ຂ.ຫຼວງນໍ້າທາ ຈະຄັດເອົາ ຄຣູອາສາ

ໄຊຍາ
2018.10.15
f-teacher ວິທະຍາໄລ ຄຣູ ແຂວງຫລວງພຣະບາງ
RFA

ແຂວງຫລວງນໍ້າທາ ຈະສອບເສັງເອົາຄຣູອາສາສມັກ ຕື່ມອີກ 100 ຄົນ ໃນທ້າຍເດືອນຕຸລາ ນີ້ສໍາລັບສົກສຶກສາ 2018-19 ເນື່ອງຈາກວ່າ ໂຮງຮຽນໃນທົ່ວແຂວງ ຍັງຕ້ອງຄຣູຫຼາຍ. ຄຣູອາສາສມັກ ທີ່ສອບເສັງໄດ້ ໃນຄັ້ງນີ້ ຈະຖືກສົ່ງໄປໃຫ້ ແຕ່ລະເມືອງ ທີ່ຍັງມີຄວາມຕ້ອງການ ຄຣູ ຢູ່, ດ່ັງເຈົ້າໜ້າທີ່ຜແນກສຶກສາທິການ ທ່ານນຶ່ງ ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11ຕຸລາ ຜ່ານມານີ້ວ່າ:

“ພາຍຫລັງທີ່ໄດ້ສອບເສັງໄດ້ແລ້ວ ທາງຜແນກສຶກສາ ແມ່ນຈະຈັດສົ່ງລົງໃຫ້ແຕ່ລະເມືອງ ແລ້ວເມືອງ ຈະເປັນຜູ້ຈັດວ່າຈະສອນ ຢູ່ບ້ານໃດ ສ່ວນຫລາຍກະແມ່ນສົ່ງໄປ ບ້ານທີ່ ຄູ ຍັງບໍ່ພໍ, ອີງຕາມແຕ່ລະເມືອງ ອັນນີ້ແມ່ນມອບໃຫ້ທາງເມືອງ ເປັນຜູ້ຈັດການເອງ.”

ທ່ານກ່າວຕື່ມອີກວ່າ ໃນສົກສຶກສາປີນີ້ ທາງຜແນກສຶກສາແຂວງຫລວງນໍ້າທາ ຈະຮັບເອົາ ຄຣູ ອາສາສມັກ 100 ປາຍຄົນ ເພື່ອສົ່ງໄປ ແຕ່ລະເມືອງ ແລະວ່າ ນັກສຶກສາ ທີ່ມາສະໝັກແມ່ນ ມີຫລາຍຮ້ອຍຄົນ. ສ່ວນຫລາຍຜູ້ທີ່ມາສມັກ ແມ່ນຈົບຈາກວິທຍາລັຍຄຣູ ຫລວງນໍ້າທາ, ວິທຍາລັຍຫລວງພຣະບາງ ແລະ ວິທຍາລັຍຄຣູບ້ານເກິນ.

ຄຣູອາສາສມັກ ບໍ່ໄດ້ຮັບເງິນເດືອນ, ພຽງແຕ່ໄດ້ເງິນອຸດໜູນຊ່ອຍເຫລືອ ຈາກປະຊາຊົນຢູ່ໃນບ້ານ ທີ່ເກັບກັນໃຫ້ ຊຶ່ງຫຼາຍບ້ານກໍເກັບ ເງິນນໍາຊາວບ້ານ ບໍ່ໄດ້ຫຼາຍ ແລະກໍບໍ່ສາມາດຊ່ອຍໄດ້ຫລາຍເທົ່າທີ່ຄວນ.

ປັດຈຸບັນ ແຂວງຫລວງນໍ້າທາ ຍັງມີຄຣູອາສາເກົ່າ ທີ່ບໍ່ທັນຖືກບັນຈຸເຂົ້າເປັນຣັຖກອນ ຫລາຍຮ້ອຍຄົນ ແລະໃນຈຳນວນນັ້ນ ບາງຄົນໄດ້ ສອນມາ ເປັນເວລາ 3 - 4 ປີ ແລ້ວແຕ່ກໍຍັງບໍ່ທັນໄດ້ເປັນ ຣັຖກອນເທື່ອ ເຮັດໃຫ້ມີຄວາມຫຍຸ້ງຍາກ ລຳບາກຫຼາຍ ດັ່ງ ຄຣູອາສາສມັກ ຜູ້ນຶ່ງເວົ້າຕໍ່ RFA ໃນມື້ວັນທີ 10 ຕຸລາ ນີ້ວ່າ:

“ດຽວນິີ້ເປັນຄູອາສາ ກໍ່ມີຄວາມຫຍຸ້ງຍາກຫລາຍ ແນວບໍ່ວ່າເລື້ອງມາການ ເລື່ອງນໍ້າມູກນໍ້າມັນນີ້ ແລະມັນກໍ່ເພາະວ່າ ເຮົາເປັນຄູອາສາ ມັນບໍ່ທັນໄດ້ເງິນເດືອນ ເທື່ອຫຍຸ້ງຍາກເລື່ອງເງິນ ເລື່ອງຄຳນີ້ ແລະແຕ່ວ່າກະຊິໄດ້ ອົດທົນເອົາ ເພາະວ່າເຮົາກະຢາກ ມີວຽກເຮັດງານທຳ ກະພຍາຍາມອົດທົນ ໄປຫັ້ນແລະ.”

ປີຜ່ານມາ ທີ່ແຂວງຫລວງນ້ຳທາ ໃນຈໍານວນຄຣູອາສາສມັກທັງໝົດ 200 ປາຍຄົນຖືກບັນຈຸເຂົ້າເປັນຣັຖກອນ 63 ຄົນ ຊຶ່ງສ່ວນໃຫຍ່ ສອນມາໄດ້ 3 - 4 ປີແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.