ເຂດເສຖກິດພິເສດ ຫຼວງພຣະບາງ
2019.01.11
ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂດເສຖກິດພິເສດ ຢູ່ເມືອງຈອມເພັດ ແຂວງຫລວງພຣະບາງ ຈະໄດ້ຮັບຄ່າຊົດເຊີຍ ບໍ່ເຕັມທີ່ ໃນຂນະທີ່ຜູ້ພັທນາໂຄງການ ກໍຢືນຢັນວ່າການຊົດເຊີຍແມ່ນເປັນໄປ ຕາມລະບຽບການຂອງກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ.
ປະຊາຊົນຊາວເມືອງຈອມເພັດ ທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ຈະໄດ້ຄ່າຊົດເຊີຍຈາກການເວນຄືນທີ່ດິນ ແລະເຮືອນພຽງແຕ່ ເຄິ່ງລາຄາເທົ່ານັ້ນ, ດັ່ງປະຊາຊົນ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ວິທຍຸ ເອເຊັຍເສຣີ ວ່າ:
"ຊົດເຊີຍບາງສ່ວນ ບາງສ່ວນເຂົາເຈົ້າກະຊ້ວຍເຄິ່ງນຶ່ງ ເຂດຫົນຖອກຫົນທາງ ເຂົາເຈົ້າກະຊ່ວຍເຄິ່ງນຶ່ງ ຕົວຢ່າງດິນຂອງເຈົ້າ ຢູ່ຫົນທາງ ທາງຣັຖ ກະຊ່ວຍເຄິ່ງນຶ່ງ ເຂົາເຈົ້າກະເອົາສ່ວນນັ້ນໄປ ຍ້າຍເຮືອນຍ້າຍຫຍັງ ໃຫ້ເຈົ້າໄປຢູ່ບ່ອນອື່ນ ເອົາດິນໃຫ້ເຈົ້າ ລະກະເອົາເງິນໃຫ້ເຈົ້າ ອີກ ບາງເທື່ອໃຊ້ເຄິ່ງນຶ່ງ ຂະເຈົ້າກະຊອກຊື້ເອົາ."
ໃນຂນະທີ່ ທ່ານ ສີທອງ ພົມມະຈິດ ຜູ້ອຳນວຍການກຸ່ມບໍຣິສັດ ພູສີ ກໍ່ສ້າງ ໄດ້ກ່າວຕໍ່ເອເຊັຍເສຣີ: ຕອນນີ້ ພວກເຮົາບໍ່ທັນຮອດຂັ້ນຕອນ ຊົດເຊີຍ ໝາຍຄວາມວ່າ ຫລັງຈາກເຮົາເຊັນ ເຮົາກໍໄດ້ກຳນົດອອກແບບພື້ນທີ່ ຄາດວ່າໃນປີນີ້ ອາດຈະທ້າຍປີ ພວກເຮົາຈະມີການຊົດເຊີຍ ມັນກະຊິມີຕາມກົດໝາຍເນາະ ຕາມລະບຽບການຂອງປະເທດລາວເນາະ ຊົດເຊີຍໄປຕາມກະຊວງຊັບເນາະ ເປັນຜູ້ລົງໄປຊົດເຊີຍຕາມ ລາຄາຂອງຣັຖ.
