ເງິນເດືອນຂັ້ນຕໍ່າ ຂອງຄົນງານ ຢູ່ ສປປລາວ ອາຈເພີ້ມຂຶ້ນເຖິງ 1,5 ລ້ານກີບ ໃນປີ 2017 ນີ້ ຍ້ອນ ຄ່າຄອງຊີບ ຖີບຕົວຂຶ້ນສູງ, ຣາຄາສິນຄ້າ ອຸປໂພກ ບໍຣິໂພກ ໃນທ້ອງຕລາດ ແພງຂຶ້ນນໍາເລື້ອຍໆ ແຕ່ເງິນເດືອນ ຄ່າແຮງງານ ຍັງຢູ່ເທົ່າເກົ່າ ເຮັດໃຫ້ມີ ຄວາມຫຍຸ້ງຍາກ ລໍາບາກ ໃນການດໍາລົງ ຊີວິດ, ໃນຂນະທີ່ ຄົນງານລາວ ອາຈນັບເປັນ ແສນໆຄົນ ພາກັນຫລັ່ງໄຫລ ກັບຄືນປະເທສ ຍ້ອນຂໍ້ກໍານົດ ກົດໝາຍໃໝ່ ຂອງໄທ ເຂັ້ມງວດຂຶ້ນ.
ໃນຣະຍະ 5 ປີມານີ້ ຣັຖບາລ ສປປລາວ ຂຶ້ນເງິນເດືອນຂັ້ນຕໍ່າ ຂອງຄົນງານ ຢູ່ຕາມໂຮງຈັກໂຮງງານ ຕ່າງໆໃນທົ່ວ ປະເທສ ມາແລ້ວ 2 ຄັ້ງ ຄືໃນປີ 2012 ໄດ້ຂຶ້ນຈາກ 380,000 ກີບເປັນ 626,000 ກີບ ແລະໃນປີ 2015 ໄດ້ຂຶ້ນອີກເປັນ 900,000 ກີບ ຕໍ່ເດືອນ ແລະອາຈເພີ້ມຂຶ້ນຕື່ມ ອີກເປັນ 1,200,000 ກີບ ຫລື 1,500,000 ກີບ ໃນປີ 2017 ນີ້ ຍ້ອນຄ່າ ຄອງຊີບຖີບຕົວ ຂຶ້ນສູງ ຂນະທີ່ ຣັຖບາລ ບໍ່ສາມາດ ຄວບຄຸມຣາຄາ ສິນຄ້າ ໃນທ້ອງຕລາດໄດ້, ເຮັດໃຫ້ກັມມະກອນ ຄົນງານ ເຖິງຈະປະຢັດ ມັທຍັດ ພຽງໃດ ແຕ່ເງິນເດືອນ ກໍບໍ່ກຸ້ມຢູ່ບໍ່ກຸ້ມກິນ ຢູ່ດີ.
ກ່ຽວກັບເຣຶ່ອງນີ້ ກໍາມະກອນ ໂຮງງານຕັດຫຍິບ ແຫ່ງນຶ່ງໃນ ນະຄອນຫລວງວຽງ ຈັນ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 30 ກໍຣະກະດາ ວ່າ:
"ບາງເທື່ອກະພໍ ບາງເທື່ອກະຈັບໜ້າເປັນຫລັງ ຈັ່ງຊີ້ ເອີສິວ່າເຫລືອ ກະບໍ່ເຫລືອ ເດືອນໃດ ທີ່ບໍ່ມີ ການເຈັບການເປັນ ອີກກະພໍກຸ້ມ ພໍຍາມໃດ ບໍ່ສະບາຍ ກະແປວ່າ ເດືອນນັ້ນກໍບໍ່ພໍ".
