ລາວອາຈຍົກເລີກຫ້າມສຳຣວດ ແຮ່ທາດ

ສິດນີ
2014.06.10
F-land ຜືນດິນ ທ້ອງທົ່ງນາ ໃນພາກເໜືອ ຂອງລາວ
RFA/Mekdara

 

ເຈົ້າຫນ້າທີ່ ແຜນການ ແລະ ການລົງທຶນ ເວົ້າວ່າ ຣັຖບານ ອາດຈະ ຍົກເລີກ ການເລື່ອນ ເວລາ ແລະ ກັບມາ ອະນຸມັດ ການໃຫ້ ສຳປະທານ ໂຄງການ ຂຸດຄົ້ນ ແຮ່ທາດ ແລະ ສຳປະທານ ທີີ່ດິນ ອີກໃຫມ່ ໂດຍ ສະເພາະ ການປູກ ຢາງພາລາ ແລະ ຕົ້ນ ກາລີບຕັສ ໃນຄວາມ ພຍາຍາມ ໃນ ການເຕີບໂຕ ຂອງ ເສຖກິດ ໃນຣະຍະ ສອງປີ ຂ້າງຫນ້າ. ແຕ່ຢູ່ໃນ ຂອບເຂດ ຈຳກັດ ບໍ່ເຫມືອນດັ່ງ ທີ່ ຜ່ານມາ.

ທາງການລາວ ຄິດວ່າ ຕົນຈະ ບໍ່ສາມາດ ຍົກເລີກ ແຜນການ ສຳປະທານ ທັງຫມົດໄດ້ ໃນໂຄງການ ທີ່ໃຫ້ ສຳປະທານ ໄປແລ້ວ ແຕ່ ຈະເດີນຫນ້າ ດ້ວຍຄວາມ ຣະມັດ ຣະວັງ ໃນການ ໃຫ້ ສຳປະທານ ໃຫມ່. ຍານາງ ທະວິຈັນ ທ່ຽງເທບ ວົງສາ ອະທິບໍດີ ຜແນກກົດຫມາຍ ຫ້ອງການ ສົ່ງເສີມ ການລົງທຶນ ກະຊວງ ແຜນການ ແລະ ການລົງທຶນ ກ່າວໃນ ຊ່ວງການ ສຳມະນາ ທີ່ ຈັດຂື້ນ ທີ່ ນະຄອນ ຫລວງ ວຽງຈັນ ວ່າງອາທິດ ທີ່ຜ່ານມາ ວ່າ ທາງການ ລາວ ຈະສົ່ງເສີມ ການລົງທຶນ ທີ່ມີ ຄຸນນະພາບ ດ້ວຍການ ອະນຸມັດ ນຶ່ງ ຫລື ສອງ ໂຄງການ ໃນແຕ່ລະ ແຂວງ ຫລື ແຕ່ລະເຂດ.

ຣັຖບານ ລາວ ໄດ້ຍົກເລີກ ການ ອະນຸມັດ ໂຄງການ ໃນການ ຂຸດຄົ້ນ ແຮ່ທາດ ແລະ ປູກຕົ້ນໄມ້ ເສຖກິດ ດັ່ງ ຢາງພາລາ ແລະ ຕົ້ນ ກາລີບຕັສ ໃນປີ 2012 ຍ້ອນວ່າ ນັກລົງທຶນ ບໍ່ ປະຕິບັດ ຕາມສັນຍາ ແລະ ກົດຫມາຍ ຂອງ ຣັຖບານ ໃນການ ໃຫ້ ສຳປະທານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.