ເຖິງຢາງໃດກໍຕາມ ການສ້າງເຂດເສຖກິດພິເສດ ຢູ່ເມືອງຈອມເພັດ ແຂວງຫລວງພຣະບາງ ຈະໃຫ້ຜົນປໂຍດ ແກ່ປະຊາຊົນທ້ອງຖິ່ນໄດ້ ໜ້ອຍກວ່າຢູ່ເຂດອື່ນ ຍ້ອນວ່າແຂວງຫລວງພຣະບາງ ບໍ່ຕັ້ງຢູ່ເຂດຊາຍແດນ ຕິດກັບປະເທດເພື່ອນບ້ານ. ປະຊາຊົນ ຊາວຫລວງພຣະບາງ ອີກທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ຄືເມືອງຈອມເພັດນີ້ ມັນກະຢາກສອກຫລີກໄດ໋ ມັນຢູ່ພາກນ້ຳຂອງເບື້ອງນັ້ນໄດ໋ ອັນນີ້ ຄັນສ້າງກະຊິຍາກຢູ່ເລື້ອງ ເຮັດໃຫ້ປະຊາຊົນມີ ຣາຍໄດ້ ກະຊິຍາກ ແຫ່ງຊິໄດ້ໜ້ອຍກວ່າເມືອງອື່ນ ເວົ້າເລື້ອງເມືອງຈອມເພັດນີ້ ມັນແມ່ນຄົນຊົນນະບົດ ສ່ວນຫລາຍ ເມືອງຈອມເພັດນີ້ ມັນບໍ່ແມ່ນ ບ່ອນທີ່ວ່າແຂກຄົນນີ້ ໄປໆມາໆ ບໍ່ຕິດຊາຍແດນກັນກັບໄທ ກະຫ່າງໄກກັນຫລາຍໆ ໄດ໋ ເລື້ອງຣາຍໄດ້ ຄືຊິຍາກຢູ່ ປະຊາຊົນນີ້."
ແລະ ຖ້າຈະປຽບທຽບກັບເຂດອື່ນແລ້ວ ປະຊາຊົນຍິ່ງຈະໄດ້ຜົນປໂຍດໜ້ອຍ, ດັ່ງປະຊາຊົນທ່ານນີ້ ກ່າວຕື່ມອີກ ວ່າ:
"ບໍ່ແຕກຕ່າງກັບບ່ອນອື່ນຫຍັງດອກ ແຫ່ງຊິຂີ້ຮ້າຍກ່ອນບ່ອນອື່ນຊ້ຳ ຄັນເວົ້າໄປເວົ້າມາ ເມືອງຈອມເພັດ ມັນບໍ່ແມ່ນເຂດ ທີ່ວ່າປະຊາຊົນ ມີການສ້າງການສາ ແລະການດຳລົງຊີວິດນີ້ ແບບພໍ່ຄ້າຊາວຂາຍ ມັນບໍ່ແມ່ນໄດ໋ ມີແຕ່ພວກຊາວໄຮ່ ຊາວນາ ຊາວສວນຊື່ໆ ນີ້."
ເຂດເສຖກິດພິເສດ ແຂວງຫລວງພຣະບາງ ເລີ້ມມີການວັດແທກທີ່ດິນຂອງປະຊາຊົນ ແລະບຸກເບີກເສັ້ນທາງເຂົ້າໄປ.
ອີງຕາມຂໍ້ມູນຈາກ ເວັບໄຊ ເຂດເສຖກິດພິເສດ ແຂວງຫລວງພຣະບາງ, ເນື້ອທີ່ການສຳປະທານ 4,800 ເຮັກຕາ ຊຶ່ງກວມເອົາ ເນື້ອທີ່ ສ່ວນໃຫຍ່ຢູ່ ເມືອງຈອມເພັດ ແລະ ກວາມເອົາທີ່ດິນສ່ວນນຶ່ງ ຂອງນະຄອນຫລວງພຣະບາງ. ມູນຄ່າການລົງທຶນ ຂອງ ໂຄງການນີ້ 1.2 ຕື້ ໂດລາ ໂດຍແມ່ນກຸ່ມບໍຣິສັດ ພູສີ ຖືຮຸ້ນ 70 ເປີເຊັນ ແລະຣັຖບານຖືຮຸ້ນ 30 ເປີເຊັນ.
ເຖິງຢ່າງໃດຕໍຕາມ ທີ່ຜ່ານມາການໃຫ້ສຳປະທານເຂດເສຖກິດພິເສດ ເຮັດໃຫ້ມີຂໍ້ຂັດແຍ່ງກັບປະຊົນທ້ອງຖິ່ນ, ຕົວຢ່າງ: ເຂດເສຖກິດພິເສດ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີຂໍ້ຂັດແຍ່ງ ກັບປະຊາຊົນ.