ຕາມຣາຍງານ Vientiane Times ຂອງທາງການລາວ ວັນທີ 24 ກໍຣະກະດາ 2017, ທ້າວ ວົງ ຄົນງານ ໂຮງງານ ຕັດຫຍິບ ແຫ່ງນຶ່ງທີ່ ນະຄອນຫລວງວຽງຈັນ ເວົ້າວ່າເງິນເດືອນ 900,000 ກີບຕໍ່ເດືອນ ບໍ່ພຽງພໍ ສໍາລັບ ການເປັນຢູ່ ແລະການຢູ່ ລອດໄດ້ ຍ້ອນວ່າຣາຄາ ເຄື່ອງຂອງຕ່າງໆ ແພງຂຶ້ນຫລາຍ. ລາວເວົ້າ ຕື່ມວ່າ ໃນຂນະນີ້ ລາວບໍ່ຍັງເຫລືອ ຫຍັງເລີຍ ທີ່ຈະທ້ອນຫອມໄວ້ ເວລາຮອດທ້າຍ ເດືອນມາ. ເງິນທັງໝົດ ທີ່ໄດ້ມາ ສ່ວນໃຫຍ່ ແມ່ນໃຊ້ຈ່າຍ ເປັນຄ່າອາຫານ ການກິນ.
ລາວຕ້ອງການທ້ອນໂຮມເງິນ ໄວ້ໃຊ້ຈ່າຍ ແນວທີ່ຈໍາເປັນ ເຊັ່ນຊື້ເຄື່ອງ ນຸ່ງຫົ່ມ ແລະຢາປົວພຍາດ ໃນຍາມເຈັບປ່ວຍ ແຕ່ກໍບໍ່ມີເງິນ ພໍທີ່ຈະທ້ອນໂຮມ ໄວ້ໄດ້. ຍ້ອນເງິນເດືອນຕໍ່າ ເມື່ອທຽບໃສ່ ຄ່າຄອງຊີບ ສູງຄືແນວນັ້ນ, ບັນດາ ກັມມະກອນຄົນງານລາວ ທັງຫລາຍ ຈຶ່ງໄດ້ຮຽກຮ້ອງ ໃຫ້ຣັຖບາລ ສປປລາວ ອະນຸມັດ ການເພີ້ມເງິນເດືອນຂັ້ນຕໍ່າ ໃນຂນະທີ່ ທາງການ ບໍ່ສາມາດຄວບຄຸມ ຣາຄາສິນຄ້າ ໃນທ້ອງຕລາດ ເພື່ອລົດຜ່ອນ ຄວາມລໍາບາກ ທີ່ພວກເຂົາເຈົ້າ ປະສົບຢູ່ນີ້.
ເວົ້າເຖິງການຂຶ້ນເງິນເດືອນຂັ້ນຕໍ່າ ຂອງຄົນງານ ທີ່ອາຈເຖິງ 1,5 ລ້ານກີບຕໍ່ເດືອນ ກໍາມະກອນ ໂຮງງານຕັດຫຍິບ ທີ່ວ່ານັ້ນ ເວົ້າວ່າ ດີໃຈ ແຕ່ວຽກງານ ທີ່ຈະໄດ້ເຮັດ ກໍຈະເພີ້ມຂຶ້ນ ເຊັ່ນກັນ:
"ຂຶ້ນໃຫ້ກະດີໃຈ ເພາະມັນໄດ້ ເພີ້ມຂຶ້ນ ດີໃຈຫັ້ນແຫລະ ໄດ້ເງິນຫລາຍ ແຕ່ວ່າວຽກງານ ມັນກໍເພີ້ມຂຶ້ນຫລາຍ ມັນກະມີແນວ ແລກປ່ຽນກັນ ກ່ອນສິຂຶ້ນ ເງິນເດືອນໃຫ້ ເພີ່ນກະຕ້ອງ ໃຫ້ເຮົາເຮັດ ເພີ້ມງານ ຂຶ້ນກ່ອນ ເພີ້ມງານໃຫ້ ເຮົາໃດ ແບບທິມງານເພີ່ນ ເອົາມາໃຫ້ເຮົາ ເຮົາກໍຕ້ອງເຮັດ ໃຫ້ມັນໄດ້ເປົ້າ ຫາກບໍ່ໄດ້ເປົ້າ ກະອາດສິຂຶ້ນໃຫ້ ແຕ່ບໍ່ເຕັມເມັດ ເຕັມໜ່ວຍ ເທົ່າທີ່ວ່າເອີ ກົດໝາຍ ວາງມາ".
