ກະບໍ່ຮູ້ຕອບ ຄາແນວໃດກະບໍ່ຮູ້ບໍ່ແຈ້ງ ປີນີ້ກະຫາຍເລີຍນະ.”

ກ່ຽວກັບບັນຫາທີ່ວ່ານີ້ ວິທຍຸເອເຊັຍເສຣີ ພຍາຍາມຕິດຕໍ່ໄປຫາ ເຈົ້າໜ້າທີ່ຄະນະໄກ່ເກັ່ຍ ເຣຶ່ອງຄ່າຊົດເຊີຍ ຄວາມເສັຍຫາຍ ທີ່ເກີດຈາກ ໂຄງການກໍ່ສ້າງທາງຣົດໄຟລາວ-ຈີນ ທັງຢູ່ສູນກາງ ແລະແຂວງຕ່າງໆ ທີ່ທາງຣົດໄຟຜ່ານເພື່ອຂໍຄໍາຊີ້ແຈງ ແຕ່ບໍ່ມີເຈົ້າໜ້າທີ່ ທ່ານໃດໃຫ້ ຄໍາເຫັນ.

ພ້ອມກັນນັ້ນ ກໍໄດ້ຕິດຕໍ່ໄປຫາ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ຢູ່ແຂວງທີ່ທາງຣົດໄຟລາວ-ຈີນຜ່ານ ແຕ່ບໍ່ມີທ່ານໃດໃຫ້ ຄໍາເຫັນ ຫລື ເປັນຍ້ອນຄາກອງປະຊຸມ ສະພາແຫ່ງຊາດ ທີ່ກໍາລັງດໍາເນີນໄປຢູ່ນີ້.

ຢູ່ໃນກອງປະຊຸມສະພາແຫ່ງຊາດ ໄດ້ມີການຍົກບັນຫາດັ່ງກ່າວຂຶ້ນມາສອບຖາມຣັຖບານ ຫລັງຈາກໄດ້ຮັບຄໍາຮ້ອງຮຽນ ຈາກປະຊາຊົນ ທີ່ຍັງບໍ່ທັນ ໄດ້ຮັບຄ່າຊົດເຊີຍ ແຕ່ໄດ້ຮັບຄໍາ ຈີ້ແຈງຈາກຣັຖບານວ່າ ງົບປະມານ ມີຈໍານວນຈໍາກັດ ແລະ ບໍ່ພຽງພໍສໍາລັບໃຫ້ຄ່າຊົດເຊີຍ, ອີງຕາມການຣາຍງານ ຂອງໜັງສືພິມວຽງຈັນທາມ ວັນທີ 1 ກໍຣະກະດາ ນີ້.

ໂຄງການສ້າງທາງຣົດໄຟລາວ-ຈີນ ສ້າງຜົລກະທົບ ໃຫ້ປະຊາຊົນ ຢູ່ແຂວງຫລວງນໍ້າທາ, ອຸດົມໄຊ, ຫລວງພຣະບາງ, ວຽງຈັນ ແລະ ນະຄອນຫລວງວຽງຈັນ ທັງໝົດ 4,411 ຄອບຄົວ ແຕ່ມາຮອດປັດຈຸບັນ ການໃຫ້ຄ່າຊົດເຊີຍບໍ່ຮອດ 50% ແລະຍັງມີຫລາຍຄອບຄົວ ຢູ່ຫລາຍເຂດ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ເຖິງແມ່ນການກໍ່ສ້າງທາງ ຈະຄືບໜ້າໄປແລ້ວປະມານ 90% ກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.