ເຫດການຂໍ້ຂັດແຍ່ງທີ່ດິນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເກີດຂຶ້ນໃນເດືອນມົກກະຣາ ປີ 2014 ທີ່ຜ່ານມາ ປະຊາຊົນຢູ່ 6 ບ້ານ ຄື ບ້ານ ໂພນຮົມ, ດອນມູນ, ພຽງຍາມ, ມອກກະຈອກ, ຄ້ວານ ແລະບ້ານສີບຸນເຮືອງ ພາກັນປົກປ້ອງທີ່ດິນຂອງຕົນເອງ ບໍ່ໃຫ້ບໍຣິສັດຄິງສໂຣມັນ ເຂົ້າໄປບຸກເບີກເນື້ອທີ່ດິນນາ ຂອງເຂົາເຈົ້າ.
ລາຄາດິນນາທີ່ບໍຣິສັດຄິງສໂຣມັນ ຈະຈ່າຍຄ່າຊົດເຊີຍໃຫ້ປະມານ 100,000 ບາດ (ເປັນສະກຸນເງິນໄທ) ຕໍ່ນຶ່ງໄຣ່, ແຕ່ລາຄາທີ່ດິນຕາມ ທ້ອງຕລາດຕົວຈິງ ຢູ່ເຂດເມືອງຕົ້ນເຜີ້ງ ປະມານ 300,000 ບາດ ຕໍ່ນຶ່ງໄຣ່ ອີງຂໍ້ມູນຈາກຊາວບ້ານ ຜູ້ທີ່ຮູ້ເລື້ອງ ເຂດເສຖກິດພິເສດ ໄດ້ໃຫ້ທັສນະກ່ຽວກັບ ຜົນໄດ້ແລະຜົນເສັຍ ຂອງໂຄງການເສຖກິດພິເສດ ກໍຄື ວ່າ:
ຜົນໄດ້ຮັບຈາກໂຄງການ ເຂດເສຖກິດພິເສດ ຢູ່ເມືອງຕົ້ນເຜີ້ງກໍຄື: ຣັຖບານເກັບຣາຍຮັບຈາກການສຳປະທານທີ່ດິນ ແຕ່ກໍບໍ່ສາມາດຄິດໄລ່ ໄດ້ເປັນມູນຄ່າທີ່ແນ່ນອນ, ມີການລົງທຶນຢູ່ໃນເຂດເສຖກິດພິເສດ ເປັນຈຳນວນມະຫາສານ, ມີການສ້າງວຽກ ເຮັດງານທຳ ໃຫ້ແກ່ປະຊາຊົນ ທ້ອງຖິ່ນ.
ຜົນເສັຽຈາກໂຄງການເຂດເສຖກິດພິເສດ ກໍຄື: ການເສັຽທີ່ດິນ ທໍາມາຫາກິນແລ້ວ ຊາວບ້ານຈະໄປຢູ່ໃສ ແລະ ບໍ່ສາມາດຄໍ້າປະກັນສະບຽງ ອາຫານໄດ້ ເພາະເຂົາເຈົ້າ ສູນເສັຍທີ່ດິນໄປແລ້ວ, ຊາວບ້ານບໍ່ໄດ້ເຮັດວຽກນໍາ ບໍຣິສັດສ່ວນຫລາຍ ມີແຕ່ຄົນຈີນ ແລະ ຄົນພະມ້າ ຕົວຢ່າງ ຢູ່ເຂດເສດຖກິດພິເສດ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ. ອາຍຸການໃຫ້ສຳປະທານເຂດເສຖກິດພິເສດເລີ້ມແຕ່ 50-99 ປີ ຊຶ່ງບາງໂຄງການ ຣັຖບານ ໄດ້ທົບທວນສັນຍາຄືນ. ມາເຖີງປັດຈຸບັນ ມີເຂດເສຖກິດສະເພາະ ແລະ ເຂດເສຖກິດ ພິເສດ ຢູ່ປະເທດລາວ 12 ແຫ່ງ ຄື:
1.- ເຂດເສຖກິດພິເສດສະຫວັນເຊໂນ.