ຕາມຂໍ້ມູນຂອງສະຫະພັນກັມມະບານລາວ, ເມື່ອປີຜ່ານມາ ປະເທສລາວ ມີຄົນງານ ປະມານ 551,200 ຄົນ ທີ່ເຮັດວຽກໃນ ທຸຣະກິດຕ່າງໆ ຊຶ່ງໃນນັ້ນ ຈໍານວນ ຫລວງຫຼາຍ ບໍ່ມີ ວິຊາສະເພາະ. ຄໍາຮຽກຮ້ອງ ຂອງຄົນງານ ທີ່ວ່ານັ້ນ ຈະເຮັດໃຫ້ ເກີດມີ ກອງປະຊຸມ ສາມຝ່າຍ ຣະຫວ່າງ ສະຫະພັນ ກັມມະບານລາວ, ກະຊວງແຮງງານ ແລະ ສະຫວັດດິການສັງຄົມ ແລະ ສະພາການຄ້າ ແລະ ອຸດສາຫະກັມ ແຫ່ງຊາດລາວ ຊຶ່ງທ່ານ ອາພິລັດ ອູດົມເດດ ເຈົ້າໜ້າທີ່ ອາວຸໂສ ສະຫະພັນ ກັມມະບານລາວ ຄາດວ່າຈະມີຂຶ້ນ ໃນເດືອນ ສອງເດືອນ ຂ້າງໜ້ານີ້ ໂດຍຈະແມ່ນ ກະຊວງ ແຮງງານ ແລະ ສະຫວັດດິການ ສັງຄົມ ເປັນເຈົ້າພາບ.
ທ່ານກ່າວຕໍ່ສື່ມວນຊົນ ທາງການລາວ ໃນມື້ວັນທີ 21 ກໍຣະກະດາ 2017 ນີ້ວ່າ, ອົງການຈັດຕັ້ງ ຂອງທ່ານ ໄດ້ສເນີແນະວ່າ ຄວນເພີ້ມ ເງິນເດືອນຂັ້ນຕໍ່າ ທີ່ມີຢູ່ປັດຈຸບັນ 900,000 ກີບ ຂຶ້ນເປັນຣະຫວ່າງ 1,200,000 ກີບ ແລະ 1,500,000 ກີບ. ທ່ານເວົ້າ ຕື່ມວ່າ ພວກທ່ານໄດ້ສົ່ງ ຄໍາສເນີທີ່ວ່ານີ້ ໄປເຖິງ ກະຊວງແຮງງານ ແລະ ສະຫວັດດິການ ສັງຄົມ ແລະສະພາ ການຄ້າ ແລະ ອຸດສາຫະກັມ ແຫ່ງຊາດ ເພື່ອ ພິຈາຣະນາ ແລ້ວແລະວ່າ ທາງສະພາ ກໍກໍາລັງ ປຶກສາຫາລື ກ່ຽວກັບ ເຣຶ່ອງນີ້ ກັບ ສະມາຊິກ ຂອງຕົນ ໃນທົ່ວປະເທສ.
ພາຍຫລັງທີ່ສາມຝ່າຍ ຕົກລົງເຣຶ່ອງ ຈໍານວນເງິນເດືອນ ທີ່ແນ່ນອນ ຊຶ່ງຈະເພີ້ມ ຂຶ້ນໃຫ້ນັ້ນແລ້ວ ກໍຈະຍື່ນຕໍ່ ຣັຖບາລ ເພື່ອພິຈາຣະນາ ແລະ ຮັບຮອງເອົາ. ກ່ຽວກັບເຣຶ່ອງດັ່ງກ່າວ ເມື່ອຕົ້ນປີ 2017 ນີ້ກໍມີກອງປະຊຸມ ຣະຫວ່າງ ຜູ້ຕາງໜ້າ ກະຊວງ ແຮງງານ ແລະ ສະຫວັດດິການ ສັງຄົມ ແລະ ກະຊວງແຜນການ ແລະການລົງທຶນ ໂດຍທີ່ບໍ່ມີ ຜູ້ຕາງໜ້າ ຂອງສະພາ ການຄ້າ ແລະ ອຸດສາຫະກັມ ແຫ່ງຊາດ ເຂົ້າຮ່ວມ. ໃນນັ້ນໄດ້ມີ ການຕົກລົງ ກັນວ່າ ເງິນເດືອນ ຂັ້ນຕໍ່າ ຂອງຄົນງານ ຄວນເພີ້ມ ຈາກ 900,000 ກີບ ເປັນຢ່າງໜ້ອຍ 1,200,000 ກີບ ຕໍ່ເດືອນ.
