ສາງເຂົ້າຢູ່ລາວອາຈ ຫຼ້ອຍຫຼໍ

ມະນີຈັນ
2018.11.01
F-Lao-farmer ຊາວນາລາວ
RFA/LX

ມີຫລາຍຄົນ ຫຼາຍພາກສ່ວນ ຕັ້ງຄໍາຖາມວ່າປີນີ້ ປະຊາຊົນລາວ ປະສົພບັນຫາຂາດເຂີນເຂົ້າ ແລະເຂົ້າແພງຂຶ້ນ ໃນຫລາຍແຂວງ ຂອງລາວ ຫລືບໍ່ ພາຍຫລັງເກີດພັຍນໍ້າຖ້ວມ ໜັກໜ່ວງໃນທົ່ວປະເທດ. ພ້ອມດຽວກັນນັ້ນ ກໍຍັງມີເຣື່ອງ ເຂື່ອນເຊປຽນ- ເຊນໍ້ານ້ອຍ ແຕກ ເຮັດໃຫ້ ນໍ້າຖ້ວມບ້ານເຮືອນ ແລະໄຮ່ນາຕາກ້າ ຂອງປະຊາຊົນ ເມືອງສນາມໄຊ ແຂວງອັດຕະປື, ເຂົ້າໃນນາເສັຽຫາຍ ເປັນຈໍານວນຫລວງຫລາຍ.

ທົ່ວປະເທດ ມີນາ 1 ແສນປາຍເຮັກຕາ ຫລືປະມານ 12 ເປີເຊັນ ຂອງເນື້ອທີ່ນາທັງໝົດ ທົ່ວປະເທດເສັຽຫາຍ. ຕົວຢ່າງ ແຂວງຄໍາມ່ວນ ທີ່ທາງການລາວ ຖືເປັນແຂວງ ທີ່ມີເນື້ອທີ່ນາກວ້າງ, ມີຊົລປະທານຫລາຍ ສາມາດຕ້ານ ທັງພັຍແຫ້ງແລ້ງ ແລະພັຍ ນໍ້າຖ້ວມ ໄດ້ຈໍານວນ ໃດຈໍານວນນຶ່ງ, ເປັນແຂວງ ຊຶ່ງທາງການລາວ ຝາກຄວາມຫວັງໄວ້ ໃນເຣື່ອງ ການປູກເຂົ້າ ສົ່ງອອກຂາຍໄປຈີນນັ້ນ ເສັຽຫາຍຫລາຍກວ່າໝູ່ ປະມານ 36 ພັນເຮັກຕາ.

ແຂວງສະຫວັນນະເຂດ ກໍເປັນອີກແຂວງນຶ່ງ ທີ່ປູກເຂົ້າສົ່ງອອກຂາຍໄປຈີນ ນາກໍຖືກນໍ້າຖ້ວມເສັຽຫາຍ ໃນເນື້ອທີ່ 20 ພັນເຮັກຕາ ຂນະທີ່ ແຂວງຈໍາປາສັກ ກໍເສັຽຫາຍ 8 ພັນເຮັກຕາ. ຫາກເວົ້າເຖິງເຣື່ອງ ຊົລປະທານ ເພື່ອທີ່ຈະເຮັດນາແຊງ ຊົດເຊີຍ ເຂົ້ານາ ປີທີ່ຖືກເສັຽຫາຍ ຈາກນໍ້າຖ້ວມນັ້ນ ກໍເກົ່າແລະເປ່ເພຫລາຍ ທີ່ທາງການ ສປປລາວ ຍັງບໍ່ມີງົບປະມານ ສ້ອມແປງອັນຈະເຮັດໃຫ້ ການປ່ອຍນໍ້າ ໄປບໍ່ຮອດນາ ຫລື ຫາກຮອດ ກໍແມ່ນໄປບໍ່ເຕັມເມັດເຕັມໜ່ວຍ.

