ເງິນເດືອນຂັ້ນຕໍ່າສຸດ ຢູ່ລາວ ຍັງບໍ່ອອກ ບໍ່ເຂົ້າ
2018.01.25
ກະຊວງກົມກອງທີ່ກ່ຽວຂ້ອງ ຂອງຣັຖບານ ສປປລາວ ປະຊຸມກັນມາຫຼາຍເທື່ອ ເພື່ອພິຈາຣະນາ ຂຶ້ນຄ່າແຮງງານຂັ້ນຕໍ່າ ແຕ່ຍັງຕົກລົງກັນ ບໍ່ໄດ້ວ່າຈະຂຶ້ນເທົ່າໃດ, ຈະຂຶ້ນຈາກ 9 ແສນກີບເປັນ 1 ລ້ານ ຫຼື 1 ລ້ານສອງແສນກີບຕໍ່ເດືອນ.
ສະຫະພັນ ກັມມະບານ ລາວ ສເນີໃຫ້ຂຶ້ນເປັນ 1 ລ້ານ 2 ແສນ ກີບ, ສ່ວນສະພາອຸດສາຫະກັມ-ການຄ້າ ສເນີໃຫ້ຂຶ້ຶ້ນເປັນ 1 ລ້ານກີບ. ປັດຈຸບັນ ກົມຄຸ້ມຄອງແຮງງານ ກຳລັງເກັບກຳຄຳສເນີຕ່າງໆເລົ່ານີ້ ສົ່ງຂຶ້ນຫາຣັຖບານ ເພື່ອພິຈາຣະນາຕັດສິນ, ດັ່ງ ນັກວິຊາການທ່ານນຶ່ງ ກ່າວໃນວັນທີ 25 ມົກຣາ ນີ້ວ່າ:
“ຕອນນີ້ເພິ່ນກຳລັງພິຈາຣະນາ ຂັ້ນຕອນສຸດທ້າຍຢູ່ເນາະ ເພາະວ່າສາມຝ່າຍ ກັມມະບານ ສະພາການຄ້າ ແລະ ກະຊວງແຮງງານ ເພິ່ນ ກຳລັງກະກຽມ ກອງປະຊຸມສະເພາະຢູ່ຕອນນີ້ນ່າ ເພິ່ນຍັງບໍ່ແນ່ໃຈວ່າ ຄ່າແຮງງານຂັ້ນຕໍ່າ ທີ່ເຂົາເຈົ້າປະກາດຢູ່ຕາມ ເຟສບຸກບໍ ຜູ້ສື່ຂ່າວ ອີຫຍັງຫັ້ນນ່າ ມັນຈະແມ່ນຕາມໂຕນັ້ນບໍ່.”
ເຈົ້າໜ້າທີ່ທ່ານນີ້ຄາດວ່າ ຣັຖບານ ຈະຕັດສິນໃຈພາຍໃນເດືອນ ມົກຣານີ້ ດັ່ງທ່ານກ່າວ ຕື່ມວ່າ:
“ຖ້າປະຊຸມກັນຮຽບຮ້ອຍກໍ່ຈະບໍ່ດົນລະອ້າຍປະມານອາທີດນຶ່ງ ເພິ່ນກໍຈະອອກຂໍ້ແນະນໍາໂຕໃໝ່ ໃຫ້ເລີຍພາຍໃນອາທິດນີ້ ວັນສຸກ ຈະມານີ້ ເພາະເພິ່ນໄດ້ມີການປືກສາຫາລືກັນ ຫລາຍຄັ້ງແລ້ວ ແລະເທື່ອນີ່ແມ່ນເທື່ອທີ່ວ່າ ເພິ່ນຈະຕັດສິນເອົາລາຄາໃດ ກັນແທ້."
ຖ້າທຽບກັບ ຄ່າແຮງງານຂັ້ນຕໍ່າ ຂອງ ປະເທສອາຊຽນອື່ນໆ ເງິນເດືອນຕໍ່າສຸດ ປັດຈຸບັນ ຢູ່ລາວ ຍັງແມ່ນ 9 ແສນກີບ ຫຼືປະມານ 110 ໂດລາ ຕໍ່ເດືອນ ສູງກວ່າພະມ້າ ສອງເທົ່າ ແຕ່ໜ້ອຍກວ່າ ໄທ ສອງເທົ່າ.