ແຕ່ໃນຂນະນີ້ ເຈົ້າຂອງໂຮງງານ ຕັດຫຍິບ ແລະ ວິສາຫະກິຈ ຫຼາຍຂແນງການ ຢູ່ ສປປລາວ ພາກັນ ບໍ່ເຫັນດີນໍາ ໃນການທີ່ຈະ ມີການປັບ ເງິນເດືອນ ຄ່າແຮງງານ ຂັ້ນຕ່ຳ ຄືດັ່ງທີ່ວ່ານັ້ນ ດັ່ງເຈົ້າຂອງ ໂຮງງານ ຕັດຫຍິບ ໃນນະຄອນຫຼວງ ວຽງຈັນ ໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ກໍຣະກະດາ ວ່າ:
“ມັນຜົລກະທົບຫຼາຍທີ່ສຸດ ມັນຊິໄປບໍ່ໄດ້ເລີຍ ຖ້າເຈົ້າຊິມາບົ່ງວ່າ ຕ້ອງຂຶ້ນລ້ານສອງ ຫຼືວ່າ ລ້ານຫ້າເດີ້. ບັນຫາສຳຄັນ ລະກະຕົ້ນຕໍ ທີ່ສຸດ ຈະເຮັດໃຫ້ ກັມມະກອນ ຂີ້ຄ້ານ, ຂ້ອຍເຮັດວຽກ ຂ້ອຍກະໄດ້ ຂ້ອຍບໍ່ເຮັດວຽກ ຂ້ອຍກະໄດ້ ເງິນໂຕນີ້ນ່າ ລະທາງ ກຸ່ມຕັດຫຍິບ ທັງໝົດທຸກໆໂຮງງານ ໃນປະເທສລາວ ນີ້ນ່າ ກະບໍ່ເຫັນດີ. ເຮົາຢາກໃຫ້ 9 ແສນຄືເກົ່າ ເງິນພື້ນຖານ ຫັ້ນນ່າ”.
ນາງກ່າວຕື່ມວ່າ ວິສາຫະກິຈຕ່າງໆ ຫຼືໂຮງງານຕັດຫຍິບ ມີລັກສນະ ແຕກຕ່າງຈາກ ຣັຖວິສາກິຈ ແລະອົງການຣັຖ ທົ່ວໄປ ທີ່ມີເງິນເຂົ້າ ຫຼາຍທາງ, ແຕ່ພາກສ່ວນ ໂຮງງານຕິດຫຍິບ ຊ້ຳພັດມີເງິນອອກ ຫຼາຍທາງ ບໍ່ວ່າຈະເປັນຄ່າ ທີ່ພັກ, ຄ່ານ້ຳຄ່າໄຟ, ຄ່າ ອາຫານ, ຄ່າເດີນທາງ ເຮັດວຽກ ໄປ-ມາ ແລະຄ່າປິ່ນປົວ ສຸຂພາບ ຂອງຄົນງານນັ້ນ ລ້ວນແລ້ວແຕ່ແມ່ນ ທາງໂຮງງານ ເປັນຜູ້ຈ່າຍ ໃຫ້ໝົດ ໂດຍທີ່ບໍ່ຫັກ ເງິນຄ່າແຮງງານ ຂັ້ນຕ່ຳ 9 ແສນກີບ ນັ້ນ. ແລະວ່າ ຈະອ້າງວ່າ ຄ່າຄອງຊີພສູງ ແລ້ວມາບີບ ໃຫ້ເຈົ້າຂອງ ໂຮງຈັກໂຮງງານ ຂຶ້ນຄ່າແຮງ ຂັ້ນຕ່ຳ ຄົງເປັນສິ່ງທີ່ ບໍ່ສົມເຫຕສົມຜົລ.