2.- ເຂດພັທນາເສຖກິດສະເພາະ ບໍ່ເຕັນແດນງາມ.
3.- ເຂດເສຖກິດພິເສດ ສາມຫລ່ຽມຄຳ.
4.- ເຂດນິຄົມອຸດສາຫະກັມການຄ້າ ວຽງຈັນ-ໂນນທອງ.
5.- ເຂດພັທນາກວມລວມເມືອງໄຊເສດຖາ.
6.- ເຂດເສຖກິດສະເພາະພູຂຽວ.
7.- ເຂດເສຖກິດສະເພາະບຶງທາດຫລວງ.
8.- ເຂດເສຖກິດສະເພາະລ່ອງແທ່ງ-ວຽງຈັນ.
9.- ເຂດເສຖກິດສະເພາະດົງໂພສີ.
10.- ເຂດເສຖກິດສະເພາະທ່າແຂກ.
11.- ເຂດເສຖກິດພິເສດ ມະຫານະທີສີທັນດອນ
12.- ເຂດເສຖກິດພິເສດ ແຂວງຫລວງພຣະບາງ
ທີ່ຜ່ານມາ, ນິຕິກັມຮອງຮັບການສ້າງເຂດເສຖກິດພິເສດ ກໍຍັງບໍ່ມີ - ເຂດເສຖກິດພິເສດ ຢູ່ເມືອງຕົ້ນເຜິ້ງ ຣັຖບານລາວໄດ້ອະນຸຍາດໃຫ້ ບໍຣິສັດ ຄິງສໂຣມັນ ເຂົ້າມາສໍາປະທານ ໃນປີ 2007 ແລະ ຍັງບໍ່ມີກົດໝາຍຮອງຮັບ ໃນເວລານັ້ນ ແລະ ອີກຫຼາຍແຫ່ງ ຖືກຮັບຮອງເອົາ ໃນຊ້ວງປີ 2003. ຈົນໃນປີ 2009, ຣັຖບານຈຶ່ງມີກົດໝາຍສົ່ງເສີມການລົງທຶນ ແລະເນ໋ື້ອໃນຂອງກົດໝາຍ ບາງມາດຕຣາ ຈຶ່ງໄດ້ລະບຸເຖິງ ເຂດເສຖກິດພິເສດ.
ໃນປີ 2017 ຣັຖບານ ໄດ້ປັບປຸງກົດໝາຍວ່າດ້ວຍການລົງທຶນ ແລະ ປັບປຸງເນື້ອໃນບາງມາດຕຣາ ທີ່ເວົ້າກ່ຽວກັບເຂດເສຖກິດພິເສດ ແລະ ນອກຈາກນີ້ຍັງມີດຳຣັດວ່າ ເຂດເສຖກິດພິເສດ ທີ່ຣັຖບານຮັບຮອງເອົາໃນປີ 2018 ທີ່ຜ່ານມາ ເພາະເຂດເສຖກິດ ພິເສດຢູ່ເມືອງຈອມເພັດ ແຂວງຫລວງພຣະບາງ ກຳລັງບຸກເບີກເສັ້ນທາງເຂົ້າ ໃນປັດຈຸບັນ, ແຕ່ຍັງກໍຍັງບໍ່ຮູ້ວ່າເມື່ອໃດຈະສຳເຣັດ ແລະຍັງບໍ່ມີບົດວິພາກເສຖກິດ ອອກມາ ຢ່າງຄັກແນ່ວ່າປະຊາຊົນເມືອງຈອມເພັດ ກໍຄືປະຊາຊົນແຂວງຫຼວງພະບາງ ຈະໄດ້ຮັບຜົນປໂຍດຈາກເຂດເສຖກິດນັ້ນໜ້ອຍຫຼາຍ ຂນາດໃດ.