ຖ້າມກາງເຂົ້ານາປີ ຂອງປະຊາຊົນໃນຫລາຍແຂວງ ໄດ້ຮັບຜົລກະທົບ ເສັຽຫາຍຢ່າງໜັກໜ່ວງ ຍ້ອນພັຍນໍ້າຖ້ວມນັ້ນ ເພື່ອບໍ່ໃຫ້ປະຊາຊົນ ຂາດເຂີນເຂົ້າກິນ ຫລືເຂົ້າຂາດຕລາດ ແລະເພື່ອຮັບປະກັນ ໃຫ້ມີເຂົ້າກິນ ພຽງພໍ ທັງມີຂາຍ ໃຫ້ຕ່າງປະເທດ ເປັນຕົ້ນຈີນນັ້ນ ຣັຖບານ ສປປລາວ ກໍໄດ້ຮຽກຮ້ອງໃຫ້ຂແນງການກ່ຽວຂ້ອງ ຊຸກຍູ້ຊາວກະສິກອນ ໃຫ້ລົງມືເຮັດການຜລິດ ເຂົ້ານາແຊງຫລາຍຂຶ້ນ.

ສໍາລັບແຂວງສາລະວັນ ກໍກໍານົດ ໃຫ້ປູກເຂົ້ານາແຊງ ໃຫ້ໄດ້ໃນເນື້ອທີ່ທັງໝົດ 15 ພັນເຮັກຕາ ແຕ່ກໍອາດເປັນໄປໄດ້ຍາກ ຍ້ອນນໍ້າ ບໍ່ພຽງພໍ ແລະຕົ້ນທຶນປູກເຂົ້ານາແຊງ ກໍສູງ -ຕາມຄໍາເວົ້າຂອງເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ແຂວງ ສາລະວັນ ກ່າວຕໍ່ RFA ໃນວັນທີ 26 ຕຸລາ 2018 ນີ້:

"ປີນີ້ພວກເຮົາສິເລັ່ງ ໃສ່ການ ຜລິດຣະດູແລ້ງ ຕາມແຜນການຊຸມຊົນ ທີ່ຣັຖບານກໍານົດ ໃຫ້ພວກເຮົານີ້ ແຕ່ເພິ່ນຢາກໃຫ້ພວກເຮົາ 15 ພັນ ແຕ່ວ່າຄວາມສາມາດ ຂອງແຂວງແທ້ໆນີ້ ແມ່ນທີ່ຜ່ານມາ 13 ພັນ 200 ສູງສຸດແລ້ວ."

ແຂວງສາລະວັນ ເຖິງຈະເປັນ 1 ໃນ 7 ແຂວງທີ່ທຸກຍາກ ທີ່ສຸດຂອງລາວ ແຕ່ກໍເປັນແຂວງທີ່ມີທົ່ງນາກວ້າງ ແລະສາມາດປູກເຂົ້າ ໄດ້ຫລາຍ. ຣັຖບານລາວ ນອກຈາກຈະກໍານົດ ໃຫ້ແຂວງນີ້ປູກເຂົ້ານາແຊງ ໃຫ້ໄດ້ໃນເນື້ອທີ່ 15 ພັນເຮັກຕາ ແລ້ວກໍຍັງ ຮຽກຮ້ອງໃຫ້ ແຂວງອື່ນໆ ປູກເຂົ້ານາແຊງ ຫລາຍເພີ່ມຂຶ້ນ.

ແຕ່ແຂວງສາລະວັນ ກໍຄືກັນກັບແຂວງອື່ນໆ ກໍຍັງມີບັນຫາເຣື່ອງ ການຂາດນໍ້າ ເຣື່ອງຄ່າປຸ໊ຍ ແລະຄ່າໄຟຟ້າແພງ ໃນຂນະທີ່ຊາວນາ ສ່ວນຫລວງຫລາຍ ຂາດເຂີນທຶນ. ຖ້າປູກກໍບໍ່ກຸ້ມຄ່າ ຍ້ອນຕົ້ນທຶນສູງ ເຮັດໃຫ້ບໍ່ຢາກເຮັດນາ ປູກເຂົ້ານາແຊງ ແລ້ວຫັນໄປປູກພືດ ຊນິດອື່ນແທນ ແລະໄດ້ຮັບຜົລຕອບແທນ ຫລາຍກວ່າ ດັ່ງທີ່ທ່ານກ່າວຕື່ມຕອນນຶ່ງ ວ່າ:

"ດຽວນີ້ຕົ້ນທຶນການຜລິດເຂົ້າ ນາແຊງມັນຂ້ອນຂ້າງ ສູງກໍຫລາຍຢ່າງ ເຣື່ອງໄຟຟ້າ ເຣື່ອງຝຸ່ນ ກໍສິໄດ້ຂໍນະໂຍບາຍນໍາເພິ່ນ ສາເຫດທີ່ມັນໜ້ອຍ ກໍບໍ່ແມ່ນວ່າປະຊາຊົນ ບໍ່ຢາກເຮັດ ມັນໜ້ອຍ 1. ຍ້ອນວ່າການສນອງນໍ້າ ຂອງພວກເຮົາ ມັນບໍ່ໄດ້ເຕັມທີ່ ສາເຫດມັນກໍຄືວ່າ ຣະບົບຊົລປະທານ ພວກເຮົານີ້ ໂດບລວມແລ້ວ ຕົວແຂວງ ມັນເປັນຣະບົບຊົລປະທານ ທີ່ເກົ່າຫລາຍປີແລ້ວ ດຽວນີ້ເຮົາບໍ່ມີທຶນ ສ້ອມແປງອີ່ຫຍັງຕ່າງໆ."

ແຕ່ເຖິງຢ່າງໃດກໍຕາມ ຣັຖມົນຕຣີກະຊວງກະຊວງ ກະສິກັມແລະປ່າໄມ້ ດຣ. ລຽນ ທິແກ້ວ ກໍໄດ້ຣາຍງານຕໍ່ກອງປະຊຸມ ຖແລງຂ່າວ ເມື່ອໄວໆມານີ້ວ່າ ລາວ ຈະບໍ່ປະເຊີນກັບບັນຫາຂາດເຂີນອາຫານ ຂັ້ນຮ້າຍແຮງ ແຕ່ຈະປະເຊີນກັບບັນ ຫາຫຍູ້ງຍາກ ພຽງຊົ່ວຄາວເທົ່ານັ້ນ -ຕາມຣາຍງານຂ່າວວຽງຈັນທາມສ ໃນມື້ວັນທີ 26 ຕຸລາ 2018 ນີ້.

ທ່ານເວົ້າວ່າ ເຖິງແມ່ນຄວາມສູນເສັຽມີໜັກໜ່ວງ ໃນຊຸມຊົນເຂດທົ່ງພຽງຂອງ ແຂວງພາກກາງ ແຕ່ເຂດກຸ້ມຕົນເອງເຫລົ່ານີ້ ກໍເປັນແຫລ່ງສໍາຄັນ ຂອງການ ຜລິດອາຫານ ແລະການກະສິກັມ ເພື່ອການຄ້າ, ມີເຂົ້າແຮສາງ ແຕ່ເຖິງຢ່າງໃດ ທ່ານກໍເວົ້າວ່າ ມັນຈະມີອັນຈໍາກັດ ຈໍານວນນຶ່ງໃນການສົ່ງອາຫານ ຈາກແຊວງນຶ່ງໄປສນອງ ໃຫ້ແຂວງອື່ນໆ. ທາງກະຊວງ ຈະຮ່ວມມືກັບພາກສ່ວນອື່ນໆ ທີ່ກ່ຽວຂ້ອງໂດຍສະເພາະ ກະຊວງອຸດສາຫະກັມ ແລະການຄ້າເພື່ອໃຊ້ມາຕການ ຄຸ້ມຄອງຣາຄາອາຫານ ໂດຍສະເພາະເຂົ້າ ເພື່ອສະກັດກັ້ນ ບໍ່ໃຫ້ຊາວຄ້າຂາຍບາງກຸ່ມ ກັກຕູນເຂົ້າ ແລະພຍາຍາມຂຶ້ນຣາຄາ.