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ອາວຸໂສ ສູນກາງສະຫະພັນກັມມະບານລາວ ກໍໄດ້ຊີ້ແຈງ ເຖິງຄວາມ ຈຳເປັນ ຂອງການປັບຂຶ້ນ ເງິນຄ່າ ແຮງງານ ຂັ້ນຕ່ຳ ໃນເທື່ອນີ້ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນດຽວ ກັນນັ້ນວ່າ:
"ໃນນາມທີ່ພວກເຮົາເປັນຕົວແທນ ຜູ້ອອກແຮງງານ ເຫັນຄວນວ່າ ສເນີສ່ຳນີ້ເນາະ. ແຕ່ວ່າຊິຂຶ້ນ ໜ້ອຍຫຼືຫຼາຍ ແມ່ນຂຶ້ນກັບ ການຕົກລົງຂອງ ກອງປະຊຸມ 3 ຝ່າຍເນາະ ຫຼືວ່າຂຶ້ນນຳ ກະຊວງແຮງງານ ເພິ່ນເປັນຜູ້ຕັດສິນ ເນາະ. ກະຊວງແຮງງານ ເພິ່ນກະມີ ກອງເລຂາ ເພິ່ນ ທີ່ວ່າຄົ້ນຄວ້າ ໃນໂຕນີ້ ຄືກັນ ທີ່ວ່າເຮົາສເນີ ໄປມັນສົມເຫຕ ສົມຜົລບໍ່ ຫຼືວ່າມັນເໝາະສົມ ບໍ່ ຫັ້ນນ່າ. ກະຊວງແຮງງານ ເພິ່ນຈະເປັນຜູ້ ຕັດສິນເນາະ ວ່າຂຶ້ນສ່ຳໃດ ເນາະ ເພາະວ່າເພິ່ນ ຈະເບິ່ງລວມເດ້ ວ່າ ທາງດ້ານ ການຂຍາຍຕົວ ທາງດ້ານເສຖກິຈບໍ່ ຕ່າງເນາະ".
ໃນຂນະດຽວກັນ ເຈົ້າໜ້າທີ່ ກະຊວງແຮງງານ ແລະສວັດດີການສັງຄົມ ກໍເວົ້າເຖິງ ເຣຶ່ອງການ ປັບຂຶ້ນຄ່າ ແຮງງານ ຂັ້ນຕໍ່າ ຂອງຄົນງານ ທີ່ທາງສູນກາງ ສະຫະພັນ ກັມມະບານ ລາວ ນັ້ນວ່າ:
"ຄືວ່າກັມມະບານ ເພິ່ນສເນີລ້ານສາມ ເບາະ ລະທາງເຮົານີ້ ໄລ່ໆເບິ່ງ ກະປະມານລ້ານສອງ ລ້ານສາມ.ແຕ່ພວກເຮົາຊິ ປະຊຸມຢູ່ ຊິປະຊຸມ 3 ຂແນງການອີກ, ຫັ້ນນ່າ. ແຕ່ທາງເຮົາ ຕ້ອງປະຊຸມ ກັນກ່ອນວ່າ ຊິຂຶ້ນໄດ້ບໍ່ ຫັ້ນນ່າ".
