ຫຼວງພຣະບາງຈະເຂັ້ມງວດ ຄຸ້ມຄອງ ພະພຸທຮູບ

ສຸພັດຕາ
2019.01.03
ພະພຸທຮູບ ໃນວັດ ນະຄອນຫລວງພຣະບາງ
RFA

ທາງການນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ຈະເພີ້ມມາຕການຄຸ້ມຄອງ ພະພຸທຮູບຕາມວັດຕ່າງໆ ໃຫ້ເຂັ້ມງວດກວ່າເກົ່າ ເພື່ອ ປ້ອງກັນ ກຸ່ມແກ໊ງລັກພະພຸທຮູບ ບໍ່ໃຫ້ມາລັກໄປອີກ ຫຼັງຈາກໃນປີ 2018 ມີໂຈນມາລັກພະພຸທຮູບ ອົງໃຫຍ່ແລະອົງນ້ອຍໄປ ຈຳນວນຫຼາຍ, ດັ່ງເຈົ້າໜ້າທີ່ ຫ້ອງການແນວລາວສ້າງຊາດ ນະຄອນຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 1 ມົກກະຣາ ນີ້ວ່າ:

“ປະຊຸມກັນແລ້ວ ຊິໄດ້ຮຽກເຈົ້າອະທິການວັດ ແລະກະສິໄດ້ມາປຶກສາຫາລື ວາງແຜນຄຸ້ມຄອງ ເພື່ອໃຫ້ມັນດີຂຶ້ນຫັ້ນແຫຼະ ເພາະວ່າມັນມີຄົນ ເຂົ້າອອກ ຄົນພາຍໃນຕ່າງປະເທດ ເຂົ້າມາທ່ຽວມາ ຊົມວັດວາ ທາງເຮົາກະບໍ່ໄດ້ຕິດຕາມລະອຽດ.”

ທ່ານກ່າວຕື່ມວ່າ ຜ່ານມາ ການຄຸ້ມຄອງພະພຸທຮູບ ຕາມວັດຕ່າງໆ ຍັງບໍ່ແໜ້ນໜາ ຍ້ອນຍັງມີແຕ່ຈົວແລະຄູບາປະຈຳວັດ ເປັນຜູ້ກວດກາ ຄຸ້ມຄອງ ບໍ່ມີເຈົ້າໜ້າທີ່ເວນຍາມທັງເວນທັງຄືນ ຊຶ່ງເຮັດໃຫ້ເກີດຊ່ອງວ່າງ ໃຫ້ໂຈນເຂົ້າມາວັດໃນຍາມກາງຄືນ ແລ້ວລັກພະພຸທຮູບໄປ.

ສຳລັບແກ໊ງລັກພະພຸທຮູບທີ່ກໍເຫດໃນຫຼາຍວັດນັ້ນ ກໍຍັງບໍ່ຮູ້ຄັກແນ່ວ່າ ແມ່ນຄົນລາວ ຫຼືຕ່າງປະເທດ ເພາະຫຼາຍວັດ ບໍ່ມີກ້ອງວົງຈອນປິດ ເພື່ອບັນທຶກຮູບພາບ ຫຼືການເຄື່ອນໄຫວ ຂອງຄົນຮ້າຍໄດ້.

ແລະກ່ອນໜ້ານີ້ ຊາວນະຄອນຫຼວງພຣະບາງ ຄົນນຶ່ງ ເວົ້າວ່າ ຈາກເຫດການ ທີ່ໂຈນເຂົ້າມາລັກພະພຸທຮູບ ຢູ່ຫຼາຍວັດໃນແຂວງພຣະບາງ ເຮັດໃຫ້ຕົນແລະຊາວພຸດ ອີກຫຼາຍຄົນ ບໍ່ສະບາຍໃຈ ຈຶ່ງຢາກໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ເພີ້ມການຄຸ້ມຄອງຫຼາຍຂຶ້ນ ເພາະຢ້ານພະພຸທຮູບ ເກົ່າແກ່ ຈະຖືກລັກໄປອີກ, ດັ່ງນາງກ່າວວ່າ:

“ກະບໍ່ດີໃຈແຫຼະເນາະ ເປັນຂອງທີ່ຊາວພຸດເຮົາເຄົາລົບບູຊາ ແລ້ວບໍ່ວ່າເຂົ້າຈະເອົາໄປເຮັດຫຍັງ ກະເສັຍດາຍແດ່ ເປັນພະອົງເກົ່າ ປະຈຳວັດ ແຕ່ກະບໍ່ຕ້ອງປ້ອງເວນຍາມ ໃຫ້ມັນແໜ້ນໜາກວ່ານີ້.”

ປັດຈຸບັນ ທົ່ວນະຄອນຫຼວງພຣະບາງ ມີວັດເກົ່າແກ່ຢູ່ປະມານ 60 ປາຍວັດ ຊຶ່ງແຕ່ລະວັດ ມີພະພຸທຮູບຈຳນວນຫຼາຍອົງ. ໃນປີ 2018 ເກີດເຫດລັກພະພຸທຮູບ ຢູ່ນະຄອນຫຼວງພຣະບາງແລ້ວຈຳນວນ 6 ຄັ້ງ ເກີດຂຶ້ນຢູ່ວັດອາໄພ, ວັດທາດຫຼວງ, ວັດຈູມຄ້ອງ, ວັດຊຽງທອງ, ວັດໂພນໄຊ ແລະວັດ ແສນສຸຂະຣາມ ມີພະພຸທຮູບອົງໃຫຍ່ ຖືກລັກຮວມທັງໝົດ 26 ອົງ ແລະອົງນ້ອຍອີກຫຼາຍອົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.