ແລະເພື່ອທົດແທນ ຜົລຜລິດເຂົ້າທີ່ຖືກສູນເສັຽໄປ ຍ້ອນນໍ້າຖ້ວມນັ້ນ ທາງກະຊວງກະສິກັມ ແລະປ່າໄມ້ ມີແຜນການປູກເຂົ້າໃນຣະດູແລ້ງ ທີ່ຈະມາເຖິງນີ້ ໃນເນື້ອທີ່ 1 ແສນເຮັກຕາ ເພື່ອຊົດເຊີຍໃຫ້ແກ່ການສູນເສັຽ ຜົລເກັບກ່ຽວ ຢ່າງໜ້ອຍ 300 ພັນຕັນ. ແຕ່ການເຮັດນາຣະດູແລ້ງ ຫລືນາແຊງ ແມ່ນອາສັຍນໍ້າຈາກຊົລປະທານ ເປັນສ່ວນໃຫຍ່ ຂນະທີ່ຣະບົບຊົລປະທານ ເປ່ເພຫລາຍແຫ່ງ ຢູ່ແຂວງຕ່າງໆ ໃນທົ່ວປະເທດ ມີບັນຫາເຣື່ອງຄວາມສາມາດ ໃນການກັກເກັບນໍ້າ ແລະປ່ອຍນໍ້າເຂົ້ານາ.

ສໍາລັບແຂວງສະຫວັນນະເຂດ ຊຶ່ງເປັນອີກແຂວງນຶ່ງ ທີ່ປູກເຂົ້າສົ່ງອອກຂາຍໄປຈີນ ຄືກັນກັບແຂວງຄໍາມ່ວນ ແລະແຂວງອື່ນໆຂອງລາວ ກໍມີຊົລປະທານ ຫລາຍແຫ່ງ ຖືກນໍ້າຖ້ວມເປ່ເພ ລໍຖ້າງົບປະມານ ຈາກຣັຖບານ ສ້ອມແປງເພື່ອໃຫ້ ທັນເຮັດນາແຊງ ປີນີ້. ແລະປັດຈຸບັນ ແຂວງສະຫວັນນະເຂດ ໂດຍສະເພາະຊາວກະສິກອນ ເຂດເມືອງໄຊບູລີ ກໍໄດ້ຮັບແນວພັນເຂົ້າ 6 ຕັນ ເຄິ່ງເພື່ອກຽມປູກເຂົ້ານາແຊງ ທົດແທນໃຫ້ເຂົ້ານາ ປີທີ່ຖືກນໍ້າຖ້ວມເສັຽຫາຍນັ້ນ.

ໃນຂນະດຽວກັນ ເຈົ້າໜ້າທີ່ຂແນງປູກຝັງ ແຂວງສະຫວັນນະເຂດ ກໍເວົ້າວ່າກໍາລັງເກັບຂໍ້ມູນ ຄວາມຕ້ອງການແນວພັນເຂົ້າ ໃນແຕ່ລະເມືອງ ເພື່ອສນອງ ໃຫ້ປະຊາຊົນໄດ້ປູກເຂົ້ານາແຊງ …ສຽງ… ປີນີ້ພວກເຮົາ ເລັ່ງການ ຜລິດຣະດູແລ້ງ ກໍມີຄວາມຈໍາເປັນ ຕ້ອງການແນວພັນໃນແຕ່ລະເມືອງ ຈະຜລີດເຂົ້ານາແຊງ ກໍມີຄົນຕ້ອງການຫລາຍຢູ່ ກໍມາຮວມກັນ ມາປະຊຸມເວົ້າຕົວນີ້ ທາງເຮົາຜແນກປູກຝັງ ກໍາລັງຟັງຮ່ວມ ທີ່ຕ້ອງການປັດໃຈຝຸ່ນເທົ່າໃດ ແນວພັນເຂົ້າເທົ່າໃດ.

ສ່ວນແຂວງເຊກອງ ຊຶ່ງເປັນແຂວງທີ່ບໍ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ໜັກໜ່ວງຄືແຂວງອື່ນໆຂອງລາວນັ້ນ ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ແຂວງນີ້ຕໍ່ RFA, ຄາດຄະເນວ່າຈະເກັບກ່ຽວ ເຂົ້ານາປີໄດ້ທັງໝົດ 48 ພັນ 500 ຕັນໃນປີນີ້ຄື ເພີ່ມຂຶ້ນ ຈາກປີກາຍປະມານ 5 ເປີເຊັນ ຍ້ອນນໍ້າບໍ່ຖ້ວມ, ທັງບໍ່ເກີດເພັ້ຽ:

"ແບບຄາດຄະເນວ່າບົດສລຸບເດືອນ 10 ເຮົານີ້ມັນກໍພໍໄດ້ 26 ເປີເຊັນ ປັດຈຸບັນນີ້ທັງໝົດເລີຍປະມານຢູ່ 48 ພັນ 508 ໂຕນ ນ່າສິເປັນໄປໄດ້ ເພາະວ່າປັດຈຸບັນນີ້ ຂະເຈົ້າເບິ່ງສະພາບ ການຜລິດຖືວ່າໂອເຄ ເຂົ້າງາມຢູ່ ບໍ່ຖືກຫລາຍປານໃດ."