ໂດຍທົ່ວໄປແລ້ວ ການຂຶ້ນເງິນຄ່າແຮງງານຂັ້ນຕ່ຳ ຂອງຄົນງານ ເປັນບັນຫາ ຍາກ ບໍ່ໜ້ອຍ ທີ່ຈະແກ້ໄຂໄດ້ ຍ້ອນມັນ ພົວພັນກັບ ຫລາຍຝ່າຍ ທັງເຈົ້າຂອງ ໂຮງຈັກ ໂຮງງານ ທີ່ພຍາຍາມ ເຮັດໃຫ້ ຕົ້ນທຶນ ການຜລິດຕໍ່າ, ມີກໍໄລ ແລະແຂ່ງຂັນ ກັບຕ່າງ ປະເທສໄດ້, ຄົນງານ ກໍຕ້ອງການ ມີຣາຍຮັບ ພໍສົມມາສົມຄວນ ຈາກຄ່າແຮງງານ ຂອງພວກຕົນ ໃນແຕ່ລະເດືອນ ທຽບໃສ່ ຄ່າຄອງຊີບ ແລະ ຣັຖບາລກໍຫວັງ ເກັບຣາຍຮັບ ຈາກ ຄ່າພາສີ ອາກອນ ໃນຂນະທີ່ ຣາຄາສິນຄ້າ ທຸກຢ່າງ ໃນທ້ອງຕລາດ ຖີບຕົວ ສູງຂຶ້ນຢ່າງ ບໍ່ຢຸດຢັ້ງ ດັ່ງທີ່ຜ່ານມາ ແລະ ໃນປັດຈຸບັນ.
ດັ່ງນັ້ນຫລາຍຄົນຈຶ່ງເວົ້າວ່າ ມີ ຄວາມຈໍາເປັນ ທີ່ຈະຕ້ອງໄດ້ ຂຶ້ນຄ່າແຮງງານ ຂັ້ນຕ່ຳ ຂອງຄົນງານ ຕື່ມອີກ ເຖິງແມ່ນ ຈະໄດ້ມີ ການປັບຂຶ້ນມາ ແລ້ວ 2 ຄັ້ງ ເມື່ອປີ 2012 ແລະປີ 2015 ດັ່ງທີ່ທ່ານ ວັນລັງ ຄໍາສຸກ ຮອງ ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ໄດ້ກ່າວຕໍ່ ວິທຍຸເອເຊັຍເສຣີ ທີ່ ນະຄອນຫລວງ ວໍຊິງຕັນ ດີຊີ ໃນມື້ວັນທີ 27 ກໍຣະກະດາ 2017 ກ່ຽວກັບ ເຣຶ່ອງນີ້ວ່າ:
"ການຂໍຂຶ້ນເງິນເດືອນນີ້ ກໍເນື່ອງຈາກວ່າ ຄ່າແຮງງານຫັ້ນ ບໍ່ເໝາະສົມ ຄ່າຄອງຊີບ ໄດ້ຖີບຕົວ ສູງຂຶ້ນ ທຸກມື້ ແຕ່ວ່າ ປະຊາຊົນ ຫັ້ນບໍ່ມີ ກໍາລັງເງິນ ແລະກໍາລັງ ເສຖກິດ ທີ່ຈະຕອບສນອງ ຄວາມຕ້ອງການ ຂອງໂຕເອງໄດ້ ຄ່າຄອງຊີບນີ້ ກະເປັນ ບັນຫາ ທີ່ສໍາຄັນ ເປັນບັນຫາ ທີ່ຂ້າພະເຈົ້າ ຄິດວ່າ ສປປລາວ ຈະມີບັນຫາ ສືບຕໍ່ໄປ ເພາະວ່າ ສປລາວ ນີ້ບໍ່ມີ ນະໂຍບາຍ ເສຖກິດ ທີ່ຈະບໍາລຸງ ແລະປັບປຸງ ຄວາມຢູ່ດີ ມີແຮງ ຂອງແຮງງານ ຂອງ ປະຊາຊົນລາວ ຊອງເຮົາ ມັນກໍ ຈະໄປສ້າງ ຄວາມເດືອດຮ້ອນ ໃຫ້ ປະຊາຊົນລາວ ຢູ່ຢ່າງ ແນ່ນອນ ອັນນີ້ເປັນ ເຣຶ່ອງສໍາຄັນ ເຣຶ່ອງການ ປົກປ້ອງ ແຮງງານ ກົດໝາຍ ປົກປ້ອງ ແຮງງານນີ້ ບໍ່ມີ ປະສິດທິພາບ ແລະ ກະບໍ່ເຂັ້ມແຂງ ແລະ ທາງພັກ-ຣັຖ ປົກຄອງ ປະເທສ ບໍ່ໄດ້ເອົາ ໃຈໃສ່ ອັນນີ້ ກະເປັນປັດໃຈ ສໍາຄັນ ທີ່ ຂ້າພະເຈົ້າ ຄິດວ່າມັນ ສ້າງຄ່າຄອງຊີບ ໃຫ້ຖີບຕົວ ສູງຂຶ້ນ ຣາຄາສິນຄ້າ ຢູ່ຕລາດ ນີ້ແມ່ນ ຕັ້ງຂຶ້ນເອງ ແລະກະເຮັດ ກັນເອງ ພັກ-ຣັຖ ນີ້ຢາກເຂົ້າມາ ຄວບຄຸມ ແຕ່ວ່າກະບໍ່ຈັກ ວິທີສິ ຄວບຄຸມ ແນວໃດ ເພິ່ນບໍ່ໄດ້ ຈັດໃຫ້ ມີການສົມດຸນ ເຣຶ່ອງຟຣີ ມາກແກັດ ນີ້ ໝາຍຄວາມວ່າ ເພີ່ນຕ້ອງປ່ອຍໃຫ້ ຕລາດ ຫັ້ນຂຶ້ນໆລົງໆ ເອງ ແຕ່ວ່າເພີ່ນນີ້ ບໍ່ຮູ້ການ ບໍຣິຫານ ກ່ຽວກັບ ຣາຄາສິນຄ້າ ທີ່ໝຸນວຽນ ຢູ່ໃນຕລາດ ແຕ່ລະມື້ ແຕ່ລະເດືອນ ແຕ່ລະປີ ຂາດການ ວາງແຜນ ການລ່ວງໜ້າ ອັນມີ ປະສິດທິພາບ ນໍາມາ ໃຊ້ຣະບົບ ເສຖກິດ ໃຫ້ເກີດ ຄວາມທຸ່ນທ່ຽງ ໃນພາກ ແຮງງານ ຂອງ ເອກກະຊົນ ປາກົດວ່າ ບໍ່ມີກົດໝາຍ ຄຸ້ມຄອງ ແຮງງານ ທີ່ວ່າເໝາະສົມ ແລະ ປົກປ້ອງ ສິດທິ ຂອງແຮງງານ ປະຊາຊົນ ຂອງເຮົາ ນີ້ນະ ເມື່ອມັນເປັນ ດັ່ງນັ້ນ ແລ້ວກໍມີ ຊ່ອງ ຫວ່າງ ມີການເອົາລັດ ເອົາປຽບ ຈາກນາຍຈ້າງ ຊຶ່ງນາຍຈ້າງ ສ່ວນໃຫຍ່ ເປັນນາຍຈ້າງ ຕ່າງປະເທສ ມາເຂົ້າມາລົງທຶນ ໃນປະເທສລາວ ຫັ້ນພວກເຂົາເຈົ້າ ເອງເຂົ້າມາ ເຂົ້າມາເພື່ອກໍາໄລ ພັກ-ຣັຖ ນີ້ບໍ່ໄດ້ ເອົາໃຈໃສ່ ດັ່ງຄໍາ ປະກາດ ຂອງເພີ່ນ ເພິ່ນຍົກສູງ ໃນຄໍາປະກາດ ສະໂລແກັນ ເພີ່ນວ່າ ຄົນງານ ກໍາມະກອນ ນີ້ເປັນແຮງງານ ສໍາຄັນ ໃນການ ປະຕິວັດ 40 ປີ ທີ່ຂຶ້ນກໍາ ອໍານາດມານີ້ ປາກົດວ່າ ຄໍາສະໂລແກັນ ດັ່ງກ່າວ ຫັ້ນເພີ່ນ ບໍ່ໄດ້ ນໍາໃຊ້ແລ້ວ".
ການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ພົວພັນ ກັບການແກ້ໄຂບັນຫາ ການຂາດແຄນ ແຮງງານ ເປັນຕົ້ນ ໃນຂແນງ ຕັດຫຍິບ ຍ້ອນວ່າ ຖ້າປັບຂຶ້ນ ບໍ່ສອດຄ່ອງ ກັບ ສະພາບ ຄວາມເປັນຈິງ ກໍຈະສົ່ງ ຜົລກະທົບ ຕໍ່ຄົນງານ, ຕໍ່ການຜລິດ, ຕໍ່ເຈົ້າຂອງ ໂຮງຈັກ ໂຮງງານ ແລະການຂຍາຍຕົວ ທາງເສຖກິຈ ຂອງປະເທສ ແລະ ອາຈເຮັດໃຫ້ ຄົນງານລາວ ພາກັນ ຫລັ່ງໄຫລ ໄປຊອກຫາ ວຽກເຮັດງານທໍາ ຢູ່ປະເທສໄທ ຕື່ມອີກ ແລະເພີ້ມຄວາມສ່ຽງ ຂອງ ຄົນງານລາວ ເປັນຕົ້ນ ແມ່ຍິງ ແລະ ເດັກນ້ອຍ ທີ່ຈະຕົກ ເປັນເຫຍື່ອ ຂອງພວກ ຄ້າມະນຸສ ແລະ ຈະເກີດມີບັນຫາ ອື່ນໆຕາມມາ ດັ່ງທີ່ເຫັນກັນ ຢູ່ໃນ ປັດຈຸບັນ.
ເວົ້າເຖິງຄົນງານ ຕ່າງປະເທສ ຮວມທັງ ຄົນງານລາວ ໄປເຮັດວຽກຢູ່ໄທ ຫນັງສືພີມ ອອນລາຍ “ໂລກວັນນີ້” ຂອງໄທ ລາຍງານວ່າ ກົມແຮງງານ ກະຊວງ ແຮງງານ ຂອງໄທ ໄດ້ແຈ້ງ ຂັ້ນຕອນ ການອະນຸຍາດ ເຮັດວຽກ ຂອງຄົນງານ ຕ່າງປະເທສ ທີ່ກັບ ປະເທດ ເພື່ອໄປເຮັດ ຫນັງສື ໃຫ້ຖືກຕ້ອງ ຕາມຣະບຽບ ກົດໝາຍ ແລ້ວກັບຄືນ ເຂົ້າມາໄທ ໃຫມ່ ໂດຍຜ່ານສູນ ຈັດຫາງານ ຂອງໄທ ທີ່ຣັຖບານໄທ ຈະເປີດ ປະມານ 100 ສູນ ແຕ່ມື້ວັນທີ 24 ກໍຣະກະດາ ເຖີງມື້ວັນທີ 7 ສີງຫາ ແລະ ເປີດກວດສອບ ນາຍຈ້າງ ແລະ ລູກຈ້າງ ແຕ່ມື້ວັນທີ 8 ສິງຫາ ຫາ ມື້ວັນທີ 5 ກັນຍາ 2017 ນີ້.
ໃນເມື່ອການອະນຸຍາດ ໃຫ້ຄົນງານ ຕ່າງປະເທສ ເຮັດວຽກຢູ່ໄທ ສະດວກຂຶ້ນ ອາຈເປັນໄປໄດ້ ທີ່ຄົນງານລາວ ທັງຊາຍແລະຍິງ ຕລອດເຖິງ ເດັກນ້ອຍ ຈະພາກັນ ຫລັ່ງໄຫລ ໄປໄທ ຫລາຍຂຶ້ນ ຍ້ອນໄດ້ເງິນດີ ຂະນະທີ່ ເງິນເດືອນ ຄ່າແຮງງານ ຂັ້ນຕໍ່າ ຂອງ ຄົນງານຢູ່ ສປປລາວ ບໍ່ກຸ້ມຢູ່ ບໍ່ກຸ້ມກິນ ຄືສູ່ມື້ນີ້.