ເຂື່ອນນ້ຳອູ 2 ຈະຈັດສັນ ຝຶກອາຊີບ
2017.09.06

ໂຄງການເຂື່ອນນ້ຳອູ 2 ຈະມາຝຶກອົບຮົມ ຈັດສັນຝຶກອາຊີບ ໃຫ້ປະຊາຊົນ ບ້ານຫາດຂີບ ເມືອງງອຍ ແຂວງຫຼວງພຣະບາງ ໃນເດືອນ ຕຸລາປີນີ້ ຫລັງຈາກ ໄດ້ໂຍກຍ້າຍ ພວກຂະເຈົ້າ ມາເປັນເວລາສາມປີ. ການສ້າງເຂຶ່ອນນ້ຳອູ2 ກໍສຳເຣັດ ແລະໄດ້ເປີດໃຊ້ແລ້ວໃນປີ 2016 ແຕ່ທາງໂຄງການ ຍັງບໍ່ໄດ້ ຈັດສັນອາຊີບ ໃຫ້ແກ່ ພວກຂະເຈົ້າ. ດັ່ງຊາວບ້ານ ທ່ານນື່ງເວົ້າວ່າ:
"ຈັດສັນອາຊີບນີ້ ຂະເຈົ້າຍັງບໍ່ໄດ້ລົງ ເທື່ອນະ ວ່າເດືອນສີບນີ້ ເດືອນສີບມານີ້ ຊີ່ໄດ້ລົງຈັດສັນ ອາຊີບ ແຕ່ວ່າທ້າຍເດືອນໆສີບນີ້ ເພີ່ນສີ່ມາ ອົບຮົມ ມາຝຶກອົບຮົມ ກັນເມື່ອໃດ ຍັງບໍ່ທັນ ຮູ້ເທື່ອນະ ຂະເຈົ້າຍັງ ບໍ່ໄດ້ລົງມາເທື່ອ ເພີ່ນຈະມາແບບໃດ ຍັງບໍ່ຮູ້ເທື່ອນະ".
ທ່ານກ່າວຕື່ມວ່າ ສຳລັບອາຊີບ ທີ່ທາງໂຄງການ ຈະຈັດສັນໃຫ້ນັ້ນ ມີຢູ່ສາມປະເພດຄື ລ້ຽງສັດ,ປູກຝັງ ແລະຕ່ຳຫຸກ ຊື່ງທາງໂຄງການ ໄດ້ເປີດໃຫ້ ປະຊາຊົນ ຈົດຊື່ໃນອາຊີບ ທີ່ຕົນມັກ.
ທ່ານວ່າ ການໂຍກຍ້າຍ ມາຢູ່ບ້ານຈັດສັນ ໃຫມ່ນີ້ ຖືວ່າ ມີຊີວີດດີຂື້ນ ແຕ່ຍັງມີບັນຫາ ເຣື້ຶ້ອງອາຊີບ ຍ້ອນວ່າ ບໍ່ມີເນື້ອທີ່ ໃນການປູກຝັງ ຕ້ອງໄດ້ກັບໄປ ບ່ອນເກົ່າ ຊື່ງເປັນ ຣະຍະທາງ ຍາວປະມານ 10 ປາຍ ກິໂລແມດ:
"ແມ່ນແລ້ວທີ່ດີແທ້ ກໍດີແລ້ວ ເຣື້ອງນ້ຳໄຟ ເຮືອນກໍ່ດີ ສ່ວນຫລາຍ ກໍດີອົກດີໃຈກັນ ແຕ່ຍັງບໍ່ມີການ ຈັດສັນອາຊີບ ເທື່ອ ປະຊາຊົນ ຍັງເມືອ ທຳມາ ຫາກີນ ເມືອເຮັດໄຮ່ ເຮັດສວນ ຢູ່ທາງບ້ານເກົ່າ ມັນໄກນະ".
ເຂື່ອນນ້ຳອູ່ 2 ສ້າງສຳເຣັດ ແລະໄດ້ເປີດໃຊ້ ໃນປີ 2016 ສາມາດຜລິດ ກະແສໄຟຟ້າໄດ້ 120 ເມກາວັດ ສ້າງໂດຍ ບໍຣິສັດ ຊີໂນ ໄຣໂດຣ ຂອງຈີນ ເປັນຜູ້ ສຳປະທານ. ເຂື່ອນແຫ່ງນີ້ ສົ່ງຜົລກະທົບ ໃຫ້ມີການ ໂຍກຍ້າຍ ປະມານ136 ຄອບຄົວ ໃນ 2 ບ້ານ ຊຶ່ງ ຊາວບ້ານບາງຄົນ ໃນປັດຈຸບັນ ໄປເປັນກຳມະກອນ ກໍ່ສ້າງ ເຂື່ອນນ້ຳອູ3 ຍ້ອນບໍ່ມີ ບ່ອນທຳມາ ຫາກີນ.