ທ່ານສລຸບວ່າເຂົ້ານາປີຢູ່ແຂວງ ເຊກອງ ປີນີ້ຖືວ່າອຸດົມສົມບູນດີ ປະຊາຊົນບໍ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ບໍ່ຄືແຂວງອື່ນໆທີ່ເຂົ້ານາປີ ຫລາຍພັນເຮັກຕາຖືກນໍ້າຖ້ວມ ເນົ່າຕາຍແລະເປັນເພັ້ຽ ເປັນຕົ້ນແຂວງຄໍາມ່ວນ ແລະ ແຂວງຈໍາປາສັກ.

ນອກຈາກພັຍນໍ້າຖ້ວມໜັກ ຢູ່ແຂວງໄຊຍະບູຣີ ໂດຍສະເພາະ ຢູ່ເຂດເມືອງແກ່ນທ້າວ ກໍາລັງປະເຊີນກັບພັຍແຫ້ງແລ້ງ ບໍ່ຄືປີທີ່ຜ່ານມາ ເຮັດໃຫ້ຊາວກະສິກອນ ກັງວົນວ່າເຂົ້ານາປີ ປີນີ້ ຈະແຫ້ງຕາຍ ບໍ່ທັນໄດ້ເກັບກ່ຽວ;  ດັ່ງນັ້ນຈຶ່ງຢາກໃຫ້ ທາງການລາວ ເຂົ້າມາຊ່ວຍ -ຕາມຄໍາເວົ້າຂອງຊາວນາ ບ້ານນາບອນ ທີ່ເປັນບ້ານໃຫຍ່ 300 ປາຍຄອບຄົວ ທ່ານນຶ່ງຕໍ່ RFA. ທາງເຈົ້າໜ້າທີ່ຂແນງປູກຝັງແຂວງ ໄຊຍະບູຣີ ກໍກ່າວຕໍ່ RFA ວ່າອີກບັນຫານຶ່ງ ກໍແມ່ນເຣື່ອງ ຄອງຊົລປະທານ:

"ຊົລປະທານນີ້ ຍາກ ສນອງນໍ້າບໍ່ໄດ້ເຕັມເມັດເຕັມໜ່ວຍ ເນື່ອງຈາກວ່າຄອງ ຮົ່ວໄຫລ ເພາະເປັນຄອງດິນ ນໍ້າໄປບໍ່ທົ່ວເຖິງ ເຮັດໃຫ້ຊາວນາ ຫັນໄປປູກພືດ ທົດແທນ."

ຍ້ອນພັຍນໍ້າຖ້ວມໜັກ ເກືອບວ່າຢູ່ທຸກແຂວງ ແລະພັຍແຫ້ງແລ້ງຢູ່ບາງເມືອງ ຂອງລາວ ຄືດັ່ງທີ່ວ່ານັ້ນ ຈຶ່ງເຮັດໃຫ້ຫລາຍຄົນ ສົງໃສວ່າປີນີ້ ອາດຈະມີບັນຫາເຂົ້າ ບໍ່ພໍກິນ ແລະມີຣາຄາແພງຂຶ້ນ.

ແຕ່ເຖິງແນວໃດກໍຕາມ ທາງການລາວ ກໍໄດ້ປະກາດວ່າຈະມີເຂົ້າ ພໍກິນແລະເອົາມາຕການ ເຂັ້ມງວດ ດ້ວຍການຫ້າມຂຶ້ນ ຣາຄາເຂົ້າ ຫາກພົບເຫັນຈະຍຶດ ພ້ອມທັງ ປັບໃໝນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.